
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄຳໄຊ ສະໄໝທີ VI ຮອບທີ 2
ເວລາອອກຂ່າວ: 2025-02-06 10:19:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 878 | ຄວາມນິຍົມ:
ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍລິຄຳໄຊ ສະໄໝທີ VI ຮອບທີ 2, ໄດ້ຈັດຂຶ້ນວັນທີ 5 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ດວງຕາ ມໍລະຄາສຸກ ກຳມະການຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງບໍລິຄຳໄຊ, ມີສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ກຳມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະຮັບຜິດຊອບບຸກຄະລະກອນກອງປະຊຸມໃຫຍ່ຂັ້ນແຂວງ, ຄະນະພັກກອງບັນຊາການ, ຜູ້ແທນສົມບູນ-ສຳຮອງ ແລະ ພະນັກງານຫຼັກແຫຼ່ງທົ່ວທະຫານແຂວງເຂົ້າຮ່ວມ.
ສະຫາຍ ດວງຕາ ມໍລະຄາສຸກ ໄດ້ເຜີຍແຜ່ເຊື່ອມຊຶມເອກະສານ 3 ບົດຄື: ເອກະສານຄວາມເຂົ້າໃຈກຽ່ວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ເອກະສານຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າ ຂອງພັກ ແລະ ເອກະສານ ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຄາດຄະເນ ແບ່ງຄວາມຮັບຜິດຊອບຂອງຄະນະປະຈຳພັກແຕ່ລະຂັ້ນ, ຈາກນັ້ນ ສະຫາຍ ພັນເອກ ຈັນນີ ສີສຸກ ຄະນະປະຈໍາພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ, ພ້ອມທັງຜ່ານບົດສຳຫຼວດການນຳພາລວມຂອງຄະນະພັກ ກອງບັນຊາການທະຫານແຂວງບໍລິຄຳໄຊ ສະໄໝທີ V, ກອງປະຊຸມຜູ້ແທນຍັງໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ຮ່າງບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ.
ສະຫາຍ ອຸດທິດ ແກ້ວລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມາດຖານເງືອນໄຂ ຜູ້ທີ່ຈະລົງຮັບສະໝັກເລືອກຕັ້ງ ເຂົ້າເປັນຄະນະບໍລິຫານງານພັກກອງບັນຊາການ ທະຫານແຂວງບໍລິຄຳໄຊ ສະໄໝທີ VI ຮອບທີ 2 ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຢືດໝັ້ນອຸດົມການສັງຄົມນິຍົມ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ຕໍ່ລະບອບປະຊາທິປະໄຕ ປະຊາຊົນ ຢ່າງໜັກແໜ້ນ, ມີຫຼັກໜັ້ນຊົນຊັ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເຄົາລົບ ແລະ ປະຕິບັດມະຕິຄຳສັ່ງຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄຸນສົມບັດ ສິນທຳປະຕິວັດ ແລະ ມີແບບແຜນການດຳລົງຊີວິດ, ມີນຳໃຈເສຍສະຫຼະ ເພື່ອຊາດ, ເພື່ອປະຊາຊົນ ສຸມສະຕິປັນຍາກຳລັງວັງຊາຂອງຕົນ ເພື່ອຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງບໍລິສຸດໃຈ, ມີຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ແນວຄິດໄກສອນພົມວິຫານ, ມີລະດັບວິຊາສະເພາະໃດໜຶ່ງ, ມີແບບແຜນການນຳພາ-ບັນຊາ ຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕ ແລະ ມີສຸຂະພາບແຂງແຮງ ສາມາດປະຕິບັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍໃຫ້ສຳເລັດເປັນຢ່າງດີ.
ໂອກາດນີ້, ຜູ້ແທນສົມບູນ-ສຳຮອງ ແລະ ພະນັກງານຫຼັກແຫຼ່ງທີ່ເຂົ້າຮ່ວມ ກໍໄດ້ໃຊ້ສິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າເປັນຄະນະບໍລິຫານພັກກອງບັນຊາການ ທະຫານແຂວງບໍລິຄຳໄຊ ສະໄໝທີ VI ຮອບທີ 2 ສຳເລັດຕາມແຜນການ.
ຂ່າວ-ພາບ ສີທອງ ຈັນທະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ