
ຂຸ້ນຂ້ຽວກວດ-ກູ້ ແລະ ທໍາລາຍລະເບີດບໍ່ທັນແຕກຢູ່ເມືອງ ວຽງໄຊ ແຂວງຫົວພັນ
ເວລາອອກຂ່າວ: 2025-02-06 10:22:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1277 | ຄວາມນິຍົມ:
ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ໄດ້ເປັນເຈົ້າການສຸມທຸກເຫື່ອແຮງຂອງຕົນ ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ ສຳຫຼວດກວດ-ກູ້ ລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມ ໃຫ້ໝົດຈາກຜືນແຜ່ນດິນລາວ ແນໃສ່ຮັບປະກັນເຮັດໃຫ້ການດຳລົງຊີວິດ-ທຳມາຫາກິນຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ມີຄວາມປອດໄພ ແລະ ມີຄວາມສະດວກສະບາຍຫຼາຍຂຶ້ນ, ປັດຈຸບັນໄດ້ເຂົ້າສະໜາມກວດກູ້ສະໜາມທີ 5 ເມືອງວຽງໄຊ ແຂວງຫົວພັນ ມີເນື້ອທີ່ທັ້ງໝົດ 6.700 ຕາແມັດ, ໄດ້ກວດກູ້ສໍາເລັດແລ້ວ 3.800 ກວ່າຕາແມັດ ແລະ ຈະສືບຕໍ່ກວດກູ້ໃຫ້ສຳເລັດກ່ອນວັນທີ 8 ກຸມພາ 2025 ນີ້.
ສະຫາຍ ພັນໂທ ພູວຽງ ວັນນະສອນ ຮອງຫົວໜ້າການທະຫານ ກອງກວດກູ້ລະເບີດ ເພື່ອມະນຸດສະທໍາກອງທັບ, ຮັບພິຊອບດ້ານວິຊາການເກັບກູ້ລະເບີດຮ່ວມມື ລາວ-ຣັດເຊຍ ປະຈຳ ເມືອງວຽງໄຊ ແຂວງຫົວພັນ ໄດ້ໃຫ້ຮູ້ວ່າ: ປັດຈຸບັນທີມງານຂອງພວມເຮົາໄດ້ເຂົ້າສະໜາມກວດກູ້ສະໜາມທີ 5 ສະໜາມໂຮງຮຽນ ມສ ວຽງໄຊ, ໄດ້ລົງປະຕິບັດກວດກູ້ແຕ່ວັນທີ 23 ເປັນຕົ້ນມາ, ທີມງານພວກເຮົາສາມາດກວດກູ້ໄດ້ໃນເນື້ອທີ່ທັງໝົດ 3.800 ກວ່າຕາແມັດ ໃນນັ້ນ, ໄດ້ພົບລະເບີດ ຈຳນວນ 9 ລູກ, ສຳພາວຸດ 3 ລູກ, ບົມບີບູລູ 26 ປະເພດ, ລະເບີດລູກຫວ່ານ 6 ລູກ, ໃນການກວດກູ້ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຫຼາຍດ້ານ, ແຕ່ຍ້ອມຄວາມເອົາໃຈໃສ່ຊີ້ນໍາຂັ້ນເທິງ ໃຫ້ຄວາມໃກ້ຊິດຕິດແທດ ແລະ ຕອບສະໜອງດ້ານອຸປະກອນການຮັບໃຊ້ຕ່າງໆ, ບວກກັບອຳນາດການປົກຄອງ, ອຳນວຍການຕະຫຼອດຮອດນ້ອງໆນັກຮຽນໃຫ້ການຮ່ວມມືເປັນຢ່າງດີ, ການກວດ-ກູ້ລະເບີດມີຄວາມວ່ອງໄວ ແລະ ມີຄວາມປອດໄພ 100%. ນອກຈາກຂໍ້ສະດວກແລ້ວ ການກວດ-ກູ້ ຂອງພວກເຮົາ ແມ່ນຍັງພົບຄວາມຫຍຸ້ງຍາກຫຼາຍເປັນຕົ້ນ: ສະຖານທີ່ດັ່ງກ່າວເປັນຂອບເຂດຖົມດິນ, ດິນແຂງ ຜ່ານການໂລມາກ່ອນ, ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການຂຸດ ໃນນັ້ນຍັງພົບເສດສະເກັດ ແລະ ຊິ້ນສ່ວນລະເບີດເປັນຈໍານວນຫຼວງຫຼາຍ, ແຕ່ເຖິງແນວໃດກໍຕາມ ດ້ວຍຄວາມເອົາໃຈໃສ່ ຄະນະພັກ-ຄະນະບັນຊາ, ຄວາມຫ້າວຫັນ ພະນັກງານ-ນັກຮົບ ໄດ້ພ້ອມກັນປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ການກວດ-ກູ້ລະເບີດໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການ.
ສະຫາຍ ພັນໂທ ພູວຽງ ວັນນະສອນ ໃຫ້ຮູ້ຕື່ມອີກວ່າ: ໃນປັດຈຸບັນ ລະເບີດທີ່ຍັງບໍ່ທັນແຕກ ຍັງສືບຕໍ່ສົ່ງຜົນກະທົບຢູ່ບໍລິເວນກວ້າງຂວາງຂອງປະເທດເຮົາເຊັ່ນ : ໃນປ່າດົງ, ທົ່ງໄຮ່ນາ, ບ້ານ, ໂຮງຮຽນ, ຖະໜົນຫົນທາງ ແລະ ເຂດທີ່ຢູ່ອາໄສ ຂອງປະຊາຊົນ ຢ່າງຫຼວງຫຼາຍ. ສະນັ້ນແລ້ວ ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ຜູ້ທີ່ປະຕິບັດໜ້າທີ່ຕົວຈິ່ງ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍແຮງຂອງລູກລະເບີດ ດັ່ງນັ້ນ, ກອງກວດ-ກູ້ລະເບີດ 58 ເພື່ອມະນຸດສະທຳ ໄດ້ສູ້ຊົນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຂຸ້ນຂ້ຽວກວດ-ກູ້ ແລະ ທໍາລາຍລະເບີດບໍທັນແຕກ ໃຫ້ໝົດຈາກຜືນແຜ່ນດິນລາວ ຮັບປະກັນເຮັດໃຫ້ປະຊາຊົນໄດ້ຮັບຄວາມປອດໄພສູງທີ່ສຸດຈາກລູກລະເບີດບໍ່ທັນແຕກທີ່ຕົກຄ້າງຈາກສົງຄາມ.
ພາບ-ຂ່າວ: ອາໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ