ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກະກຽມເປີດເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ໃຫ້ພະນັກງານ-ນັກຮົບ ໄປຊ່ວຍສິດສອນຢູ່ເຂດຫາງໄກສອກຫຼີກ
ເວລາອອກຂ່າວ: 2025-02-06 10:27:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1588 | ຄວາມນິຍົມ:



ວັນທີ 6 ມັງກອນນີ້, ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ, ຄະນະຊີ້ນຳວຽກງານກະກຽມເປີດເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ໃຫ້ພະນັກງານ-ນັກຮົບ ໄປຊ່ວຍສິດສອນຢູ່ເຂດຫາງໄກສອກຫຼີກ ໄດ້ຈັດກອງປະຊຸມເອກະພາບ ບັນດາໜ້າວຽກຄວາມພ້ອມດ້ານຕ່າງໆ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ລັດສະໝີ ພະໄຊສີ ຜູ້ອຳນວຍການ ວິທະຍາໄລຄູສະຫວັນນະເຂດ ຕະຫຼອດຮອດພະນັກງານວິຊາການ ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ເຂົ້າຮ່ວມ. ສະຫາຍ ພັນເອກ ຄຳຮັງ ໄຊມຸງຄຸນ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ໄດ້ລາຍງານໂດຍຫຍໍ້ການກະກຽມຄວາມແຕ່ລະດ້ານ ເປັນຕົ້ນແມ່ນ ແຜນການດ້ານເນື້ອໃນ, ດ້ານງົບປະມານ, ອຸປະກອນຮັບໃຊ້, ສະຖານທີ່ພັກເຊົາ ແລະ ອື່ນໆ ເຫັນວ່າ ປັດຈຸບັນມີພ້ອມຮອບດ້ານໃນການເປີດບັ້ນອົບຮົບວິຊາຄູຂັ້ນປະຖົມ ໃຫ້ແກ່ພະນັກງານ-ນັກຮົບ ໄປຊ່ວຍສິດສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ 1. ຈາກນັ້ນ, ແຕ່ລະພາກສ່ວນ ໄດ້ຜັດປ່ຽນກັນມີຄຳເຫັນຢ່າງກົງໄປກົງມາເພື່ອແນໃສ່ເຮັດໃຫ້ມີຄວາມຮັບປະກັນ ແລະ ບັນລຸຜົນສຳເລັດຕາມທີ່ວາງໄວ້. ໂອກາດນີ້, ສະຫາຍ ພັນເອກ ວັນໄຊ ຄໍາພາວົງ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນຳ, ແຕ່ລະພາກສ່ວນຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນຢ່າງເຂັ້ມງວດ ພ້ອມທັງ ເນັ້ນໜັກໃຫ້ເອົາໃຈໃສ່ກະກຽມຄວາມພ້ອມທາງດ້ານສະຖານທີ່, ພິທີການເປີດ-ປິດ ພ້ອມກັນຈັດຕັ້ງປະຕິບັດມາດຕະການປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ແນໃສ່ເຮັດໃຫ້ການອົບຮົມມີຜົນສຳເລັດອັນຈົບງາມ ແລະ ຮັບປະກັນຄວາມປອດໄພ 100%.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ