
ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ແຂວງຈຳປາສັກ ຄົ້ນຄວ້າປືກສາຫາລື ວຽກງານນະໂຍບາຍຕໍ່ພະນັກງານບຳນານ
ເວລາອອກຂ່າວ: 2025-02-07 09:06:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2450 | ຄວາມນິຍົມ:
ວັນທີ 31 ມັງກອນ 2025, ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ແຂວງຈຳປາສັກ ໄດ້ຈັດກອງປະຊຸມ ຄົ້ນຄວ້າປືກສາຫາລື ວຽກງານນະໂຍບາຍ ຕໍ່ ພະນັກງານບຳນານ, ຢູ່ທີ່ກອງບັນຊາການທະຫານແຂວງຈຳປາສັກ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ ກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ອ້ອມຂ້າງແຂວງ,ຫ້ອງການສະຫະພັນນັກຮົບເກົ່າແຂວງ ແລະ ກອງບັນຊາການທະຫານ 9 ຕົວເມືອງ 1 ນະຄອນ ເຂົ້າຮ່ວມ.
ສະຫາຍ ພັນໂທ ລັດຖະນູໄຊ ອະທິນະກອນ ຫົວໜ້າພະແນກນະໂຍບາຍ ກອງບັນຊາການທະຫານແຂວງຈຳປາສັກ ໄດ້ຜ່ານບົດສະຫຼຸບສະພາບການກ່ຽວກັບການຈັດຕັ້ງປະຕິບັດວຽກງານນະໂຍບາຍ ຕໍ່ ພະນັກງານບຳນານໃນໄລຍະຜ່ານມາ, ພ້ອມທັງໄດ້ຄົ້ນຄວ້າປືກສາຫາລື ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ໃນການປະຕິບັດນະໂຍບາຍ ຕໍ່ ພະນັກງານບຳນານ ທີ່ເສຍຊີວິດ ຢູ່ ກຳລັງຫຼວງ ແລະ ກຳລັງທ້ອງຖີ່ນ ໄດ້ມອບໃຫ້ແຕ່ລະກົມກອງຂອງຕົນຮັບຜິດຊອບທາງ ດ້ານການຈັດຕັ້ງ, ພິທີການ, ດ້ານງົບປະມານ, ດ້ານກຳລັງພົນ ແລະ ພາຫະນະຮັບໃຊ້ ໃນງານດັ່ງກ່າວ ຕາມຄວາມເໝາະສົມ; ສຳລັບເງິນນະໂຍບາຍອຸດໜູນເສຍຊີວິດ ໄດ້ມອບໃຫ້ແຕ່ລະກົມກອງ ປະສານສົມທົບ, ພົວພັນນຳ ພະແນກການທີ່ກ່ຽວຂ້ອງຂອງກອງບັນຊາການທະຫານແຂວງຈຳປາສັກເພື່ອນຳເອົາໄປມອບໃຫ້ຄອບຄົວ ຂອງພະນັກງານທີ່ເສຍຊີວິດ.
ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ໄດ້ເນັ້ນໜັກໃຫ້ແຕ່ລະກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຕໍ່ຄວາມຮັບຜິດຊອບຂອງຕົນ, ມີການພົວພັນປະສານສົມທົບກັນຢ່າງລະອຽດໃນແຕ່ຂັ້ນ ເພື່ອການຈັດຕັ້ງປະຕິບັດນະໂຍບາຍຕໍ່ພະນັກງານບຳນານທີ່ເສຍຊີວີດໃຫ້ຖືກຕ້ອງສອດຄ່ອງ ແລະ ແທດ ເໝາະຕາມເງື່ອນໄຂຕົວຈິງ.
ໂດຍ: ດາວົງ ບຸດຕະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ