ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກອງ​ປະຊຸມ​ທາບ​ທາມ​ຄະນະ​ພັກ ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ
ເວລາອອກຂ່າວ: 2025-02-07 09:14:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2786 | ຄວາມນິຍົມ:



ໃນ​ວັນ​ທີ 4 ກຸມພາ 2025 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ໄດ້​ເປີດ​ກອງ​ປະຊຸມ​ປ່ອນ​ບັດ​ທາບ​ທາມ​ຄະນະ​ພັກ​ກອງ​ບັນຊາ​ການ​ທະ ຫານ​ແຂວງ, ເພື່ອ​ລົງ​ສະໝັກ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະນະ​ພັກ ຊຸດ​ໃໝ່ ສະໄໝ​ທີ VI ຮອບ​ທີ 1, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ພັນ​ວິໄລ ລາດ​ສະ​ຍົນ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ສະມາຊິກ​ພັກ​ໃນ​ອົງການ 5 ຫ້ອງ, ກົມ​ກອງ​ອອ້ມ​ຂ້າງ​ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ໄພ​ວັນ ໄຊ​ຍະ​ລາດ ຮອງ​ຫົວໜ້າ​ພະ​ແນກ​ພະນັກງານ ທະຫານ​ແຂວງ​ສະຫວັນ​ນະ​ເຂດ ໄດ້​ຜ່ານ​ມະຕິ​ຕົກລົງ ຂອງ​ຄະນະ​ພັກ ກອງ​ບັນຊາ​ການ​ທະຫານ​ແຂວງ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ອະນຸ​ກຳມະການ​ລົງ​ດຳເນີນ​ຊິວິດ​ການເມືອງ ເພື່ອ​ທາບ​ທາມ​ບຸກ​ຄະລາ​ກອນ​ລົງ​ສະໝັກ​ເລືອກ​ຕັ້ງ​ຄະນະ​ພັກສະ ໄໝ​ທີ VI ແລະ ຜ່ານ​ເອກະສານ​ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ເພື່ອ​ທາບ​ທາມ​ເອົາ​ບຸກ​ຄະລາ​ກອນ​ລົງ​ສະໝັກ​ເລືອກ​ຕັ້ງ​ຄະນະ​ພັກ ສະໄໝ​ທີ VI ເຊິ່ງ​ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ຜ່ານ​ເນື້ອ​ໃນ​ເອກະສານ​ແບບແຜນ​ນຳພາ​ວິທີ​ເຮັດ​ວຽກ, ເອກະສານ​ແບບແຜນ​ນຳພາ​ວິທີ​ເຮັດ​ວຽກ​ແບບ​ວິທະຍາສາດ, ຜ່ານ​ເອກະ ສານ​ມາດຖານ ເງື່ອນໄຂ​ຂອງ​ຜູ້​ລົງ​ສະໝັກ​ທາບ​ທາມ​ໃນ 5 ມາດຖານ​ຂອງ​ພັກ, ພ້ອມ​ທັງ​ຜ່ານ​ລະບຽບ​ໃນ​ການ​ປ້ອນ​ບັດ​ທາບ​ທາມ​ໃຫ້​ຄະນະ​ພັກ, ສະມາຊິກ​ພັກ​ສົມບູນ​ທີ່​ເຂົ້າ​ຮ່ວມ. ເຊິ່ງ​ໃນ​ການ​ທາບ​ທາມ​ຮອບ​ທີ 1 ຂອງ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ນີ້​ເປົ້າ​ໝາຍ​ເກົ່າ​ປະກອບ​ມີ 8 ສະຫາຍ, ສ່ວນ​ເປົ້າ​ໝາຍ​ໃໝ່​ມີ 3 ສະຫາຍ. ຈາກ​ນັ້ນ, ໃນ​ກອງ​ປະຊຸມ​ໄດ້​ເປີດ​ປະຊາທິປະໄຕ​ໃຫ້​ຄະນະ​ພັກ, ສະມາຊິກ​ທຸກ​ສະຫາຍ​ໃຊ້​ສິດ​ປະຊາທິປະໄຕ​ຂອງ​ຕົນ​ລົງ​ຄະແນນ​ທາບ​ທາມ​ເອົາ​ບຸກ​ຄະລາ​ກອນ. ຂ່າວໂດຍ: ວິລະ​ພົງ ເທບ​ໂພ ພາບໂດຍ: ຄຳ​ໄສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ