ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ໂຮງໝໍ​ບໍລິເວນ 107 ແລະ ໂຮງໝໍ​ແຂວງ​ຫຼວງ​ພະ​ບາງ ແຂ່ງຂັນ​ກິລາ​ມິດຕະພາບ
ເວລາອອກຂ່າວ: 2025-02-07 09:16:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2617 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ໂຮງໝໍ​ບໍລິເວນ 107 ແລະ ໂຮງໝໍ​ແຂວງ​ ຫຼວງ​ພະ​ບາງ ໄດ້​ສ້າງ​ກິດຈະ ກຳ​ແຂ່ງ​ແຂ່ງ​ກິລາ​ບານເຕະ​ມິດ ຕະພາບ​ຂຶ້ນ ເຊິ່ງ​ນຳ​ໂດຍ ສະຫາຍ ພັນ​ເອກ ​ດຣ ໄພ​ວັນ ຈັນທະ​ສຸກ ຫົວໜ້າ​ອຳນວຍ​ການ​ໂຮງໝໍ​ບໍ ລິເວນ 107 ພ້ອມ​ດ້ວຍ​​ຄະນະ, ມີ​ຄະນະ​ອຳນວຍ​ການ​ໂຮງໝໍ​ແຂວງ​ຫຼວງ​ພະ​ບາງ ພ້ອມ​ທັງ ນັກ​ກິລາ​ທັງ​ສອງ​ຝ່າຍ. ທັງ​ນີ້​ກໍ​ເພື່ອ​ເປັນ​ການ​ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ສ້າງຕັ້ງ​ກອງທັບ​ປະຊາ ຊົນ​ລາວ ຄົບຮອບ 76 ປີ ( 20 ມັງກອນ 1949-20 ມັງກອນ 2025) ແລະ ເປັນ​ການ​ຮັດແໜ້ນ ​ຄວາມ​ສາມັກຄີ​ລະຫວ່າງສອງ​ ໂຮງໝໍ​ທີ່​ມີ​ການ​ພົວພັນ, ຊ່ວຍ ເຫຼືອ​ເຊິ່ງ​ກັນ ແລະ ກັນ ທາງ​ດ້ານ ​ວິຊາ​ການ​ແພດ​ໃຫ້​ມີ​ຄວາມ​ເລິກ ເຊິ່ງ​ໜັກ​ແໜ້ນ ແລະ ໃຫ້​ເປັນ​ຂະ​ບວນ​ຟົດຟື້ນ ໃນ​ການ​ແຂ່ງຂັນ​ກິ ລາ​ໃນ​ຄັ້ງ​ນີ້​ແບ່ງ​ອອກ​ເປັນ 3 ທີມ​ຄື: ທີມ​ນັກ​ກິລາ​ອາວຸໂສ​ຊາຍ, ທີມ​ນັກ​ກິລາ​ຊາວ​ໜຸ່ມ​ຊາຍ ແລະ ທີມ​ນັກ​ກິລາ​ຊາວ​ໜຸ່ມ​ຍິງ. ໂດຍ: ນາງ ສຸ​ລິ​ຈັນ ພັດທະນາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ