ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ບໍລິສັດ ກຣີນ​ຟີດ​ລາວ ຈຳກັດ ມອບ​ເຄື່ອງກິລາ​ ໃຫ້​ກົມ​ໃຫຍ່​ພະລາທິການ​ກອງທັບ
ເວລາອອກຂ່າວ: 2025-02-07 09:16:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3283 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ທ່ານ ມັງກອນ ສີ​ວົງ​ຊູ ຜູ້​ຈັດການ​ ການ​ຕະຫຼາດ ບໍລິສັດ ກຣີນ​ຟີດ​ລາວ ຈຳກັດ ໄດ້​ມອບ​ເຄື່ອງນຸ່ງ​ສຳລັບ​ນັກ​ກິລາ ຈຳນວນ 22 ຊຸດ ໃຫ້​ ທີມ​ນັກ​ກິລາກົມ​ໃຫຍ່​ພະລາທິ ການ​ກອງທັບ, ໂດຍ​ການ​ກ່າວ​ຮັບ​ຂອງ​ ສະຫາຍ ພົນ​ຈັດຕະວາ ວົງ​ສັກ ສີ​ພັນ​ດອນ ຮອງ​ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ ພ້ອມ​ດ້ວຍ​ຄະນະ. ໂອກາດ​ນີ້, ທັງ​ສອງ​ພາກສ່ວນ ຍັງ​ໄດ້​ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ກິລາເຕະບານ​ມິດຕະພາບຮ່ວມ​ ກັນຕື່ມ​ອີກ ທັງ​ນີ້, ກໍ​ເພື່ອເປັນ ​ການ​ສ້າງ​ຂະ​ບວນ​ການຕ້ອນຮັບ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ອົງຄະ​ນະ​ພັກ​ກົມ​ໃຫຍ່​ພະ ລາທິການ​ກອງທັບ ທີ່​ຈະມາເຖິງ ​ໃນ​ມໍ່ໆ​ນີ້ ໃຫ້​ເຕັມ​ໄປ​ດ້ວຍ​ບັນ ຍາກາດ​ເບີກບານ​ມ່ວນຊື່ນ ທັງ​ ເປັນ​ການ​ຮັດ​ແໜ້ນ​ຄວາມສາ ມັກຄີ​ຮັກແພງລະຫວ່າງ ບໍລິສັດ​ ດັ່ງກ່າວ ກັບ​ກົມ​ໃຫຍ່​ພະລາທິ ການ​ກອງທັບອີກ​ດ້ວຍ. ໂດຍ: ມິດຕະພາບ ບຸນ​ພະ​ນຸ​ໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ