ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ສຸມ​ໃສ່​ການ​ກໍ່ສ້າງ​ພັກ​ ໃຫ້​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ
ເວລາອອກຂ່າວ: 2025-02-07 09:18:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3654 | ຄວາມນິຍົມ:



ສະຫາຍ ພັນ​ເອກ ພັນມະຫາ ຈູມ​ມະນີ ກຳມະການ​ຄະນະ​ພັກ​ກອງ​ບັນຊາ​ການ, ຫົວໜ້າ​ຫ້ອງ​ການເມືອງກອງ​ບັນຊາການທະ ຫານ​ແຂວງ​ຄຳ​ມ່ວນໃຫ້​ຮູ້​ວ່າ: ການ​ປັບປຸງ​ກໍ່ສ້າງ​ພັກ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ​ຢູ່​ອົງ ຄະ​ນະ​ພັກ​ກອງ​ບັນຊາການ​ທະ ຫານ​ແຂວງ​ຄຳ​ມ່ວນ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ ກໍ​ຄື​ ຄະນະພັກ​ ຮາກ​ຖານ​ຫ້ອງການເມືອງໄດ້​ຖື​ສຳຄັນ​ວຽກ​ງານ​ສືກ​ສາອົບ ຮົມ​ການເມືອງ-ນຳພາ​ແນວຄິດ ຕິດ​ພັນ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານໃຫ້​ໜັກແໜ້ນ ເຂັ້ມແຂງ​ທັງ 4 ດ້ານ​ຄື: ດ້ານ​ ການເມືອງ-ແນວ​ຄິດ, ການຈັດ ຕັ້ງ ແລະ ແບບແຜນ​ການ​ນຳພາ ໂດຍ​ຖື​ເອົາ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ​ເປັນ​ໄມ້​ຫຼາ​ວັດແທກ​ຄຸນ​ທາດ​ການເມືອງ​ຂອງ​ພະນັກງານ​ສະມາຊິກ​ພັກ ເອົາໃຈໃສ່​ປັບປຸງ​ບູລະນະ​ການຈັດຕັ້ງ​ພັກ​ແຕ່​ລະ​ຂັ້ນ​ໃຫ້​ໜັກ​ແໜ້ນ ໂດຍ​ການ​ປະ ກອບ​ບຸກ​ຄະລາ​ກອນ​ທີ່​ມີ​ມາດ ຖານ​ເງື່ອນໄຂ, ມີ​ລັກສະນະ​ນຳ​ໜ້າ​ໃນ​ການ​ສ້າງ​ພະນັກງານສືບ​ ທອດ​ປ່ຽນ​ແທນ​ຫັນ​ເປັນ​ໜຸ່ມ​ ແຕ່​ບົນ​ພື້ນຖານ​ຕ້ອງ​ມີ​ຄຸນ​ທາດ ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມ ບັດ​ສິນ​ທຳ​ປະຕິວັດ, ກ້າ​ເຮັດ, ກ້າ​ຮັບຜິດຊອບ ບົນ​ພື້ນຖານ​ຍຶດ​ໝັ້ນ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ​ເຮັດ​ວຽກ​ເປັນ​ໝູ່​ຄະນະ​ແບ່ງ​ໃຫ້​ບຸກຄົນ​ຮັບຜິດຊອບ ປັດຈຸບັນ​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຄຳ​ມ່ວນ ປະກອບ​ມີ 1 ຄະນະ​ພັກ, ມີ 8 ຄະນະ​ພັກ​ຮາກ​ຖານ, ມີ 31 ໜ່ວຍ​ພັກ​ຂຶ້ນ​ກັບ​ຄະ ນະ​ພັກ​ຮາກ​ຖານ ແລະ ມີ 16 ໜ່ວຍ​ພັກ​ເອກະລາດ, ທຽບໃສ່​ໄລຍະ​ຜ່ານ​ມາ ຄະນະ​ພັກ​ຮາກ​ຖານ​ເພີ່ມ​ຂຶ້ນ 2 ຄະນະ, ໜ່ວຍ​ພັກ​ເພີ່ມ​ຂຶ້ນ 6 ໜ່ວຍ, ໜ່ວຍ​ພັກ​ເອກະລາດ​ເພີ່ມ ຂຶ້ນ 3 ໜ່ວຍ, ໄດ້​ຮັບ​ການ​ຢັ້ງຢືນ​ຈາກ​ຄະນະ​ປະຈຳ​ພັກ​ແຂວງ​ຄຳ​ມ່ວນ​ເປັນ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ 38 ໜ່ວຍ, ເພີ່ມ​ຂຶ້ນ 32%, ກາງ 14 ໜ່ວຍ​ເພີ່ມ​ຂຶ້ນ 21%, ໄດ້​ຂະຫຍາຍ​ມະຫາຊົນ​ກ້າວໜ້າ​ເຂົ້າ​ເປັນ​ສະມາຊິກ​ພັກ 885 ສະຫາຍ, ອະນຸມັດ​ເຂົ້າ​ເປັນ​ສະມາຊິກ​ພັກ​ສຳຮອງ 643 ສະຫາຍ ແລະ ເລື່ອນ​ສຳຮອງ​ຂຶ້ນ​ສົມບູນ​ຈຳນວນ 554 ສະຫາຍ. ວຽກ​ງານ​ກໍ່ສ້າງ​ພະນັກງານ ແມ່ນ​ໄດ້​ຖື​ເປັນ​ບຸລິມະສິດ​ແຖວ​ໜ້າ​ໃນ​ການ​ຕັດ​ສິນ​ຊີ້​ຂາດ​ຜົນ​ໄດ້ ແລະ ຜົນ​ເສຍ​ຂອງ​ການ​ນຳ ພາ ເຊິ່ງ​ໄລຍະ​ຜ່ານ​ມາຄະ​ນະ​ພັກ​ກອງ​ບັນຊາ​ການ​ໄດ້​ສູ້​ຊົນ​ຍາດ​ແຍ່ງ​ເອົາ​ທຶນ​ຈາກ​ຂັ້ນ​ເທິງ ແລະ ກົມ​ກອງ​ເພື່ອນ​ໃນ​ການ​ກໍ່ ສ້າງ​ພະນັກງານ​ສຶບ​ທອດ​ປ່ຽນ​ແທນ ໃນ​ນີ້, ໄດ້​ກໍ່ສ້າງ-ບຳລຸງ ຢູ່​ພາຍ​ໃນ ແລະ ຕ່າງປະເທດ ບໍ່​ວ່າ​ຈະ​ຢູ່ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ, ວິທະຍາຄານ​ນາຍ​ທະຫານ​ບົກ​ກົມ​ມະ​ດຳ, ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ກອງທັບ ແລະ ວິ ທະຍາຄານ​ອື່ນໆ ໃນ​ກອງທັບ​ຕາມ​ຕົວ​ເລກ​ແບ່ງປັນ​ຂອງ​ຂັ້ນ​ເທິງ ສະເພາະ​ຢູ່​ຕ່າງປະເທດ​ແມ່ນ​ປະເທດ​ເພື່ອນ​ມິດ​ຍຸດ​ທະ​ສາດ ​ສສ ຫວຽດນາມ ກໍ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ໃນ​ການ​ກໍ່ສ້າງ​ໄລຍະ​ຍາວ ແລະ ບຳລຸງ ໄລຍະ​ສັ້ນ, ວຽກ​ງານ​ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະເທດ ແມ່ນ​ໄດ້​ປະຕິບັດ​ຕາມ​ແນວທາງ​ການ​ຕ່າງປະເທດ​ຂອງ​ພັກ ໂດຍ​ສະເພາະ​ຮ່ວມ​ມື​ກັບ​ເພື່ອນ​ມິດ​ຍຸດ​ທະ​ສາດ ໃນ​ນັ້ນ​ໄດ້​ແຮກສ່ຽວ​ກອງ​ບັນຊາ​ການ​ທະຫານ​ແຂວງ​ກວາງ​ບິ່ງ, ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ​ແຂວງ​ກວາງ​ບິ່ງ, ກອງ​ບັນ ຊາ​ການ​ທະຫານ​ແຂວງ​ຮ່າ​ຕິ່ງ ​ສສ ຫວຽດນາມ ໃນ​ຊຸມ​ປີຜ່ານ ມາ​ໄດ້​ຜັດປ່ຽນ​ກັນ​ຈັດ​ກອງ​ປະ ຊຸມ​ພົບ​ປະ​ແລກປ່ຽນ​ສະພາບ​ການ​ຂັ້ນ​ແຂວງ ແລະ ຂັ້ນ​ດ່ານ, ມີ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ່​ແທນ​ຢ່າງ​ເປັນ​ປົກກະຕິ, ພ້ອມ​ນັ້ນ​ຍັງ​ໄດ້​ເຊັນ​ສັນຍາ​ແຮກສ່ຽວ​ລະຫວ່າງ​ກອງຮ້ອຍ​ທະຫານ​ຊາຍ​ແດນ, ຮ່ວມ​ຂຸດ​ຄົ້ນ ແລະ ສົ່ງ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານຫວຽດນາມກັບ​ຄືນ​ປະເທດ ແລະ ຮ່ວມ​ກັນ​ເຮັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ໃນ​ການ​ສະກັດ​ກັ້ນ ແລະ ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ການ​ລ່ວງ​ລໍ້າເຂດ​ແດນ, ການ​ລັກລອບ​ຄ້າຂາຍ​ເຖື່ອນ​ຕາມ​ຊາຍ​ແດນ​ລະຫວ່າງ​ແຂວງ ແລະ ປະເທດ​ໄກ​ຄຽງ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ. ສະຫາຍ ພັນ​ເອກ ພັນ​ມະຫາ ຈູມ​ມະນີ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ໄປ​ຄຽງ​ຄູ່​ກັນ​ນັ້ນ​ຍັງ​ໄດ້​ຫັນ​ເອົາ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ພັດທະນາ​ຊົນນະບົດ​ຮອບດ້ານ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງ​ຂອງ​ພັກ​ປະຈຳ​ຢູ່​ຕາມ​ ບັນດາ​ກຸ່ມ​ບ້ານ, ຕ້ານ ແລະ ສະ ກັດ​ກັ້ນ​ປະກົດ​ການ​ຫຍໍ້ທໍ້​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ກົມ​ກອງ​ ກໍ​ຄື​ ທ້ອງຖິ່ນ​ຂອງ​ແຂວງ​ຄຳ​ມ່ວນໃຫ້​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ມີ​ຄວາມ​ສະຫງົບ​ດີ ໃນ​ການ​ສ້າງ​ຕາ​ນ່າງ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ພ້ອມ​ນັ້ນ​ຍັງ​ໄດ້​ເປັນ​ເຈົ້າ​ການ​ຊຸກຍູ້​ສ້າງ​ຂະ​ບວນ​ການ​ໃນ​ດ້ານ​ຕ່າງໆ ສຳລັບ​ທິດ​ທາງ​ແຜນການ​ໃນຕໍ່ໜ້າ ແມ່ນ​ຈະ​ໄດ້​ສືບຕໍ່​ເພີ່ມ​ທະວີ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ ຮັບ​ຮູ້​ເຊື່ອມ​ຊຶມ, ກຳແໜ້ນ ​ແນວທາງ​ນະໂຍບາຍ​ຂອງພັກ- ລັດ, ປະຕິບັດ​ໜ້າທີ່​ວິຊາ​ສະເພາະ​ ຂອງ​ຕົນ ສ້າງ​ກອງ 3 ປອດ (ປອດ​ໃສ ປອດ​ໄພ ປອດ​ຄະດີ) ຍູ້​ແຮງ​ການ​ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ໃຫ້​ເພີ່ມ​ຂຶ້ນ​ທາງ​ດ້ານ​ຈຳນວນ ແລະ ຄຸນ​ນະ​ພາບ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ