ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກອງບັນຊາການທະຫານຊາຍແດນ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ
ເວລາອອກຂ່າວ: 2025-02-07 13:44:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3691 | ຄວາມນິຍົມ:



ວັນທີ 7 ກຸມພາ 2025 ນີ້, ກອງບັນຊາການທະຫານຊາຍແດນ ໄດ້ຈັດຕັ້ງພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນເອກ ດາວໄກ ເລີດລີວັນ ຮອງຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ, ມີຄະນະພັກ-ຄະນະບັນຊາ, ພະແນກການ ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນເອກ ດາວໄກ ເລີດລີວັນ ໄດ້ຫວນຄືນມູນເຊື້ອປະຫວັດການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຕະຫຼອດໄລຍະ 76 ປີທີ່ຜ່ານມາ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ກອງທັບປະຊາຊົນລາວ ພ້ອມກັບປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ເຮັດສຳເລັດໜ້າທີ່ການປະຕິວັດຊາດເປັນກ້າວໆ ໃນແຕ່ລະໄລຍະ ຍ້ອນມີການນໍາພາ ຂອງພັກປະຊາຊົນປະຕິວັດລາວທີ່ປີຊາສາມາດ, ສະຫຼາດສ່ອງໃສ ສາມາດຍາດໄດ້ໄຊຊະນະ ອິດສະຫຼະພາບມາສູ່ປະຊາຊົນລາວ ແລ້ວປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ ໃນປະຫວັດສາດກອງທັບປະຊາຊົນລາວ ໄດ້ສ້າງທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ ແມ່ນພັກປະຊາຊົນ ປະຕິວັດລາວເປັນຜູ້ກໍ່ຕັ້ງ, ນໍາພາ ແລະ ສຶກສາອົບຮົມ ເວລາໃດກໍມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ ແລະ ຕໍ່ປະເທດຊາດ ໃນພາລະກິດການຕໍ່ສູ້ກູ້ຊາດ,ຮັກສາເຂດນໍ້າແດນດິນໄວ້ຢ່າງໝັ້ນຄົງ ກອງທັບປະຊາຊົນລາວແມ່ນກຳເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ມີຄວາມບໍລິສຸດຜຸດຜ່ອງ, ເດັດດ່ຽວໜຽວແໜ້ນ, ມີນໍ້າໃຈເສຍສະຫຼະອັນສູງສົ່ງຕໍ່ສູ້ເພື່ອຊາດ ກໍຄືເພື່ອອຸດົມການສັງຄົມນິຍົມ. ຜ່ານໄລຍະ 76 ປີແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນຳພາຂອງພັກ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດທີ່ຫຍຸ້ງຍາກລຳບາກ, ແຕ່ກຳລັງປະກອບອາວຸດປະຕິວັດນັບມື້ໄດ້ຮັບການປັບປຸງ ແລະ ກໍ່ສ້າງຕົນເອງໃຫ້ເຂັ້ມແຂງ ກາຍເປັນກອງທັບທີ່ມີແບບແຜນທັນສະໄໝ ກ້າວຂຶ້ນສູ່ໄຊຊະນະແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ນາຍ ແລະ ພົນທະຫານ ກອງບັນຊາການທະຫານຊາຍແດນ ໄດ້ນໍາເອົາມູນເຊື້ອອັນດີງາມ, ຄຸນສົມບັດສິນທໍາປະຕິວັດຂອງກອງທັບປະຊາຊົນລາວ ນໍາໄປໝູນໃຊ້ເຂົ້າໃນການພັດທະນາກົມກອງໃຫ້ເຕີບໃຫຍ່ຂະຫຍາຍຕົວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ