ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ທາບທາມບຸກຄະລາກອນຮັບສະໜັກເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2025-02-07 14:47:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3067 | ຄວາມນິຍົມ:



ກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເຂົ້າໃນຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍ່ແກ້ວ ຮອບທີ 1, ໄດ້ຈັດຂຶ້ນໃນວັນທີ 7 ກຸມພາ 2025 ນີ້, ຢູ່ທີ່ ສະໂມສອນເມືອງຫ້ວຍຊາຍ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດ, ປະທານສະພາປະຊາຊົນແຂວງບໍ່ແກ້ວ, ມີສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ກໍາມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີ ຄະນະບໍລິຫານງານພັກກອງບັນຊາການ, ຄະນະພັກ-ຄະນະບັນຊາ 6 ຫ້ອງ, ພະແນກການ, ພະນັກງານຫຼັກແຫຼ່ງ ທົ່ວກອງບັນຊາການທະຫານແຂວງແລະ ແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ສີນໄຊ ສິລິປັນຍາ ຮອງຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ຂຶ້ນຜ່ານມາດຖານ, ເງື່ອນໄຂຂອງຜູ້ທີ່ຈະຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກອງບັນຊາການທະຫານແຂວງບໍ່ແກ້ວຊຸດໃໝ່ ຕ້ອງມີ 5 ມາດຖານຄື: ຕ້ອງມີຄຸນທາດການເມືອງໜັກແໜ້ນ, ມີນໍ້າໃຈເສຍສະຫຼະເພື່ອປະເທດຊາດເພື່ອປະຊາຊົນ, ມີຄຸນສົມບັດ-ສິນທໍາປະຕິວັດ, ມີຄວາມຊື່ສັດບໍລິສຸດ, ມີແບບແຜນດຳລົງຊີວິດປອດໃສຂາວສະອາດ, ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນໃນການນຳພາ-ບັນຊາ, ຕ້ອງມີຄວາມຮູ້, ຄວາມສາມາດໃນການເຮັດວຽກ, ມີລະດັບວິຊາສະເພາະທີ່ແນ່ນອນ, ມີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ, ສາມາດກຳໄດ້ທິດສະດີມາກ-ເລນິນ, ປະຕິບັດຕາມຄຳສັ່ງຂອງຂັ້ນເທິງທີ່ມອບໝາຍໃຫ້ເປັນຢ່າງດີ, ມີແບບແຜນວິທີນຳພາຢ່າງຖືກຕ້ອງເປັນຕົ້ນການປະຕິບັດລະບອບການນຳພາເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ, ຮູ້ປະສານສົມທົບລະຫວ່າງຂັ້ນເທິງ ແລະ ຂັ້ນລຸ່ມ, ມີການສະຫຼຸບຕີລາຄາ ແລະ ສ່ອງແສງລາຍງານເພື່ອຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ, ມີທັດສະນະມະຫາຊົນຢ່າງຖືກຕ້ອງ, ສຸຂະພາບແຂງແຮງ ສາມາດປະຕິບັດໜ້າທີ່ວຽກງານໄດ້ ແລະ ຖືກຕ້ອງຄົບຖ້ວນຕາມມາດຖານເງື່ອນໄຂທີ່ວາງໄວ້ເປັນຢ່າງດີ. ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິໄຕ ປ່ອນບັດເລືອກເອົາບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກອງບັນຊາການທະຫານແຂວງບໍ່ແກ້ວ ຊຸດ VI ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ໂດຍ: ວໍລະສິດ ພິດສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ