
ກອງພົນທີ 1 ພົບປະໂອ້ລົມ ອະດີດການນໍາ ແລະ ພະນັກງານບໍານານ
ເວລາອອກຂ່າວ: 2025-02-10 11:56:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 843 | ຄວາມນິຍົມ:
ວັນທີ 6 ກຸມພາ 2025 ນີ້, ກອງພົນທີ 1 ໄດ້ພົບປະໂອ້ລົມ ອະດີດການນໍາ ແລະ ພະນັກງານບໍານານ ກອງພົນທີ 1 ເນື່ອງໃນໂອກາດວັນສ້າງຕັ້ງກອງພົນທີ 1 ຄົບຮອບ 40 ປີ (12 ກຸມພາ 1985-12 ກຸມພາ 2025) ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພົນທີ 1 ມີຄະນະພັກ-ຄະນະບັນຊາ ຂັ້ນຫ້ອງ, ພະແນກການ ແລະ ພະນັກງານບຳນານ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ໄດ້ກ່າວອວຍພອນໄຊອັນປະເສີດມາຍັງບັນດາສະຫາຍອະດີດການນໍາ ຂອງກອງພົນທີ 1 ທີ່ໄດ້ປະກອບສ່ວນໜ້າທີ່ປ້ອງກັນຊາດອັນສູງສົ່ງ ທີ່ມີກຽດສະຫງ່າງາມ ເຫັນໄດ້ເຖິງມູນເຊື້ອຜົນງານຫຼາຍດ້ານໃນການນຳພາ-ຊີ້ນຳ ສ້າງສາພັດທະນາກົມກອງ ໃຫ້ມີຜົນສໍາເລັດໜ້າທີ່ການເມືອງ ທີ່ພັກ-ລັດ ມອບໝາຍໃຫ້ເປັນຢ່າງດີ, ອວຍພອນມາຍັງອະດີດພະນັກງານບຳນານ ຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ, ມີສຸຂະພາບແຂງແຮງ ປາດສະຈາກໂລກໄພໄຂ້ເຈັບ, ເປັນຜູ້ນໍາສຶກສາອົບຮົມ ແລະ ເປັນແວ່ນແຍງໃຫ້ ພະນັກງານ-ນັກຮົບ ຮຸ່ນສືບທອດ ໄດ້ນຳເອົາຜົນງານມູນເຊື້ອອັນດີງາມມາເປັນບົດຮຽນທີ່ລໍ້າຄ່າ ເພື່ອນໍາມາຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ. ພ້ອມທັງ, ໄດ້ຫວນຄືນມູນເຊື້ອປະຫວັດສາດ ນັບຕັ້ງແຕ່ວັນສ້າງຕັ້ງກອງພົນທີ 1 ຈົນເຖິງປັດຈຸບັນ. ຈາກນັ້ນ, ໃນພິທີ ຄະນະພັກ-ຄະນະບັນຊາ ກອງພົນທີ 1 ໄດ້ມອບເສື້ອວັນສ້າງຕັ້ງກອງພົນທີ 1 ຄົບຮອບ 40 ປີ ໃຫ້ພະນັກງານບໍານານ ພ້ອມທັງຖ່າຍຮູບໄວ້ເພື່ອເປັນທີ່ລະນຶກ ອີກດ້ວຍ.
ໂດຍ: ຊັນໂດ ລາດຊະພູມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ