
ນັກເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ສຸມໃສ່ຄົ້ນຄວ້າຍາດເອົາປະສົບການ ການຮຽນ-ການສອນ
ເວລາອອກຂ່າວ: 2025-02-10 12:04:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1107 | ຄວາມນິຍົມ:
ວັນທີ 10 ກຸມພາ ນີ້, ຄະນະກຳມະການ ກອງເລຂາ ແລະ ວິຊາການ ນຳໂດຍ ສະຫາຍ ພັນໂທ ຄຳພັນ ອິນລາວົງ ຫົວໜ້າພະແນກວັດຖຸ ກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ປະເມີນຜົນການຮຽນ-ການສອນ ຂອງນັກເຝິກອົບຮົມ ວິຊາຄູຊັ້ນປະຖົມສຶກສາ ຢູ່ທີ່ ວິທະຍາໄລຄູສະຫວັນນະເຂດ.
ຜ່ານການອົບຮົມໃນໄລຍະ 4-5 ຜ່ານມາ, ສັງເກດເຫັນວ່າ ຄູ-ອາຈານໄດ້ຄົ້ນຄວ້າ, ເລືອກເຟັ້ນເອົາບົດຮຽນທີ່ດີອັນໃໝ່ມາສອນ, ສ່ວນນັກເຝິກອົບຮົມ ໄດ້ປະຕິບັດຕາມການແນະນໍາ ຂອງຄູ-ອາຈານ ຢ່າງເອົາໃຈໃສ່, ດຸໝັ່ນໃນຄົ້ນຄວ້າຮ່ຳຮຽນ ຮັກສາໄດ້ລະບຽບວິໄນ ແລະ ໂມງເວລາໃນການເຝິກຢ່າງເຂັ້ມງວດ ເຮັດໃຫ້ການປະເມີນຄວາມສາມາດ, ຄວາມຮູ້, ຄວາມເຂົ້າໃຈ, ວິທີການ, ຂັ້ນຕອນເຕັກນິກ ການຮຽນ-ການສອນ ໃນບັ້ນເຝິກອົບຮົມຄັ້ງນີ້ ບັນລຸໄດ້ຕາມລະດັບຄາດໝາຍ.
ໂອກາດດຽວກັນນີ້, ສະຫາຍ ພັນໂທ ຄຳພັນ ອິນລາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄູ-ອາຈານ ແລະ ນັກເຝິກອົບຮົມທຸກສະຫາຍ ທີ່ພ້ອມກັນປະຕິບັດຄຳສັ່ງແນະນຳຂອງຂັ້ນເທິງ ພ້ອມທັງຮຽກຮ້ອງໃຫ້ແຕ່ລະພາກສ່ວນ ສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ພ້ອມກັນສູ້ຊົນເຮັດສຳເລັດໜ້າທີ່ຕາມຂັ້ນເທິງມອບໝາຍໃຫ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ