
ປະກາດການແຕ່ງຕັ້ງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງສະຫວັນນະເຂດ
ເວລາອອກຂ່າວ: 2025-02-10 12:07:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 913 | ຄວາມນິຍົມ:
ພິທີປະກາດການແຕ່ງຕັ້ງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນຕົ້ນເດືອນ ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫ່ຍເຕັກນິກກອງທັບ, ມີສະຫາຍ ພັນເອກ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ, ມີຄະນະພັກ-ຄະນະບັນຊາໃນອົງການ 5 ຫ້ອງ, ຫ້ອງການ ປກຊ-ປກສ ແຂວງ, ແຂກທີຖືກເຊີນ, ຕະຫຼອດຮອດນາຍ ແລະ ພົນທະຫານເຂົ້າຮ່ວມ.
ສະຫາຍ ພັນເອກ ວິນທອງ ໄຊຍະວົງ ຮອງຫົວໜ້າກົມເສນາເຕັກນິກ ກົມໃຫ່ຍເຕັກນິກກອງທັບ ຜ່ານຂໍ້ຕົກລົງ ກະຊວງປ້ອງກັນປະເທດ, ວ່າດ້ວຍການແຕ່ງຕັ້ງຄະນະບັນຊາ ແລະ ຄະນະຫ້ອງເຕັກນິກ ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ, ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ສົມພອນ ເລື່ອນຄູນມີ ເປັນຮອງຫົວໜ້າກອງບັນຊາການ, ທັງເປັນຫົວໜ້າຫ້ອງເຕັກນິກກອງບັນຊາການທະຫານແຂວງສະຫວັນນະເຂດ, ແຕ່ງຕັ້ງ ສະຫາຍ ພັນຕີ ວິລະກຸນ ສຸກຈະເລີນ ເປັນຮອງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງ. ຈາກນັ້ນ, ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ (ຜູ້ເກົ່າ) ໄດ້ສະຫຼຸບຕີລາຄາຄືນຜ່ານການນຳພາ-ຊີ້ນຳວຽກງານເຕັກນິກ ຢູ່ກອງບັນຊາການທະຫານແຂວງໃນໄລຍະຜ່ານ, ເຊິ່ງເຫັນໄດ້ຜົນງານຫຼາຍດ້ານ ແລະ ບາງວຽກງານທີ່ຍັງຄົງຄ້າງເພື່ອສືບຕໍ່ປັບປຸງແກ້ໄຂ. ພ້ອມທັງ ເຊັນບົດບັນທຶກ ມອບ-ຮັບໜ້າທີ່ຢ່າງເປັນທາງການ.
ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ໄດ້ສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາ ຫ້ອງເຕັກນິກຍາດມາໄດ້ ແລະ ຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່, ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ຍົກສູງບົດບາດການນຳພາ, ປັບປຸງແບບແຜນວີທີເຮັດວຽກໃຫ້ມີວິທະຍາສາດ ເປັນລະບົບຄົບຊຸດ, ມີຈຸດປະສົງ, ມີເປົ້າໝາຍຢ່າງຈະແຈ້ງ, ເພື່ອຮັບປະກັນການເຮັດໜ້າທີ່ແຕ່ລະວຽກໃຫ້ມີຜົນສຳເລັດ ຮັບປະກັນໄດ້ທັງປະລິມານ ແລະ ຄຸນະພາບ.
ໂດຍ: ພານິດ ພິລາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ