ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກອງພັນໃຫຍ່ 497 ເປີດອົບຮົມ-ຫັດແອບ ປະຈຳປີ 2025
ເວລາອອກຂ່າວ: 2025-02-10 15:29:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1300 | ຄວາມນິຍົມ:



ພິທີ ເປີດຊຸດອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະ ປັບປຸງລະບຽບແບບແຜນ ໃຫ້ນາຍ ແລະ ພົນທະຫານ ທົ່ວກອງພັນໃຫຍ່ 497 ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ບຸນຕຽນ ໄຊຍຳວົງທັນ ກໍາມະການຄະນະພັກອົງການ ກົມໃຫຍ່ເສນາທິການກອງທັບ, ຫົວໜ້າກົມ 49, ມີຜູ້ຕາງໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 497, ພະແນກການ, ກົມກອງ ຄະນະຮັບຜິດຊອບ, ຄູ-ອາຈານ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສາຍພິນ ພັນທຸລິດ ຫົວໜ້າຂະແໜງອົບຮົມ ໄດ້ຜ່ານແຜນການອົບຮົມ-ຫັດແອບ ປະຈຳປີ 2025 ຂອງກອງພັນໃຫຍ່ 497, ອີງຕາມ ຄໍາສັ່ງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ-ເຕັກນິກ ໃຫ້ກໍາລັງຫຼວງ-ກໍາລັງທ້ອງຖິ່ນ ໃນທົ່ວກອງທັບ ປະຈໍາປີ 2025 ແລະ ຄຳສັ່ງແນະນໍາ ຂອງກົມອົບຮົມ ວ່າດ້ວຍການອົບຮົມ-ຫັດແອບປັບປຸງລະບຽບແບບແຜນ ເຝິກຝົນກຳລັງແຮງກາຍ ປະຈຳປີ 2025 ແລະ ຄຳສັ່ງແນະນຳເພີ່ມເຕີມ ຂອງກົມ 49 ໃຫ້ໄດ້ຮັບປະສິດຜົນສູງ, ຂະແໜງອົບຮົມ ກອງພັນໃຫຍ່ 497 ຈຶ່ງໄດ້ສ້າງແຜນການອົບຮົມ-ຫັດແອບ ເພື່ອນໍາເອົາເນື້ອໃນຄຳສັ່ງມາປະຕິບັດຕົວຈິງໃນກົມກອງຂອງຕົນຢ່າງຖືກຕ້ອງ, ຄົບຖ້ວນ ແລະ ມີຄຸນນະພາບ ທັງຍົກສູງລະດັບຄວາມຮູ້ ຄວາມສາມາດທາງດ້ານທິດສະດີຫຼັກການ, ສິລະປະຍຸດ-ຍຸດທະວິທີ ໃຫ້ນາຍ ແລະ ພົນທະຫານ ມີຄວາມຊຳນານ, ມີພິກໄຫວຄ່ອງແຄ່ວ ຮັບປະກັນໃນການກຽມພ້ອມສູ້ຮົບ ແລະ ສູ້ຮົບໃນທຸກເງື່ອນໄຂກໍລະນີ ທັງເປັນການຍູ້ແຮງໃຫ້ກົມກອງປະຕິບັດຂໍ້ກຳນົດ, ກົດລະບຽບ ຂອງກອງທັບເປັນປົກກະຕິ, ຕໍ່ເນື່ອງ, ສ້າງກົມກອງໃຫ້ມີລະບຽບວິໄນເຂັ້ມງວດ, ສ້າງ ແລະ ປັບປຸງກົມກອງໃຫ້ມີແບບແຜນທັນສະໄໝເທື່ອລະກ້າວ, ຖືເອົາວຽກງານດັ່ງກ່າວກາຍເປັນຊີວິດປະຈຳວັນ ແລະ ທັງເປັນການເຝິກຝົນຫຼໍ່ຫຼອມກຳລັງແຮງກາຍພະນັກງານ-ນັກຮົບ ມີສຸຂະພາບແຂງແຮງ, ທົນທານແຂງແກ່ນ ກ້ຽມພ້ອມຮັບໃຊ້ໜ້າທີ່ເມືອງ ທີ່ພັກ-ລັດ ແລະ ກອງທັບມອບໝາຍໃຫ້ມີຜົນສຳເລັດ. ການອົບຮົມຄັ້ງນີ້, ກຳນົດເວລາ 180 ວັນ ລວມມີ 4 ພາກ ໃນນີ້, ພາກການທະຫານ 45 ວັນ, ພາກການເມືອງ 15 ວັນ, ພາກພະລາທິການ 10 ວັນ, ພາກເຕັກນິກ 10 ວັນ ແລະ ອົບຮົມພາກວິຊາສະເພາະເຫຼົ່າຕີພິເສດ 100 ວັນ. ພ້ອມນັ້ນ, ສະຫາຍ ພັນໂທ ບຸນທອນ ໝື່ນແກ້ວ ກໍາມະການຄະນະພັກກອງພັນໃຫຍ່, ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່ 497 ໄດ້ຜ່ານຂໍ້ແຂ່ງຂັນ ຈາກນັ້ນ, ຕາງໜ້າແຕ່ລະກົມກອງ ໄດ້ຂຶ້ນຈັບມືກັນຮັບເອົາເນື້ອໃນຂໍ້ແຂ່ງຂັນ ເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນການອົບຮົມ-ຫັດແອບ ປະຈຳປີ 2025 ຢູ່ກົມກອງໃຫ້ມີປະສິດທິຜົນສູງ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນຕຽນ ໄຊຍໍາວົງທັນ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງໄດ້ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມ, ກໍາແໜ້ນເນື້ອໃນຄໍາສັ່ງ, ແຜນການຂອງກົມໃຫຍ່ເສນາທິການກອງທັບ ໂດຍສະເພາະແຜນການອົບຮົມ-ຫັດແອບ ຂອງກອງພັນໃຫຍ່ 497 ວາງອອກຢ່າງເຂັ້ມງວດ, ຍົກສູງບົດບາດຄວາມຮັບຜິດຊອບຕໍ່ການອົບຮົມ-ຫັດແອບໃຫ້ໄດ້ຮັບຄຸນນະພາບ, ເອົາໃຈໃສ່ຕິດຕາມ, ຊຸກຍູ້ຢ່າງເປັນປະຈຳ ແລະ ໃກ້ຊິດຕິດແທດຕົວຈິງກັບພະນັກງານ-ນັກຮົບ ພ້ອມທັງເພີ່ມທະວີສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ຮັບຮູ້ກໍາແໜ້ນແນວທາງນະໂຍບາຍ ຂອງພັກ-ລັດ ຢ່າງເລິກເຊິ່ງ, ພ້ອມກັນອອກແຮງສຸມສະຕິປັນຍາເຂົ້າໃນການອົບຮົມ-ຫັດແອບຢ່າງຕັ້ງໜ້າ, ຍົກສູງນໍ້າໃຈມານະອົດທົນຕໍ່ສະພາບຄວາມຫຍຸ້ງຍາກຕ່າງໆ, ຮັດແໜ້ນຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮັບປະກັນແນໃສ່ເຮັດໃຫ້ບັ້ນອົບຮົມ-ຫັດແອບໃນຄັ້ງນີ້ ມີຜົນສໍາເລັດ ແລະ ຮັບປະກັນຄວາມປອດໄພ. ຫຼັງຈາກນັ້ນ, ໃນພິທີ ໄດ້ໄປຮັບຊົມລາຍການສະແດງຕ່າງໆ ຂອງກອງພັນເຄື່ອນທີ່ໄວ 428 ໃນນີ້, ໄດ້ຊົມການສະແດງ ປີກຕີພິເສດລອຍນ້ຳປິດລັບທຳລາຍສາງຄັງຂອງສັດຕູ, ປີກຕີພິເສດ ປິດລັບຫຼອນຕີສັດຕູພັກທັບຊົ່ວຄາວ, ການສະແດງຫັດກາຍມວຍຕີພິເສດ ຍິງ-ຊາຍ ແລະ ຊົມການສະແດງສິລະປະຍຸດຂຶ້ນ-ລົງອາຄານຫຼາຍຊັ້ນ. ໂດຍ: ເປິ້ນ ແສງຄຳມີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ