ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ເມືອງຫົງສາ ເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ທາງຮ່ອມ ບ້ານເມືອງຫານ, ບ້ານໂພນຈັນ ແລະ ໂຄງການສ້ອມແປງປ່ຽນຖ່າຍຊິ້ນສ່ວນຂົວເບເລ ນ້ຳແກນ 1
ເວລາອອກຂ່າວ: 2025-02-10 15:34:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 957 | ຄວາມນິຍົມ:



ໃນວັນທີ 7 ກຸມພາ 2025 ນີ້, ຢູ່ທີ່ຫ້ອງປະຊຸມ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຫົງສາ ແຂວງໄຊຍະບູລີ ໄດ້ມີພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ທາງຮ່ອມບ້ານ ເມືອງຫານ, ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ທາງຮ່ອມ ບ້ານໂພນຈັນ ແລະ ໂຄງການສ້ອມແປງປ່ຽນຖ່າຍຊິ້ນສ່ວນຂົວເບເລ ນ້ຳແກນ 1 (ບ້ານສີບຸນເຮືອງ) ລະຫວ່າງ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງຫົງສາ ແຂວງໄຊຍະບູລີ (ເຈົ້າຂອງໂຄງການ) ແລະ ບໍລິສັດ ວິໄຣພອນ 1818 ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ, ບໍລິສັດ ໂຊກນະພາ ກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດຜູ້ດຽວ (ຜູ້ຮັບເໝົາ) ໂດຍມີທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງຫົງສາ, ມີຄະນະກຳມະການຄຸ້ມຄອງການກໍ່ສ້າງຂອງເມືອງ, ບໍລິສັດຜູ້ຮັບເໝົາ, ນາຍບ້ານ ແລະ ພະນັກງານຫ້ອງການທີ່ກ່ຽວຂ້ອງຂອງເມືອງເຂົ້າຮ່ວມເປັນສັກຂີພະຍານ. ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ທາງຮ່ອມ ບ້ານເມືອງຫານ ມີລວງຍາວ 987 ແມັດ, ລວງກວ້າງ 5 ແມັດ ໂດຍແມ່ນບໍລິສັດ ວິໄຣພອນ 1818 ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າການກໍ່ສ້າງ 2,2 ຕື້ກວ່າກີບ, ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ທາງຮ່ອມ ບ້ານໂພນຈັນ ມີລວງຍາວ 569 ແມັດ, ລວງກວ້າງ 5 ແມັດ ໂດຍແມ່ນບໍລິສັດ ໂຊກນະພາ ກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າການກໍ່ສ້າງ 1,3 ຕື້ກວ່າກີບ ສອງໂຄງການດັ່ງກ່າວ ຈະໄດ້ເລີ່ມລົງມືໃນການກໍ່ສ້າງນັບແຕ່ວັນທີ 7 ກຸມພາ-7 ກໍລະກົດ 2025 ໃຫ້ສຳເລັດ ແລະ ໂຄງການສ້ອມແປງປ່ຽນຖ່າຍຊິ້ນສ່ວນຂົວເບເລ ນ້ຳແກນ 1 (ບ້ານສີບຸນເຮືອງ) ມີລວງຍາວທັງໝົດ 52 ແມັດ, ກວ້າງ 4,5 ແມັດ ໂດຍແມ່ນບໍລິສັດ ໂຊກນະພາ ກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າກໍ່ສ້າງ 356 ລ້ານກວ່າກີບ ເຊິ່ງຈະໄດ້ເລີ່ມລົງມືກໍ່ສ້າງ ເລີ່ມແຕ່ວັນທີ 7 ກຸມພາ-7 ເມສາ 2025 ໃຫ້ສໍາເລັດ ເຊິ່ງທັງ 3 ໂຄງການແມ່ນນໍາໃຊ້ແຫຼ່ງທຶນສະໜັບສະໜູນຈາກ ບໍລິສັດ ໄຟຟ້າຫົງສາ ຈໍາກັດ. ໃນພິທີ ໄດ້ມີການລົງນາມສັນຍາ ລະຫວ່າງ ທ່ານ ນາງ ສົມຈິດ ພັນທຸອາມາດ ຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ແລະ ທ່ານ ສີນວນ ເສີດບົວສີ ຕາງໜ້າບໍລິສັດ ວິໄຣພອນ 1818 ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ແລະ ທ່ານ ບົວຄຳ ດວງຈຳປາ ຮອງຜູ້ອຳນວຍການບໍລິສັດ ໂຊກນະພາ ກໍ່ສ້າງ ແລະ ສ້ອມແປງຂົວທາງ ຈຳກັດຜູ້ດຽວ. ຂໍ້ມູນຈາກ: ຖວທ ເມືອງຫົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ