
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການກອງທັບ ສະໄໝທີ VII ຮອບທີ 3
ເວລາອອກຂ່າວ: 2025-02-14 12:03:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5341 | ຄວາມນິຍົມ:
ວັນທີ 14 ກຸມພາ 2025 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ອົງການກົມໃຫຍ່ພະລາທິການກອງທັບ ສະໄໝທີ VII ຮອບທີ 3 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຫົວໜ້າຄະນະຊີ້ນໍາບຸກຄະລາກອນຂັ້ນກະຊວງປ້ອງກັນເທດ, ມີ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກອົງການກົມໃຫຍ່, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຄະນະບໍລິຫານງານພັກອົງການ ກົມໃຫຍ່ພະລາທິການກອງທັບ, ກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ຄະນະພັກຮາກຖານ, ໜ່ວຍພັກ ແລະ ສະມາຊິກພັກສົມບູນເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ໃຫ້ທິດຊີ້ນໍາຕໍ່ຜູ້ເເທນກອງປະຊຸມ ກໍຄືສະມາຊິກພັກສົມບູນທຸກສະຫາຍ ກ່ອນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ອົງການກົມໃຫຍ່ພະລາທິການກອງທັບ ສະໄໝທີ VII ຮອບທີ 3, ໂດຍຮຽກຮ້ອງໃຫ້ຈົ່ງພ້ອມກັນເອົາໃຈໃສ່ເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເຂົ້າໃນການໃຊ້ສິດປະຊາທິປະໄຕ ແລະ ຄົ້ນຄວ້າເອົາບຸກຄະລາກອນຜູ້ທີ່ມີມາດຖານ, ເງື່ອນໄຂ, ຄົບຖ້ວນ ເພື່ອຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການກອງທັບ ສະໄໝທີ VII ໃຫ້ໄດ້ຕາມລະດັບຄາດໝາຍ ແລະ ສໍາເລັດຜົນໄປດ້ວຍດີ.
ໂດຍ: ຄໍາປະສົງ ລາດຊະວົງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ