ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ຄະນະ​ພັກ​ຮາກ​ຖານ ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ ທະຫານ​ແຂວງ​ສະ​ຫວັນນ​​ະ​ເຂດ ສຳເລັດ​ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ VII
ເວລາອອກຂ່າວ: 2025-02-17 09:30:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1081 | ຄວາມນິຍົມ:



ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ VII ຂອງ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາ​ທິ​ການ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ໄດ້​ເປີດ​ຂຶ້ນ ແລະ ອັດ​ລົງ​ດ້ວຍ​ຜົນສຳເລັດລົງ ໃນ​ວັນ​ທີ 10 ກຸມພາ 2025 ນີ້, ໂດຍ​ການເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ພັນ​ວິໄລ ລາດ​ສະ​ຍົນ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ​ ກອງ​ບັນຊາ​ການ​ທະຫານ​ແຂວງ,ມີ​ສະຫາຍ ພັນ​ເອກ ຄຳ​ສາ ຮຽມ​ຈຳປາ​ຄຳ ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ທະຫານ​ແຂວງ,ມີ​ບັນດາ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ອົງການ 5 ຫ້ອງ, ພະ​ແນກ​ຈັດ​ຕັ້ງ​ພັກ-ະນັກງານ,ແຂກ​ຖືກ​ເຊີນ​ຕະຫຼອດ​ຮອດ​ສະມາຊິກ​ພັກ​ສົມບູນ ເຂົ້າ​ຮ່ວມ. ​ສະຫາຍ ພັນ​ໂທ ບຸນ​ໃສ ແກ້ວ​ພິຈິດ ຮອງ​ເລຂາ​ຄະນະ​ພັກ​ຮາກ​ຖານ ໄດ້​​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ໃນ​ໄລຍະ 5 ປີ ຜ່ານ​ມາ ຄະນະ​ພັກ ​ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ແນວ​ຄິດ ເຮັດ​ໃຫ້​ພະນັກງານ​ສະ​ມາ​ຊິ​ພັກ-ນັກຮົບ ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ, ກົດໝາຍ​ຂອງ​ລັດ,ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ​ມາ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ​ກົມ​ກອງ,ເປັນໃຈ​ກາງ​ໃນ​ການ​ເຕົ້າໂຮມ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ, ບົນ​ພື້ນ ຖານ​ປະຕິບັດ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ​ຢ່າງ​ເຂັ້ມ​ງວດ ທັງ​ຍູ້​ແຮງ​ຂະ​ບວນ​ການ​ກໍ່ສ້າງ​ກົມ​ກອງ​ປອດ​ໃສ ປອດ​ໄພ ປອດ​ຄະດີ ເຮັດ​ໃຫ້​ກົມ​ກອງ​ມີ​ຄວາມ​ ສະຫງົບ​ປອດ​ໄພ ຕິດ​ພັນ​ກັບ​ການຈັດຕັ້ງ​ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ​ທົ່ວ​ປວງ​ຊົນ​ຮອບດ້ານ. ໃນ​ພິທີ ກອງ​ປະຊຸມ​ໄດ້​ພ້ອມ​ກັນ​ໃຊ້​ສິດ​ປະຊາທິປະໄຕ​ປ່ອນ​ບັດ​ເລືອກ​ເອົາ​ສະຫາຍ ພັນ​ເອກ ຄຳ​ສາ ຮຽມ​ຈຳປາ​ຄຳ ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ, ສະຫາຍ ພັນ​ໂທ ບຸນ​ໃສ ແກ້ວ​ພິຈິດ ເປັນ​ຮອງ​ເລຂາ, ສະຫາຍ ພັນ​ໂທ ພູ​ຂົງ ສີ​ສຸ​ນົນ ເປັນ​ປະທານ​ກວດ ກາ​ພັກ, ສະຫາຍ ພັນ​ໂທ ສຸ​ກັນຍາ ດວງ​ປັນຍາ ແລະ ສະຫາຍ ພັນ​ ໂທ ບຸນ​ທະວີ ຍອດ​ພະ​ຫຍາ ເປັນ​ຮອງ​ປະທານ​ກວດກາ, ສະຫາຍ ພັນ​ໂທ ແສງຕາ​ວັນ ໃຈ​ວົງສາ, ສະຫາຍ ພັນ​ຕີ ນ້ອຍ ທອງ​ວິໄລ, ສະຫາຍ ພັນ​ໂທ ພະນົມ​ສິນ ລັດ ຕະນະ​ພົມ​ພອນ ແລະ ສະຫາຍ ພັນ​ໂທ ພູ​ວັງ ກາບ​ເກສອນ ເປັນ​ຄະນະ​ພັກ. ໂດຍ: ວິລະ​ພົງ ເທບ​ໂພ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ