ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ສ້າງ​ຂະ​ບວນ​ການແຂ່ງຂັນ ​ນັກ​ຮ້ອງ​ສຽງ​ດີ
ເວລາອອກຂ່າວ: 2025-02-17 09:34:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 981 | ຄວາມນິຍົມ:



ໃນ​ຕົ້ນ​ເດືອນ​ກຸມພາ​ຜ່ານ ມານີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ສ້າງ​ຂະ​ບວນ​ການ​ແຂ່ງຂັນ​ນັກ​ຮ້ອງ​ສຽງ​ດີ, ເພື່ອ​ຂໍ່ານັບ​ຮັບ​ຕ້ອນ​ກອງປະ ຊຸມ​ໃຫຍ່ ຄັ້ງ​ທີ VIII ຂອງ​ອົງ ຄະ​ນະ​ພັກ ກອງ​ບັນຊາ​ການ​ທະ ຫານ​ແຂວງ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງສະຫາຍ ພັນ​ເອກ ວິລະສິນ ມິດ​ຕະ​ພອນ ຫົວໜ້າ​ຫ້ອງ​ການ ເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ອົງການ, ກົມ​ກອງ​ຮາກ​ຖານ ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ເຂົ້າ​ຮ່ວມ​ຮັບ​ຊົມ. ສະຫາຍ ພັນ​ເອກ ວິລະ​ສິນ ມິດ​ຕະ​ພອນ ໄດ້​ກ່າວ​ວ່າ: ການ​ສ້າງ​ຂະ​ບວນ​ການແຂ່ງຂັນນັກ ​ຮ້ອງ​ສຽງ​ດີ​ໃນ​ຄັ້ງ​ນີ້ ແມ່ນເພື່ອ ​ເປັນ​ການ​ສ້າງ​ຜົນງານ​ໄວ້​ຂໍ່າ ນັບ​ຮັບ​ຕ້ອນ ວັນ​ສຳຄັນ​ທາງປະ ຫວັດສາດຂອງ​ຊາດ, ຂອງພັກ, ໂດຍ​ສະເພາະ​ແມ່ນຂໍ່ານັບ​ຮັບ​ຕ້ອນກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VIII ຂອງ​ອົງຄະ​ນະ​ພັກ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ ທີ່​ຈະ​ໄຂ​ຂຶ້ນ​ໃນ​ມໍ່ໆ​ນີ້ ໃຫ້​ມີ​ ບັນຍາກາດ​ເບີກບານ​ມ່ວນຊື່ນ ແລະ ມີ​ເນື້ອ​ໃນ​ຄວາມ​ໝາຍ​ເລິກ ເຊິ່ງ. ການ​ແຂ່ງຂັນ​ຄັ້ງ​ນີ້, ມີ​ນັກ​ຮ້ອງ​ສຽງ​ດີຈາກ​ບັນດາ​ກົມ​ກອງ​ອ້ອມ​ຂ້າງ ກອງ​ບັນຊາ​ການ​ທະຫານ​ແຂວງເຂົ້າ​ຮ່ວມ​ປະ​ກວດ​ທັງ​ໝົດ 12 ສະຫາຍ, ​ການ​ແຂ່ງຂັນ ໄດ້​ດຳເນີນ​ໄປ​ດ້ວຍ​ບັນຍາກາດ​ຄຶກຄື້ນ ແລະ ມີ​ຄວາມ​ເບີກບານ​ມ່ວນຊື່ນ. ຜ່ານ​ການ​ແຂ່ງຂັນ​ຕົວ​ຈິງ ໄດ້​ຮັບ​ລາງວັນ​ປະເພດ​ທີ I ແມ່ນ​ ສະຫາຍ ສິບ​ໂທ ນາງ ເນັ່ງ​ຊົ່ງ ຈາກ​ຫ້ອງ​ເຕັກນິກ ໃນ​ບົດ​ເພງ ເມືອງ​ລາວ​ມີ​ພັກ​ນຳພາ, ປະເພດ​ທີ II ແມ່ນ​ ສະຫາຍ ພັນຕີ ນາງ ວັນນະ​ກາ ແກ້ວ​ແພງ​ໄລ ຈາກ​ກອງຮ້ອຍ 226 ໃນ​ບົດເພງ ວຽງ​ໄຊ​ເມືອງ​ງາມ, ປະເພດ​ທີ III ແມ່ນ ​ສະຫາຍ ສິບ​ເອກ ເຫຼັກ ທັນ​ຍາສິດ ຈາກ​ຫ້ອງ​ພະລາທິການ ໃນ​ບົດ​ເພງ ລາຕີ​ແນວ​ໜ້າ. ພາຍຫຼັງ​ສຳເລັດ​ການ​ແຂ່ງຂັນ ກໍ​ໄດ້​ມອບ​ຂອງຂວັນ​ລາງວັນ​ໃຫ້​ນັກ​ຮ້ອງ​ສຽງ​ດີ ທີ່​ໄດ້​ຮັບ​ລາງວັນ​ແຕ່​ລະ​ປະເພດ ຢ່າງ​ສົມ​ກຽດ. ໂດຍ: ບຸນ​ເພັງ ວົງ​ແກ້ວ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ