ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ກົມໃຫຍ່ພະລາທິການ ປກຊ-ປກສ ແຂ່ງຂັນກິລາມິດຕະພາບ
ເວລາອອກຂ່າວ: 2025-02-17 14:22:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1216 | ຄວາມນິຍົມ:



ວັນທີ 14 ກຸມພາ 2025 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ສ້າງຂະບວນການແຂ່ງຂັນກິລາມິດຕະພາບ ກັບ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ໂດຍມີ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ສະຫາຍ ພົນຈັດຕະວາ ໜູຈອນ ກ້ອນທອງດໍາ ຫົວໜ້າກົມໃຫຍ່ພະລາທິການ ປກສ ພ້ອມຄະນະນໍາກົມໃຫຍ່, ບັນດາກົມວິຊາສະເພາະ, ຫ້ອງການ, ພະແນກການ ແລະ ນັກກິລາທັງສອງພາກສ່ວນ ເຂົ້າຮ່ວມ. ຈຸດປະສົງ ການແຂ່ງຂັນກິລາໃນຄັ້ງນີ້, ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ທີ່ຈະມາເຖິງໃນມໍ່ໆນີ້, ໃຫ້ເຕັມໄປດ້ວຍຄວາມໝາຍສໍາຄັນອັນເລິກເຊິ່ງ ແລະ ມີຜົນສໍາເລັດຈົບງາມ, ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງ, ໄມຕີຈິດ, ມິດຕະພາບອັນດູດດື່ມ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານວຽກງານວິຊາສະເພາະ ກໍຄືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ