
ກອງພັນໃຫຍ່ 611 ສະຫຼຸບຖອດຖອນບົດຮຽນ ວຽກງານກຸ່ມທ້ອນເງິນພັດທະນາ ປະຈຳປີ 2024
ເວລາອອກຂ່າວ: 2025-02-18 08:48:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 813 | ຄວາມນິຍົມ:
ໃນວັນທີ 11 ກຸມພາ 2025, ກຸ່ມທ້ອນເງິນພັດທະນາຂອງສະຫະພັນແມ່ຍິງຂອງກອງພັນໃຫຍ່ 611 ໄດ້ສະຫຼຸບຖອດຖອນບົດຮຽນວຽກງານກຸ່ມທ້ອນເງິນ
ປະຈຳປີ 2024 ແລະ ຜ່ານແຜນ ການເຄື່ອນໄຫວວຽກງານກຸ່ມທ້ອນເງິນ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນເລີດ ສຸດຕະກອນ ຫົວໜ້າພະແນກການເມືອງ ກອງ ພັນໃຫຍ່ 611, ມີຄະນະພັກ-ຄະນະ
ບັນຊາ 5 ພະແນກການ, ຂະ ແໜງການ, 3 ກອງພັນ, 4 ກອງ ຮ້ອຍເອກະ
ລາດ, ໂຮງໝໍຕະຫຼອດຮອດ ສະ ມາ ຊິກກຸ່ມທ້ອນເງິນ ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ວັນໂນລາ ແສງດາວເຮືອງ ຫົວໜ້າຂະແໜງສະຫະພັນ, ຮອງປະທານກຸ່ມທ້ອນເງິນພັດທະນາສະຫະພັນແມ່ຍິງ ຂອງກອງພັນໃຫຍ່ 611 ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງປະທານກຸ່ມທ້ອນເງິນຄົນໃໝ່, ພ້ອມທັງຜ່ານບົດສະຫຼຸບລາຍງານຜົນການ ເຄື່ອນໄຫວວຽກງານກຸ່ມທ້ອນເງິນ ປະຈຳປີ 2024 ແລະ ຜ່ານແຜນການເຄື່ອນໄຫວ ປະຈຳປີ 2025. ຈາກນັ້ນ, ກຳມະການກຸ່ມ
ທ້ອນເງິນໄດ້ຜັດປຽນກັນຜ່ານແຜນຄິດໄລ່ແບ່ງປັນຜົນກຳໄລຈາກດອກເບ້ຍ ປະຈຳປີ 2024 ແລະ ຜ່ານຂໍ້ກຳນົດ ວ່າດ້ວຍການຄຸ້ມຄອງການເຄື່ອນໄຫວກຸ່ມ
ທ້ອນເງິນ.
ໂດຍ: ພູວາ ເພຍຄຳໂງ່ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ