
ມອບຊີມັງ ໃຫ້ກອງຮ້ອຍທະຫານຊາຍແດນ 154 ແຂວງໄຊຍະບູລີ
ເວລາອອກຂ່າວ: 2025-02-18 08:54:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1157 | ຄວາມນິຍົມ:
ໃນບໍ່ດົນຜ່ານມານີ້, ສະຫາຍ ພັນເອກ ບຸນຍອງ ດວງດີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ແລະ ສະຫາຍ ພັນເອກ ອຳພັນ ໄຊຍະສຸບັນ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ໄດ້ນຳເອົາຊີມັງ ຈຳນວນ 2 ໂຕນ ໄປມອບໃຫ້ກອງຮ້ອຍທະຫານຊາຍແດນ 154 ແຂວງໄຊຍະບູລີ, ຕາງໜ້າກ່າວມອບໂດຍ ສະຫາຍ ພັນເອກ ບຸນຍອງ ດວງດີ ກ່າວຮັບໂດຍ ສະຫາຍ ຮ້ອຍເອກ ເກົ້າ ທໍ່ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 154 ແຂວງໄຊຍະບູລີ ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍ ຮ້ອຍເອກ ເກົ້າ ທໍ່ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງ ສະຫາຍຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊຍະບູລີ ແລະ ສະຫາຍຮອງຫົວໜ້າກອງບັນຊາການທະຫານຊາຍແດນ ທີ່ມີຄວາມເປັນຫ່ວງເປັນໃຍ ບິແບ່ງທຶນຮ່ອນ ແລະ ວັດຖຸປັດໄຈ ມາມອບຊ່ວຍເຫຼືອໃນຄັ້ງນີ້ ພ້ອມທັງ, ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາວັດຖຸປັດໄຈດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານລວມຂອງກົມກອງ ໃຫ້ເກີດປະໂຫຍດສູງສຸດ.
ໂດຍ: ສົມຈີນ;
ຂໍ້ມູນ: ເກົ້າ ທໍ່
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ