ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍບໍລິເວນ 107 ປະກາດເລື່ອນຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2019-07-07 13:48:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ໃນວັນທີ 3 ກໍລະກົດ 2019 ນີ້, ຢູ່ໂຮງໝໍບໍລິເວນ 107 ໄດ້ຈັດ ພິທີປະກາດການເລື່ອນ-ທຽບ ຊັ້ນໃຫ້ນາຍທະຫານຂຶ້ນ ໂດຍ ການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາ ສົມໃຈ ເພັດທະວົງສີ ກຳມະການຄະນະ ພັກ ອົງການກົມໃຫຍ່ ຫົວໜ້າ ກົມເຊື້ອໄຟກົມໃຫຍ່ພະລາທິການ ກອງທັບ. ມີ ສະຫາຍ ພັນເອກ ໄພ ວັນ ຈັນທະສຸກ ເລຂາຄະນະພັກ ຮາກຖານ ອຳນວຍການໂຮງໝໍ ພ້ອມດ້ວຍຄະນະຕະຫຼອດຮອດ ພະນັກງານນາຍທະຫານໃນ ກົມກອງເຂົ້າຮ່ວມ. ສະຫາຍ ພັນຕີ ວົງຈັນ ອິນທະ ສານ ຊ່ວຍວຽກພະແນກພະນັກ ງານກົມໃຫຍ່ພະລາທິການກອງ ທັບໄດ້ຂຶ້ນອ່ານຂໍ້ຕົກລົງຂອງກະ ຊວງປ້ອງກັນປະເທດ ວ່າດ້ວຍ ການເລື່ອນ-ທຽບຊັ້ນໃຫ້ນາຍທະ ຫານຈຳນວນ 21 ສະຫາຍຢູ່ໂຮງ ໝໍບໍລິເວນ 107 ຄື: ຮ້ອຍເອກຂຶ້ນ ພັນຕີ 1 ສະຫາຍ, ຮ້ອຍໂທຂຶ້ນ ຮ້ອຍເອກ 14 ສະຫາຍ, ຮ້ອຍຕີຂຶ້ນ ຮ້ອຍໂທ 6 ສະຫາຍ, ຈາກນັ້ນປະ ທານກໍໄດ້ໃຫ້ການໂອ້ລົມຕໍ່ພິທີ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ນາຍທະຫານພາຍໃນກົມ ກອງທີ່ມີຜົນງານດີເດັ່ນໃນການ ເຮັດສຳເລັດວຽກງານຂອງຕົນທີ່ ຂັ້ນເທິງມອບໝາຍໃຫ້ ແລະ ໄດ້ ເນັ້ນໜັກໃຫ້ພະນັກງານເຂົ້າຮ່ວມ ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບ ການເລື່ອນ-ທຽບຊັ້ນໃໝ່ຈົ່ງເພີ່ມ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ ວຽກງານຂອງຕົນ, ເປັນເຈົ້າ ການປະຕິບັດຂໍ້ກຳນົດກົດລະ ບຽບຂອງພັກ, ຂອງກອງທັບ ແລະ ກົດໝາຍຂອງລັດຢ່າງເຂັ້ມ ງວດເປັນແບບຢ່າງທີ່ດີ ໂດຍສະ ເພາະແມ່ນຄວາມຮັບຜິດຊອບຕໍ່ ວຽກງານວິຊາສະເພາະຂອງຕົນ ໃຫ້ມີຜົນສຳເລັດ ມີປະສິດທິພາບ ສູງໃນການເບິ່ງແຍງປິ່ນປົວຜູ້ ບາດເຈັບ ແລະ ເຈັບປ່ວຍທີ່ເຂົ້າ ມາໃຊ້ບໍລິການຢູ່ໃນໂຮງໝໍໃຫ້ ດີ ພ້ອມທັງເອົາໃຈໃສ່ແບບແຜນ ວິທີເຮັດວຽກງຂອງຕົນ ເພື່ອ ເຮັດໃຫ້ສອດຄ່ອງກັບຫຼັກການ ລວມສູນປະຊາທິປະໄຕ ລີກລຽງ ພະຍາດອາດຍາສິດ, ສໍ້ລາດບັງ ຫຼວງ, ອວດອົງທະນົງຕົວ, ຂີ້ຄ້ານ ມັກງ່າຍ, ການຫຼິ້ນກິນຟູມ ເຟືອຍ, ແນວຄິດຄັບແຄບ ແລະ ອື່ນໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ