ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຊັນສັນຍາການກໍ່ສ້າງ ອະນຸສອນສະຖານຄຸກກັກຂັງຜູ້ນຳແນວລາວຮັກຊາດ
ເວລາອອກຂ່າວ: 2019-07-07 13:53:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 129 | ຄວາມນິຍົມ:



ໃນວັນທີ 5 ກໍລະກົດ 2019 ນີ້, ຢູ່ທີ່ກົມວິທະຍາສາດ-ປະຫວັດ ສາດການທະຫານໄດ້ຈັດພິທີເຊັນ ສັນຍາ ແລະ ການກໍ່ສ້າງອະນຸ ສອນສະຖານຄຸກກັກຂັງຜູ້ນຳແນວລາວຮັກຊາດສະໄໝລັດຖະ ບານຫຸ່ນຂາຍຊາດຢູ່ຄ້າຍໂພນ ເຄັງຂຶ້ນຢ່າງເປັນທາງການ, ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະ ຫວັດສາດການທະຫານ ແລະ ເປັນ ກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກຳ ມະການສູນກາງພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ຕາງໜ້າຈາກຫ້ອງວ່າ ການກະຊວງປ້ອງກັນປະເທດ, ກົມກໍ່ສ້າງ-ຄຸ້ມຄອງຊັບສິນກົມ ໃຫຍ່ພະລາທິການ, ທ່ານ ບົວສີ ຈະເລີນສຸກ ພະນັກງານປະຕິ ວັດອາວຸໂສບຳນານ (ພະຍານ ປະຫວັດສາດຫົວໜ້າບໍລິສັດຜູ້ ຮັບເໝົາກໍ່ສ້າງ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ກາວິນ ຈັນ ທະມາດ ຫົວໜ້າພະແນກບໍລິ ຫານກົມວິທະຍາສາດ-ປະຫວັດ ສາດການທະຫານໄດ້ຂຶ້ນຜ່ານຂໍ້ ຕົກລົງຂອງລັດຖະມົນຕີກະຊວງ ປ້ອງກັນປະເທດ ວ່າດ້ວຍການ ອະນຸມັດສະຖານທີ່ກໍ່ສ້າງອະນຸ ສອນສະຖານຄຸກກັກຂັງບັນດາ ທ່ານຜູ້ນຳຂອງແນວລາວຮັກ ຊາດສະໄໝລັດຖະບານຫຸ່ນວຽງ ຈັນຢູ່ຄ້າຍໂພນເຄັງ ສະບັບເລກ ທີ 3550/ກປທ ລົງວັນທີ 22/9/ 2017 ແລະ ຂໍ້ຕົກລົງສະບັບເລກ ທີ 1478/ກປທ ລົງວັນທີ 22/4/ 2019 ວ່າດ້ວຍການອະນຸມັດໃຫ້ ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ (SCS) ເປັນຜູ້ຮັບເໝົາກໍ່ສ້າງ,​ ເຊິ່ງມີມູນ ຄ່າທັງໝົດ 8,5 ຕື້ກວ່າກີບ, ໃນ ກຳນົດເວລາກໍ່ສ້າງ 18 ເດືອນ ໃຫ້ສຳເລັດ. ໂຄງການດັ່ງກ່າວຕັ້ງຢູ່ຄ້າຍ ໂພນເຄັງ (ກະຊວງປ້ອງກັນປະ ເທດ) ໂດຍມີເນື້ອທີ່ທັງໝົດ 50x 100 ແມັດ, ເປັນອາຄານຊັ້ນ ດຽວ 9x30 ແມັດ, ກໍ່ສ້າງດ້ວຍ ເບຕົງເສີມເຫຼັກແບບຖາວອນໄດ້ ມາດຕະຖານເນັ້ນຮູບແບບໃຫ້ ຄ້າຍຄືກັບຄຸກທີ່ໃຊ້ກັກຂັງບັນດາ ຜູ້ນຳຂອງແນວລາວຮັກຊາດໃນ ຊຸມປີ 1960. ພາຍຫຼັງກໍ່ສ້າງສຳເລັດສະ ຖານທີ່ດັ່ງກ່າວຈະກາຍເປັນແຫຼ່ງ ສຶກສາຮຽນຮູ້ ແລະ ຫວນຄືນປະ ຫວັດສາດແຫ່ງການຕໍ່ສູ້ຢ່າງລະ ອິດລະອ້ຽວຂ້ຽວຂາດທີ່ສຸດຂອງ ບັນດາຜູ້ນຳແນວລາວຮັກຊາດ ໃນເມື່ອກ່ອນໃຫ້ແກ່ຄົນຮຸ່ນຫຼັງ, ເປັນສະຖານທີ່ທ່ອງທ່ຽວຕິດພັນ ກັບມູນເຊື້ອຂອງກອງທັບ, ຂອງ ຊາດ, ເປັນບ່ອນຢັ້ງຢືນເຖິງເຫດ ການປະຫວັດຄັ້ງສຳຄັນຂອງບັນ ດາທ່ານຜູ້ນຳແນວລາວຮັກຊາດ ທີ່ຖືກລັດຖະບານຫຸ່ນຂາຍຊາດ ວຽງຈັນ ຈັບມາກັກຂັງໄວ້ໃນຄຸກ ດັ່ງກ່າວ. ໃນຕອນທ້າຍທັງສອງຝ່າຍໄດ້ ພ້ອມກັນລົງນາມໃນສັນຍາກໍ່ ສ້າງຕາງໜ້າໃຫ້ກະຊວງປ້ອງ ກັນປະເທດ ໂດຍສະຫາຍ ພົນຈັດ ຕະວາ ວຽງໄຊ ສົມວິຈິດ ຫົວ ໜ້າກົມວິທະຍາສາດ-ປະຫວັດ ສາດການທະຫານ, ຕາງໜ້າບໍລິ ສັດຜູ້ຮັບເໝົາກໍ່ສ້າງໂດຍແມ່ນ ທ່ານ ສົມເພັດ ສຸຸພັດທອນ ຜູ້ອຳ ນວຍການບໍລິສັດ ສຸພັດທອນ ທີ່ ປຶກສາ ແລະ ບໍລິການ ໂດຍຊ້ອງ ໜ້າ ສະຫາຍ ພົນຕີ ປອ ທອງ ລອຍ ສີລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ,​ ຫົວໜ້າ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍພະນັກງານທີ່ກ່ຽວ ຂ້ອງທັງສອງຝ່າຍເຂົ້າຮ່ວມເປັນ ສັກຂີພະຍານ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ