ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເອອັກຄະລັດຖະທູດ ສ ສິງກະໂປ ໄດ້ຮັບການປະດັບຫຼຽນກາມິດຕະພາບ
ເວລາອອກຂ່າວ: 2019-07-09 09:15:08 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239838690 | ຄວາມນິຍົມ:



ວັນທີ 8 ກໍລະກົດ 2019 ນີ້, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ຕ້ອນຮັບການເຂົ້າ ຢ້ຽມອຳລາຂອງ ທ່ານ ໂດມິນິກ ໂກ (Dominic goh), ເອກອັກ ຄະລັດຖະທູດແຫ່ງ ສາທາລະນະ ລັດ ສິງກະໂປ ປະຈຳ ສປປ ລາວ ໃນໂອກາດທີ່ຈະສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ. ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດໄດ້ ສະແດງຄວາມຍິນດີຕ້ອນຮັບ ທ່ານເອກອັກຄະລັດຖະທູດ ແລະຊົມເຊີຍທີ່ໄດ້ສຳເລັດໃນການປະຕິ ບັດໜ້າທີ່ການທູດຢູ່ ສປປ ລາວ ແລະ ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ ການສະໜັບສະໜູນ ແລະ ການ ຊ່ວຍເຫຼືອຂອງສິງກະໂປທີ່ມີ ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໃນຫຼາຍດ້ານເຊັ່ນ: ດ້ານການ ເມືອງ, ເສດຖະກິດ ແລະ ວັດ ທະນະທຳ-ສັງຄົມເປັນຕົ້ນ: ໄດ້ ປະກອບສ່ວນຊຸກຍູ້ການພົວພັນ ແລະ ປະກອບສ່ວນອັນສຳຄັນ ໃຫ້ແກ່ການແລກປ່ຽນການ ຢ້ຽມຢາມຂອງການນຳຂັ້ນສູງ ລະຫວ່າງສອງປະເທດ, ດ້ານ ການຄ້າ ແລະ ການລົງທຶນ, ທ່ານໄດ້ຊຸກຍູ້ໃຫ້ນັກລົງທຶນສິງ ກະໂປມາລົງທຶນຢູ່ ສປປ ລາວ ມາເຖິງປັດຈຸບັນລວມມີມູນຄ່າ ການລົງທຶນຂອງສິງກະໂປຢູ່ ລາວປະມານ 187 ລ້ານໂດລາ ສະຫະລັດ, ກວມເອົາໃນ 79 ໂຄງການ ແລະ ຖືກຈັດຢູ່ໃນ ອັນດັບທີ 11 ຂອງ ສປປ ລາວ ແລະ ຍັງໄດ້ຊຸກຍູ້ການເປີດສາຍ ການບິນ Silk Air ຢູ່ ສປປ ລາວ ໃນເດືອນເມສາ 2016 ທີ່ຜ່ານ ມາ, ດ້ານການແລກປ່ຽນທາງ ດ້ານວັດທະນະທຳໄດ້ປະກອບ ສ່ວນຈັດພິທີເປີດໂຕປຶ້ມ “From Third World to First” ແລະ ໄດ້ຂົນຂວາຍທຶນຮອນໃຫ້ນັກ ສະແດງກອງລະຄອນຄົນພິ ການ ແລະ ນັກສະແດງເຕັ້ນບາ ເລ້ຂອງລາວ, ຈຳນວນ 14 ຄົນ ໄປຖອດຖອນບົດຮຽນທີ່ ປະເທດສິງກະໂປ ດ້ານການສຶກ ສາໄດ້ຂົນຂວາຍຍາດແຍ່ງທຶນ ເຝິກອົບຮົມພາສາອັງກິດໃຫ້ ແກ່ການນຳລາວຈຳນວນ 35 ທ່ານ, ຊ່ວຍຂົນຂວາຍທຶນເຝິກ ອົບຮົມແກ່ພະນັກງານລາວ ໃນ ສາຂາຕ່າງໆຢູ່ສິງກະໂປຫຼາຍ ກ່ວາ 100 ທຶນ ແລະ ຍັງໄດ້ ຊ່ວຍເຝິກອົບຮົມຢູ່ສູນຮ່ວມມື ລາວ-ສິງກະໂປ ໃຫ້ແກ່ພະນັກ ງານລາວອີກຫຼາຍກ່ວາ 90 ຫຼັກ ສູດ ແລະ ມີພະນັກງານລາວ ຫຼາຍກວ່າ 2000 ຄົນເຂົ້າຮ່ວມ. ພິເສດ, ທ່ານທູດຍັງໄດ້ຂົນຂວາຍ ອາສາສະໝັກນັກຮຽນຈາກມະ ຫາວິທະຍາໄລທີ່ສຳຄັນຂອງສິງ ກະໂປມາຊ່ວຍເຫຼືອແກ່ໂຮງຮຽນ ຕ່າງໆຂອງ ສປປ ລາວ ມີຈຳ ນວນຫຼາຍກ່ວາ 1800 ຄົນ. ນອກຈາກນັ້ນ, ທ່ານທູດຍັງໄດ້ ປະກອບສ່ວນຊຸກຍູ້ໃຫ້ລັດຖະ ບານສິງກະໂປຊ່ວຍເຫຼືອ ສປປ ລາວ ໃນຊ່ວງທີ່ເປັນປະທານ ອາຊຽນ ເຊິ່ງມີມູນຄ່າຫຼາຍກ່ວາ 200,000 ໂດລາສະຫະລັດ ແລະ ໃນຊ່ວງເວລາເກີດອຸປະຕິ ເຫດສັນກັນນໍ້າເຂື່ອນໄຟຟ້າເຊ ປຽນ-ເຊນໍ້ານ້ອຍແຕກທີ່ເມືອງ ສະໜາມໄຊ, ແຂວງອັດຕະປື, ລັດຖະບານສິງກະໂປກໍໄດ້ໃຫ້ ການຊ່ວຍເຫຼືອແກ່ ສປປ ລາວ ເຊິ່ງຈັດເປັນປະເທດອັນດັບຕົ້ນໆ. ພ້ອມດຽວກັນນີ້, ທ່ານ ສະເຫຼີມ ໄຊ ກົມມະສິດ ຍັງໄດ້ຕາງໜ້າ ລັດຖະບານ ແລະ ປະຊາຊົນ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດສິງກະໂປ ເພື່ອສະ ແດງຄວາມຍ້ອງຍໍຊົມເຊີຍຜົນ ສຳເລັດອັນໃຫຍ່ຫຼວງຕໍ່ຜົນງານ ຂອງທ່ານເອກອັກຄະລັດຖະທູດ ໃນໄລຍະການປະຕິບັດໜ້າທີ່ທາງ ການທູດຢູ່ ສປປ ລາວ ເປັນເວລາ 4 ປີກວ່າ. ໃນໂອກາດດຽວກັນ, ທ່ານ ທູດ ສິງກະໂປ ກໍໄດ້ສະແດງຄວາມ ຂອບໃຈເປັນຢ່າງຍິ່ງຕໍ່ລັດຖະ ບານ ສປປ ລາວ ທີ່ໄດ້ອຳນວຍ ຄວາມສະດວກໃຫ້ແກ່ການເຄື່ອນ ໄຫວປະຕິບັດວຽກງານການທູດ ຂອງຕົນຢູ່ ສປປ ລາວ, ພິເສດແມ່ນ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງ ສູງຕໍ່ການມອບຫຼຽນກາມິດຕະ ພາບອັນສົມກຽດໃຫ້ແກ່ທ່ານ ແລະ ຢືນຢັນຈະສືບຕໍ່ປະກອບ ສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດສິງກະໂປ-ລາວ ທີ່ມີ ມາແຕ່ດົນນານນັ້ນໃຫ້ຈະເລີນ ງອກງາມຍິ່ງໆຂຶ້ນ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນ ວັນດຽວກັນນີ້, ທ່ານລັດຖະມົນ ຕີກະຊວງການຕາງປະເທດຍັງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບຂອງທ່ານ ດີນກາ ອາດສະ ທານາ (Dinkor Asthana) ເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມແຫ່ງສາທາລະນະ ລັດ ອິນເດຍ ປະຈຳ ສປປ ລາວ ຄົນໃໝ່ ພ້ອມທັງຕີລາຄາສູງຕໍ່ ສາຍພົວພັນມິດຕະພາບການ ຮ່ວມມືລະຫວ່າງ ສປປ ລາວ- ສ ອິນເດຍ ພາຍຫຼັງໄດ້ສ້າງສາຍ ພົວພັນການທູດຮ່ວມກັນຄົບຮອບ 60 ປີ ແລະ ອວຍພອນໃຫ້ປະ ສົບຜົນສຳເລັດທີ່ປະຕິບັດໜ້າທີ່ຢູ່ ສປປ ລາວ, ສືບຕໍ່ເຮັດໃຫ້ສອງ ປະເທດຮ່ວມມືກັນດີຂຶ້ນ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ