
ກອງພົນທີ 5 ສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2024
ເວລາອອກຂ່າວ: 2025-03-14 09:35:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 6254 | ຄວາມນິຍົມ:
ໃນບໍ່ດົນມານີ້, ກອງພົນທີ 5 ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025, ໂດຍການ
ເປັນປະທານຂອງ ສະຫາຍ ພັນເອກ ຄຳກົດ ອິນສີນາ ຫົວໜ້າການເມືອງ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາຈາກອົງການ, ກອງພັນໃຫຍ່, ກອງ
ພັນ, ກອງຮ້ອຍເອກກະລາດ, ໂຮງໝໍ, ສູນເຝິກ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳຜັນ ບຸນພະໄຊ ຮອງຫົວໜ້າຫ້ອງການ ກອງພົນທີ 5 ໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນຊາດໃນ ໄລຍະ 1 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຫຼາຍຂົງເຂດວຽກງານໄດ້ຮັບການປັບປຸງ ແລະ ມີການພັດທະນາດີຂຶ້ນ ບົນພື້ນຖານໄປຄຽງຄູ່ກັບການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ; ເຊິ່ງໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ກອງພົນທີ 5 ໄດ້ເອົາໃຈໃສ່ຊີ້ນຳ ໂດຍກົງຮອບດ້ານ ກ່ຽວກັບຂົງເຂດວຽກງານການສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ. ປະຕິບັດຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ຂອງກອງທັບຢ່າງເຂັ້ມງວດ, ມີສະຕິຕື່ນຕົວສູງ, ຕອບຕ້ານຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເອົາໃຈໃສ່ຍົກສູງລະດັບຄວາມຮູ້, ຄວາມສາມາດ, ວິຊາສະເພາະໃຫ້ແກ່ພະນັກງານ-ນັກຮົບໃຫ້ມີຄວາມຊຳນິຊຳນານ ຄ່ອງແຄ້ວຮັບປະກັນເຮັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍ. ຕໍ່ກັບວຽກງານຜະລິດສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ ຕາມທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃນນີ້, ໄດ້ເກັບກ່ຽວເຂົ້ານາປີ, ປູກພືດ-ຜັກຊະນິດຕ່າງໆ, ລ້ຽງສັດປະເພດງົວ, ຄວາຍ, ແບ້, ໝູ, ສັດປີກ. ນອກຈາກນັ້ນ, ຍັງໄດ້ຊອກແຫຼ່ງລາຍຮັບຈາກການບໍລິການອື່ນໆເຊັ່ນ: ໂຮງ
ງານນ້ຳດື່ມ, ໂຮງດິນບ໋ອກ, ເຟີນີເຈີ ລວມລາຍຮັບທັງໝົດໄດ້ 6.480.000.000 ລ້ານກວ່າກີບ, ສະເລ່ຍໃສ່ບຸກຄົນໄດ້ 1.545.559 ກີບຕໍ່ຄົນ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມກໍໄດ້ພັດປ່ຽນກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ເພື່ອພ້ອມກັນເສີມຂະຫຍາຍດ້ານດີ, ແກ້ໄຂຂໍ້ຄົງຄ້າງ ເຮັດໃຫ້ວຽກງານດ້ານຕ່າງໆໄດ້ຮັບການປັບປຸງດີຂຶ້ນ.
ໂດຍ: ທອງປານ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ