ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ໝາກຜົນ​ການຈັດຕັ້ງ​ປະຕິບັດ ວຽກ​ງານ​ພະລາທິການ​ ທົ່ວ​ກອງທັບ ໃນ​ປີ 2024 ຜ່ານ​ມາ
ເວລາອອກຂ່າວ: 2025-03-14 09:41:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 6232 | ຄວາມນິຍົມ:



ອີງໃສ່​ບົດ​ສະຫຼຸບວຽກ​ງານ​ພະລາທິການ​ປະຈຳ​ປີ 2024 ທີ່​ສະຫາຍ ພັນ​ເອກ ພູ​ວຽງ ດາວັນນາ​ຮັກ ຫົວໜ້າ​ກົມ​ເສນາ​ພະ​ລາກົມ​ໃຫຍ່​ພະລາທິການ​ກອງທັບ ລາຍ​ງານ​ໃນ​ໂອກາດ​ດຳເນີນ​ກອງ​ປະຊຸມ​ສະຫຼຸບ​ຖອດ ​ຖອນ​ບົດຮຽນວຽກ​ງານ​ພະລາ ທິການ-ການ​ເງິນ​ທົ່ວ​ກອງທັບ ປະຈຳ​ປີ 2024 ຈັດ​ຂຶ້ນ​ໃນ​ບໍ່​ດົນ​ຜ່ານ​ມາ​ນີ້ ໄດ້​ໃຫ້​ຮູ້​ວ່າ: ການຈັດ ຕັ້ງ​ປະຕິບັດຂົງເຂດ​ວຽກ​ງານ​ພະລາທິການ​ທົ່ວ​ກອງທັບໃນ​ປີຜ່ານມາ, ເຖິງ​ແມ່ນ​ວ່າ​ຈະ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ດ້ານ ອັນ​ເນື່ອງ​ມາ​ຈາກ​ສະພາບ​ວິ​ກິດ ທາງ​ດ້ານ​ເສດຖະກິດ, ການເງິນ ແລະ ພະລັງງານ​ໃນ​ໂລກ, ພາກ ​ພື້ນໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ການຂະ ຫຍາຍຕົວ​ທາງ​ດ້ານ​ເສດຖະກິດ ​ຂອງ​ປະເທດ​ເຮົາ ເຮັດ​ໃຫ້​ສະພາບ​ເສດຖະກິດ-ການ​ເງິນ​ແຫ່ງ​ຊາດ ຍັງ​ສືບຕໍ່​ພົບ​ຄວາມ​ຫຍຸ້ງຍາກ, ສະພາບ​ໜີ້​ສິນ​ຍັງ​ຄຸມ​ເຄືອ ອັນ​ເປັນ​ສາເຫດການ​ຕອບ​ສະໜອງ​ງົບປະມານ​ໃຫ້​ກອງທັບ ຍັງ​ມີ​ສ່ວນ​ຈຳກັດ ໄປ​ຄ່ຽງ​ຄູ່​ກັນ​ນັ້ນ, ລາຄາ​ສິນຄ້າ, ຄ່າ​ຄອງ​ຊີບ​ສູງ​ຂຶ້ນ, ບັນຫາ​ໄພພິບັດ​ທາງ​ທຳ​ມະ​ຊາດຍັງ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ສ້າງ​ຜົນ​ເສຍ​ຫາຍ​ທາງ​ດ້ານຊີ ວິດ, ຊັບ​ສິນ​ຂອງ​ປະຊາຊົນ ແລະ ງົບປະມານ​ຂອງ​ລັດ​ຢ່າງ​ຫຼວງ ຫຼາຍ ອັນ​ສ້າງ​ຄວາມ​ຫຍຸ້ງຍາກ ແລະ ເປັນ​ສິ່ງ​ທ້າ​ທາຍໃຫ້​ແກ່​ ການຈັດຕັ້ງ​ປະຕິບັດ​ວຽກ​ງານ ພະລາທິການ​ໃນ​ປີຜ່ານມາຢ່າງ​ຫຼີກ​ລ່ຽງ​ບໍ່​ໄດ້. ແຕ່​ເຖິງ​ຢ່າງໃດ​ກໍ​ຕາມ ໂດຍ​ໄດ້​ຮັບ​ການ​ຊີ້​ນຳ-ນຳພາ​ແທດ​ເຖິງ ຂອງ​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ກົມ​ໃຫຍ່​ພະລາທິການ​ກອງທັບ ກໍ​ຄື ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ ບວກ​ກັບ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ພະນັກງານ​ວິຊາ​ສະເພາະ, ການ​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ພະນັກງານ-ນັກຮົບ​ໃນ​ທົ່ວ​ກອງທັບ ເຮັດ​ໃຫ້​ການຈັດຕັ້ງ​ປະ ຕິບັດວຽກ​ງານ​ພະລາທິການ ໃນ​ປີ 2024 ຜ່ານ​ມາ ໂດຍ​ລວມ​ແລ້ວແມ່ນ​ບັນລຸ​ຕາມ​ແຜນການ​ທີ່​ວາງ​ໄວ້ ແລະ ມີ​ຜົນສຳເລັດ​ຫຼາຍ​ດ້ານ. ໃນ​ນີ້, ດ້ານ​ເຂົ້າ​ກິນ: ພື້ນຖານ​ແມ່ນ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ຖືກຕ້ອງ, ຄົບ​ຖ້ວນຕາມ​ລະບອບ​ອັດຕາ​ທີ່​ຂັ້ນ​ເທິງ​ກຳນົດ ແລະ ການ​ປະກອບສ່ວນ​ຜະລິດ​ກຸ້ມ​ຕົນ​ເອງ​ຂອງ​ກອງທັບ, ສະເພາະ​ເຂົ້າ​ກິນ​ທົ່ວ​ກອງທັບສາມາດ​ຈັດ​ຊື້​ໄດ້​ຕາມ​ແຜນການ ໃນ​ຈຳນວນ 28.882 ກວ່າ​ໂຕນ ສາມາດ​ກຸ້ມ​ກິນ​ໝົດ​ປີ, ດ້ານ​ຊີ້ນ ແລະ ຜັກ​ກິນ ມີ​ຫຼາຍ​ກົມ​ກອງ​ໄດ້​ປະຕິບັດ​ຢ່າງ​ຄົບ​ຖ້ວນ ຕາມ​ລະບອບ​ອັດຕາ​ກິນ​ທີ່​ຂັ້ນ​ເທິງ​ກຳນົດ, ດ້ານຊີ້ນ​ກິນ​ຮັບປະກັນ​ໄດ້​ແຕ່ 120-150 ກຣາມ​ຕໍ່​ຄົນ​ຕໍ່​ວັນ, ຜັກ​ກິນ 300 ກຣາມ​ຕໍ່​ຄົນ​ຕໍ່​ວັນ​ຂຶ້ນ​ໄປ ຖື​ວ່າ​ບັນລຸ​ຄາດໝາຍ​ຕາມ​ອັດຕາ​ສ່ວນ​ການ​ກິນ​ໃນ​ແຕ່​ລະ​ວັນ, ສະເພາະ​ການ​ຜະລິດ​ກຸ້ມ​ຕົນ​ເອງ, ເພິ່ງ​ຕົນ​ເອງ​ຂອງ​ກົມ​ກອງ ອັນ​ພົ້ນ​ເດັ່ນ ໃນ​ປີຜ່ານມາ ແມ່ນ​ມີ​ຫຼາຍ​ກົມ​ກອງ​ໄດ້​ກໍ່ສ້າງ​ເຮືອນ​ຮົ່ມ​ເພີ່ມ​ຂຶ້ນ ເພື່ອ​ປູກ​ຜັກ​ກິນ​ໃຫ້​ໄດ້​ຕະຫຼອດ​ປີ ແລະ ມີ​ຜັກ​ກິນ 80-90% ໝົດ​ປີ ໂດຍ​ບໍ່​ໄດ້​ອາໄສ​ຕະຫຼາດ ແລະ ຍັງ​ໄດ້​ສົ່ງ​ອອກ​ຂາຍ​ສູ່​ສັງຄົມ​ທາງ​ນອກ​ຕື່ມ​ອີກ, ສະເພາະ​ຊີ້ນ​ກິນຍັງ​ຂາດ​ຫຼາຍ​ປັດ​ໄຈ ຈຶ່ງ​ເຮັດ​ໃຫ້​ກົມ​ກອງ​ສ່ວນ​ຫຼາຍສາມາດ​ຮັບປະກັນ​ໄດ້​ພຽງ​ແຕ່ 45-50%, ດ້ານ​ການຈັດຕັ້ງ​ກິນ​ດື່ມ​ລວມໝູ່ ແລະ ການ​ປະກອບ​ພາຊະນະຮັບ ​ໃຊ້​ຂອງ​ບັນດາ​ຫົວໜ່ວຍ​ກົມ​ກອງ-ທ້ອງຖິ່ນ​ໃນ​ທົ່ວ​ກອງທັບ ຖ້າ​ທຽບໃສ່​ຊຸມ​ປີຜ່ານມາ ເຫັນ​ວ່າເປັນ​ຂະ​ບວນ​ດີ​ຂຶ້ນ​ກວ່າ​ເກົ່າ, ມີ​ຫຼາຍ​ກົມ​ກອງໄດ້​ອອກແຮງ​ກໍ່ ສ້າງ​ເຮືອນຄົວ, ເຮືອນ​ກິນ​ແບບ​ແໜ້ນໜາ​ຖາວອນ ແລະ ສ້າງ​ບັນດາ​ປະຖົມ​ປັດ​ໃຈ​ອື່ນໆ ເພື່ອ​ຕອບ​ສະໜອງ​ໃຫ້​ແກ່​ການ​ກິນ​ດື່ມ​ຢູ່​ກົມ​ກອງ​ຢ່າງ​ມີ​ລະບຽບ​ແບບແຜນ​ດີ​ຂຶ້ນ, ໄດ້​ຈັດ​ຕັ້ງ​ກິນ​ເຂົ້າ​ລວມ​ໝູ່​ເປັນ​ປົກກະຕິ, ນຳ​ໃຊ້​ເງິນ​ກິນ ແລະ ເງິນ​ເພີ່ມ​ເຫຼົ່າ​ຮົບ​ເຂົ້າ​ໃນ​ການ​ກິນ​ດື່ມ​ປະຈຳ​ວັນ, ມີ​ຫຼາຍ​ກົມ​ກອງ​ໄດ້​ຈັດ​ຕັ້ງ​ໃຫ້​ມີ​ໜ່ວຍ​ສະບຽງ​ຂອງ​ຕົນ​ຂຶ້ນ ເພື່ອ​ວິ້ງ​ເຕັ້ນ​ຈັດ​ຊື້-ຈັດ​ຫາ, ສະໜອງ​ຊີ້ນ, ປາ, ພືດ​ຜັກ​ຕ່າງໆເຂົ້າເຮືອນ ຄົວ ແລະ ຜູ້​ບັນຊາ​ລົງ​ຮອດ​ພະ ນັກງານ-ນັກຮົບ ໄດ້​ຈັດ​ຕັ້ງ​ກິນ​ເຂົ້າ​ລວມ​ໝູ່ 1-2 ຄາບ (ເຂົ້າ​ເຊົ້າ ແລະ ເຂົ້າທ່ຽງ) ນຳ​ອ້າຍ​ນ້ອງ, ຈັດ​ຕັ້ງ​ກິນ​ເຂົ້າ 3 ຄາບ​ເປັນ​ປົກກະຕິ​ໄດ້ 89% ແລະ ຮັບປະກັນ​ທາດ​ກະ​ລໍ​ລີ ໄດ້​ແຕ່ 3.000-3.200 ກິ​ໂລກະ​ລໍ​ລີ​ຕໍ່​ຄົນ​ຕໍ່​ວັນ​ຂຶ້ນ​ໄປ, ໄດ້​ຄົ້ນຄວ້າ​ປະກອບ​ເຄື່ອງ​ອຸປະກອນ​ຮັບ​ໃຊ້​ເຮືອນຄົວ, ເຮືອນ​ກິນ, ປະກອບ​ຕິດ​ຕັ້ງ​ເຕົາ​ຫຸງ​ຕົ້ມ​ດ້ວຍ​ອາຍ​ນໍ້າ ໃຫ້ 53 ກົມ​ກອງ​ເພີ່ມ​ຕື່ມ​ໃນ​ປີ 2024 ແລະ ເອົາໃຈໃສ່​ເບີກ​ຈ່າຍ​ເງິນ​ກິນ​ປົກກະຕິ, ເງິນ​ກິນ​ເພີ່ມ​ເຫຼົ່າ​ຮົບ​ໃຫ້​ໄດ້​ເປັນ​ປະຈຳ​ເດືອນ ສ້າງ​ເງື່ອນໄຂ​ໃຫ້​ແກ່​ການຈັດຕັ້ງ​ກິນ​ດື່ມ​ລວມ​ໝູ່​ຂອງ​ກົມ​ກອງ​ໄດ້​ຢ່າງ​ຕໍ່​ເນື່ອງ. ດ້ານ​ເຄື່ອງນຸ່ງ​ຫົ່ມ: ເຖິງ​ວ່າ​ງົບປະມານ​ຍັງ​ຈຳກັດ ແລະ ການ​ສະໜອງ​ບໍ່​ທັນ​ກັບ​ລະດູ​ການ ແຕ່​ກໍ່​ສາມາດ​ແກ້​ໄຂ​ໄດ້​ອັນ​ຈຳເປັນ​ສຳລັບ​ວຽກ​ງານ​ເຝິກແອບ, ຊ້ອມ​ຮົບ, ເຄື່ອນ​ໄຫວ, ລະດົມ​ພົນ ແລະ ຮ່ວງ​ອື່ນໆ ຕາມ​ລະບອບ​ອັດຕາ ແລະ ຕາມ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ ນອກ​ນັ້ນ, ຍັງ​ມີ​ສ່ວນ​ສຳຮອງ​ແຮ່​ໄວ້​ຈຳນວນ​ໜຶ່ງ ຢູ່​ຂັ້ນ​ຍຸດ​ທະ​ສາດ ແລະ ສາງ​ຂອງ​ກົມ​ກອງ, ສ່ວນ​ການ​ເບີກ​ຈ່າຍ​ຕົວ​ຈິງ ເຄື່ອງ​ປະຈຳ​ປີ 2024 ປັດຈຸບັນ​ເບີກ​ຈ່າຍ​ໄດ້​ແລ້ວ 20%, ສຳລັບ​ເຄື່ອງ​ຍາວ​ນານ ຄາດກະ​ຈະ​ໃຫ້​ສຳເລັດ​ການ​ເບີກ​ຈ່າຍ​ໃນ​ຕົ້ນ​ປີ 2025. ວຽກ​ງານ​ການ​ເງິນ: ເຖິງ​ແມ່ນ​ວ່າ​ລັດຖະບານ​ສະໜອງ​ງົບປະມານ​ໃຫ້​ກອງທັບມີ​ຈຳ ນວນ​ຈຳກັດ ຖ້າ​ທຽບໃສ່​ແຜນ ການ​ທີ່​ສະເໜີ​ແມ່ນໄດ້​ພຽງ​ແຕ່ 69,46% ແຕ່​ກະຊວງ​ປ້ອງ​ກັນ​ປະເທດ ກໍ​ໄດ້​ຈັດ​ສັນ​ດຸນ​ດ່ຽງ​ນຳ​ໃຊ້​ເຂົ້າ​ແຕ່​ລະ​ວຽກ​ງານ, ສູ້​ຊົນ​ຈັດ​ຕັ້ງ​ປະຕິບັດ​ຕົວ​ເລກ​ດັ່ງກ່າວ ສາມາດ​ຮັບປະກັນ​ໃຫ້​ເປົ້າ​ໝາຍ​ ລາຍ​ຈ່າຍ​ຕ່າງໆ ໄດ້​ຕາມ​ແຜນ ການ ແລະ ທັນ​ກັບ​ເວລາ. ວຽກ​ງານ​ນ້ຳມັນ​ເຊື້ອ​ໄຟ: ສາມາດ​ຈັດ​ຊື້​ນໍ້າມັນ​ໄດ້ 4.708.900 ລິດ ເທົ່າ​ກັບ 30,42% ຂອງ​ການ​ນຳ​ໃຊ້​ໃນ​ປີ 2024, ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ ​ສປ ຈີນ ຈຳນວນ 20 ລ້ານ​ລິດ ແລະ ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ຮັບປະກັນ​ໃຫ້​ແກ່​ວຽກ​ງານ​ຕ່າງໆ ແລະ ແບ່ງປັນ​ໃຫ້​ບັນດາ​ກົມ​ກອງ​ໄດ້​ຕາມ​ແຜນການ​ທີ່​ວາງ​ໄວ້. ໃນ​ປີຜ່ານມາ ຍັງ​ໄດ້​ກໍ່ສ້າງ ແລະ ບົວລະບັດ​ສ້ອມແປງ​ສາງ​ນໍ້າມັນ ບໍ​ລິ​ມາດ​ບັນຈຸ 3 ລ້ານ​ກວ່າ​ລິດ, ໄດ້​ປັບປຸງ ແລະ ຍົກ​ລະດັບ​ປໍ້າ ນໍ້າມັນ​ກົມ​ໃຫຍ່​ພະລາທິການ​ກອງທັບ ເປັນ​ປໍ້ານໍ້າມັນ​ທີ່​ທັນ​ສະໄໝ, ໄດ້​ດັດແປງ​ລົດ​ຂົນສົ່ງ ມາ​ເປັນ​ລົດ​ຊີ​ແຕັກ​ຂົນສົ່ງ​ນໍ້າມັນ ຈຳນວນ 7 ຄັນ ແລະ ຟື້ນ​ຟູ​ລົດ​ຊີ​ແຕັກ​ເກົ່າ​ໄດ້ 3 ຄັນ, ໄດ້​ສຳເລັດ​ການ​ກໍ່ສ້າງ​ຫ້ອງ​ວິໄຈ​ນໍ້າມັນ​ຂັ້ນ ​ຍຸດ​ທະ​ສາດ ແລະ ຫ້ອງ​ວິໄຈ​ນໍ້າ ມັນ ກອງ​ບັນຊາ​ການ​ທະຫານ​ອາກາດ ປັດຈຸບັນ​ກຳລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ. ວຽກ​ງານ​ຂົນສົ່ງ: ພື້ນຖານ​ແມ່ນ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ວຽກ​ງານ​ຂົນສົ່ງ​ໃນ​ທົ່ວ​ກອງທັບ, ໂດຍ​ສະເພາະ​ແມ່ນການ​ເຂົ້າ​ຮ່ວມ​ ກອບ​ກູ້ ແລະ ຕ້ານ​ໄພພິບັດ, ເຄື່ອນ​ຍ້າຍ​ວັດຖຸ, ຂົນສົ່ງ​ກຳລັງ ຕາມ​ການ​ສະເໜີ​ຂອງ​ກົມ​ກອງ ແລະ ແຜນ​ວຽກ​ຂອງ​ຂັ້ນ​ເທິງ, ເຊິ່ງ​ບໍ​ລິ​ມາດ​ຂົນສົ່ງ​ໄດ້​ທັງ​ໝົດ 21.299 ໂຕນ ໃນ​ນີ້, ກະຊວງ​ຂົນສົ່ງ 4.619 ໂຕນ, ກົມກອງ​ ຂົນສົ່ງ 16.680 ໂຕນ ທຽບໃສ່​ແຜນການ​ປີ​ປະຕິບັດ​ໄດ້ 97,8%, ການ​ຂົນສົ່ງ​ແມ່ນ​ຮັບປະກັນ​ຄວາມ​ປອດ​ໄພ ພ້ອມນີ້, ຍັງໄດ້​ ກໍ່ສ້າງ​ນັກ​ຂັບ​ຂີ່​ທີ່​ໜຸ່ມ​ນ້ອຍປ່ຽນ ແທນ​ນັກ​ຂັບ​ຂີ່​ທີ່​ອາຍຸ​ສູງ, ສຸຂະ ພາບ​ອ່ອນເພຍ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ຂັບ​ຂີ່​ໃຫ້​ດີ​ຂຶ້ນ. ( ອ່ານຕໍ່ສະບັບໜ້າ ) ວຽກ​ງານ​ກໍ່ສ້າງ-ຄຸ້ມ​ຄອງຊັບ​ ສິນ: ໂດຍ​ປະຕິບັດ​ຕາມ​ທິດທາງ ​ປັບປຸງ​ກໍ່ສ້າງ​ຄ້າຍ​ຄູ​ຂອງ​ກອງ ທັບ, ຫຼາຍ​ກົມ​ກອງ​ທ້ອງຖິ່ນໄດ້​ຍົກ​ສູງ​ຄວາມ​ຮັບຜິດຊອບ ໃນ​ການ​ຂຸດ​ຄົ້ນ​ທ່າແຮງ​ດ້ານ​ຕ່າງໆ ເຂົ້າ​ໃນ​ການ​ກໍ່ສ້າງ​ຄ້າຍ​ຄູ, ທີ່ຢູ່​ອາໄສ​ເອົາ​ເອງ, ສາມາດ​ແກ້​ໄຂ​ທີ່ຢູ່​ອາໄສ​ໃຫ້​ກົມ​ກອງ​ຂອງ​ຕົນ ໂດຍ​ສະເພາະ​ແມ່ນກົມກອງທີ່​ ຕັ້ງ​ໃໝ່, ມູນ​ຄ່າ​ການ​ກໍ່ສ້າງ​ເອົາ​ ເອງ​ຂອງ​ກົມ​ກອງ​ທ້ອງຖິ່ນ ໃນ​ປີ 2024 ຄິດໄລ່​ເປັນ​ມູນ​ຄ່າ​ແມ່ນ 24 ຕື້​ກວ່າ​ກີບ, ສ່ວນການ​ ລົງທຶນ​ຂອງ​ລັດ ມີ 82 ໂຄງ ການ, ລວມ​ມູນ​ຄ່າ 160 ຕື້​ກວ່າ​ ກີບ, ໂຄງການ​ລົງທຶນ​ເງິນ​ດັດສົມ​ພາຍ​ໃນ​ກະຊວງ​ປ້ອງ​ກັນ​ປະເທດ ມີ 213 ໂຄງການ ມູນ​ຄ່າ 838 ຕື້​ກວ່າ​ກີບ. ນອກ​ນັ້ນ, ຍັງ​ໄດ້​ຜະ ລິດ​ຕຽງ​ນອນ​ຕາມ​ງົບປະມານ ຈຳນວນ 703 ໜ່ວຍ ແລະ ໄດ້​ ເບີກ​ຈ່າຍ​ໃຫ້ 23 ກົມ​ກອງ ຈຳ ນວນ 360 ໜ່ວຍ. ວຽກ​ງານ​ຄຸ້ມ​ຄອງ​ສິ່ງ​ປຸກ​ສ້າງ: ທົ່ວ​ກອງທັບ​ມີ​ສິ່ງ​ປຸກ​ສ້າງ​ທັງ​ໝົດ 12.941 ຫຼັງ ໃນ​ນີ້, ມີ​ສິ່ງ​ປຸກ​ສ້າງ​ຖາວອນ 8.254 ຫຼັງ ເພີ່ມ​ຂຶ້ນ 20,8%, ເຄິ່ງ​ຖາວອນ 3.005 ຫຼັງ ຫຼຸດ​ລົງ 7,2% ແລະ ເຮືອນ​ຊົ່ວຄາວ 1.682 ຫຼັງ ຫຼຸດ​ລົງ 12,3%, ຫຼາຍ​ກົມ​ກອງ​ໄດ້​ເອົາໃຈໃສ່​ສ້ອມແປງ, ບົວລະບັດ​ຮັກສາ​ລະບົບ​ຄ້າຍ​ຄູໃຫ້​ສະອາດ​ງາມ​ຕາ ແລະ ເປັນ​ລະບຽບ​ຈົບ ງາມ ຄ່ອຍໆ​ລົບ​ລ້າງ​ເຮືອນ​ຊົ່ວ ຄາວ ແລະ ຫັນ​ເປັນ​ເຮືອນ​ຖາ ວອນ​ໃນຕໍ່ໜ້າຕາມ​ເງື່ອນໄຂ​ຕົວ​ຈິງ​ຂອງ​ກົມ​ກອງ. ວຽກ​ງານ​ຜະລິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ແລະ ຜະລິດ​ເປັນ​ສິນຄ້າ: ສຳລັບ​ຢູ່​ຂັ້ນ​ກະຊວງ ໄດ້​ສືບຕໍ່​ສຸມ​ໃສ່​ປັບປຸງ​ບັນດາ​ຫົວໜ່ວຍ​ການ​ຜະລິດ​ກະສິກຳ​ຂອງ​ກະຊວງ ໄປ​ຕາມ​ທິດ​ການ​ໄລ່​ລຽງ​ເສດຖະກິດ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ການ​ຜະລິດ​ຂຶ້ນ​ຕື່ມ ເຊັ່ນ: ກອງ​ຜະລິດ​ຄົບ​ວົງ​ຈອນ​ເລກ 1, ກອງ​ຜະລິດ​ເລກ 2 ແລະ ເລກ 3 ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກຝັງ, ລ້ຽງສັດ​ບົກ, ສັດ​ນໍ້າ ໄດ້​ທັງ​ໝົດ 7.620.339.100 ກີບ ໃນ​ນັ້ນ, ໄດ້​ມອບ​ພັນທະ​ໃຫ້​ຂັ້ນ​ເທິງ 4.572.203.460 ກີບ ລື່ນ​ແຜນການ 7,18%, ບັນດາ​ກອງ​ຜະລິດ​ທີ່​ລ້ຽງສັດ​ໃຫຍ່​ມີ​ງົວ​ທັງ​ໝົດ 1.035 ໂຕ, ຄວາຍ 167 ໂຕ ແລະ ແກະ 761 ໂຕ, ບັນດາ​ກົມ​ກອງ​ເຫຼົ່ານັ້ນ ໄດ້​ເອົາໃຈໃສ່​ການ​ລ້ຽງ​ດູ​ສັດລ້ຽງ​ໄດ້​ດີ​ສົມຄວນ ແຕ່​ສະພາບ​ການ​ຂະຫຍາຍຕົວຍັງ​ຢູ່​ໃນ​ລະດັບ​ຕໍ່າ. ສ່ວນ​ຢູ່​ບັນດາ​ກົມ​ກອງ-ທ້ອງຖິ່ນ ໂດຍ​ປະຕິບັດ​ຕາມ​ທິດ​ນຳ 4 ປູກ 4 ລ້ຽງ ທີ່​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ ແລະ ຜະລິດ​ເປັນ​ສິນຄ້າ​ເຮັດ​ນາປີ-ນາແຊງ ເນື້ອທີ່ 1.233 ເຮັກຕາ, ຜົນ​ຜະລິດ​ໄດ້ 1.195 ໂຕນ, ທຽບໃສ່​ປີຜ່ານມາ​ເພີ່ມ​ຂຶ້ນ 5%, ເດັ່ນ​ກວ່າ​ໝູ່​ແມ່ນ​ກອງ​ພົນ​ທີ 4, ກອງ​ພົນ​ທີ 5, ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ແລະ ກອງ​ບັນຊາ​ການ​ທະຫານ​ແຂວງສາລະ​ວັນ ສາມາດ​ຜະລິດ​ເຂົ້າ​ໄດ້ 140 ໂຕນ​ຂຶ້ນ​ເມືອ, ປູກ​ພືດ​ຜັກ​ໄດ້ 3.156 ໂຕນ, ເດັ່ນ​ກວ່າ​ໝູ່​ຜະລິດ​ໄດ້ 200 ໂຕນ​ຂຶ້ນ​ເມື່ອ ມີ​ກອງ​ພົນ​ທີ 1, ກອງ​ພົນ​ທີ 2, ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ຈຳໜ່າຍ​ສັດລ້ຽງ​ປະເພດ​ງົວ, ຄວາຍ ພາຍ​ໃນ​ປີ​ທັງ​ໝົດ 2.779 ໂຕ, ກົມ​ກອງ​ທີ່​ເດັ່ນ​ກວ່າ​ໝູ່​ມີ​ງົວ, ຄວາຍ 200 ໂຕ​ຂຶ້ນ​ເມືອ​ມີ ກອງ​ພົນ​ທີ 2, ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ, ບໍ​ລິ​ຄຳ​ໄຊ ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ, ຈຳໜ່າຍ​ອອກ ໝູ ແລະ ແບ້ 19.314 ໂຕ, ປະເພດ​ສັດ​ປີກ ຈຳໜ່າຍ​ອອກ 176.682 ໂຕ, ປະເພດ​ສັດ​ນໍ້າ ຈຳໜ່າຍ​ອອກ 1.308 ໂຕນ. ນອກ​ນີ້, ຫຼາຍ​ກົມ​ກອງ​ຍັງ​ບໍລິການ​ດ້ານ​ຕ່າງໆ ສາມາດ​ສ້າງ​ລາຍ​ຮັບ​ໄດ້ 51.805 ຕື້​ກີບ ທຽບໃສ່​ປີ ຜ່ານມາ​ເພີ່ມ​ຂຶ້ນ 9%. ສັງ​ລວມ​ແລ້ວ​ໃນ​ປີ 2024 ຜ່ານ​ມາ ກົມ​ກອງ​ໃນ​ທົ່ວ​ກອງທັບ ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ຜະລິດ​ກະສິກຳ ແລະ ການ​ບໍລິການ​ຕ່າງໆ ນັບ​ທັງ​ເງິນສົດ ແລະ ວັດ ຖຸປະມານ 146 ຕື້​ກວ່າ​ກີບ (ໃນ​ນີ້, ມີ​ທຶນ​ໝູນວຽນ 25 ຕື້​ກວ່າ​ກີບ) ທຽບໃສ່​ປີ 2023 ເພີ່ມ​ຂຶ້ນ 22%, ບັນດາ​ກົມ​ກອງ-ທ້ອງຖິ່ນ ສາມາດ​ສ້າງ​ລາຍ​ຮັບ​ໄດ້​ແຕ່ 5 ຕື້​ກີບ​ຂຶ້ນ​ໄປ​ ມີກອງ​ພົນ​ທີ 1, ກອງ​ພົນ​ທີ 2, ກອງ​ພົນ​ທີ 3, ກອງ​ພົນ​ທີ 4, ກອງ​ພົນ​ທີ 5, ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ, ໄຊ​ຍະ​ບູ​ລີ, ສາລະ​ວັນ, ເຊ​ກອງ ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື. ວຽກ​ງານ​ກໍ່ສ້າງ​ຂະແໜງການ​ວິຊາ​ສະເພາະ: ໄດ້​ເກັບ​ກຳ​ຈຳ ນວນພົນ​ພະລາທິການ​ໃນ​ທົ່ວ​ກອງທັບ ມີ​ຄວາມ​ຊັດ​ເຈນ​ຍິ່ງ​ ຂຶ້ນ, ສາມາດ​ຂຶ້ນ​ສະຖິຕິ​ລາຍ​ຊື່​ບຸກຄົນ, ປະເພດ​ວິຊາ​ສະເພາະ, ວຸດ​ທິ​ການ​ສຶກ​ສາ, ຈຳນວນ​ເຫຼືອ-ບໍ່​ພໍ ຕາມ​ການຈັດຕັ້ງ​ປະກອບຢູ່​ ແຕ່​ລະ​ກົມ​ກອງ ເຮັດ​ໃຫ້ການ ຄາດກະ​ກໍ່ສ້າງ​ກຳລັງ​ແຕ່​ລະ​ຂະ ແໜງການ​ພະລາທິການ ໄດ້​ຫັນ​ເຂົ້າ​ສູ່​ຄວາມ​ເປັນ​ຈິງ, ໄດ້​ປັບປຸງ​ການຈັດຕັ້ງ​ຢ່າງ​ເປັນ​ລະບົບ, ນັບ​ແຕ່​ຂັ້ນ​ກະຊວງ​ລົງ​ຮອດ​ບັນດາ​ກົມ​ກອງ​ໃນ​ທົ່ວ​ກອງທັບ ໃນ​ນີ້, ໄດ້​ແຕ່ງຕັ້ງ​ໜ້າທີ່​ໃໝ່ 674 ສະ ຫາຍ, ສັບ​ຊ້ອນ​ຍົກຍ້າຍ​ບ່ອນ​ປະ ຈຳການ 386 ສະຫາຍ ແລະ ພັກ ຜ່ອນ​ຮັບ​ບຳນານ 72 ສະຫາຍ, ໄດ້​ຊີ້​ນຳ​ບັນດາ​ວິທະຍາຄານ ແລະ ໂຮງຮຽນ​ເຫຼົ່າ​ຮົບ​ພະລາທິການ ກ່ຽວ​ກັບ​ການ​ຄົ້ນຄວ້າ​ປັບປຸງ​ຫຼັກສູດ, ໂຄງການ​ສິດສອນໃຫ້​ແທດເໝາະ​ກັບ​ລະດັບ​ຂັ້ນ​ຮຽນ ແລະ ສະພາບ​ຕົວ​ຈິງ​ຂອງ​ວຽກ​ງານ​ພະລາທິການ​ກອງທັບ​ເຮົາ​ໃນ​ແຕ່​ລະ​ໄລຍະໃຫ້​ມີ​ລັກສະນະ​ວິທະຍາສາດ, ທຽບ​ທັນ​ກັບ​ສາ ກົນ​ຫຼາຍ​ຂຶ້ນ ສົກ​ປີ 2023-2024 ມີ​ນັກຮຽນ​ຈົບ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ຈຳນວນ 2.524 ສະຫາຍ, ໄດ້​ຄົ້ນຄວ້າ​ຄັດ​ເລືອກ​ນັກຮຽນເຂົ້າ​ຮຽນ​ທັງ​ພາຍ​ໃນ ແລະ ຕ່າງປະເທດ ຕາມ​ຕົວ​ເລກ​ທີ່​ກະຊວງ​ອະນຸມັດ ສົກຮຽນ 2024-2025 ຈຳນວນ 1.304 ສະຫາຍ. ນອກຈາກ​ບັນດາ​ວຽກ​ງານ​ດັ່ງ​ທີ່​ກ່າວ​ມາ​ແລ້ວ​ນັ້ນ ຍັງ​ມີ​ຫຼາຍ​ຂົງເຂດ​ວຽກ ເປັນຕົ້ນ​ແມ່ນ ວຽກ​ງານ​ເສນາ​ຮັກ, ວຽກ​ງານ​ຄຸ້ມ​ຄອງ​ວັດຖຸ​ພະລາທິການ, ວຽກ​ງານ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະເທດ ແລະ ຂົງເຂດ​ວຽກ​ງານ​ອື່ນໆ ທີ່​ປິ່ນ​ອ້ອມ​ວຽກ​ງານ ​ພະລາທິການ ກໍ​ໄດ້​ຮັບ​ການຈັດ ຕັ້ງ​ປະຕິບັດມີ​ໝາກຜົນ​ຕົວ​ຈິງ ແລະ ມີ​ການ​ຫັນປ່ຽນ​ໄປ​ໃນ​ທິດ​ທາງ​ທີ່​ດີ​ຂຶ້ນ​ຢ່າງ​ຈະແຈ້ງ. ໂດຍ: ນາງ ຍ້ອມ​ເພັດ ວິໄລ​ພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ