ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 4 ຢ້ຽມ​ຊົມ ຫໍ​ພິ​ພິ​ທະ​ພັນ ​ມູນເຊື້ອ​ໄຊຊະນະ​ຮ່ວມ​ສຳພັນ​ສູ້​ຮົບ ລາວ-ຫວຽດນາມ
ເວລາອອກຂ່າວ: 2025-03-17 09:31:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 3206 | ຄວາມນິຍົມ:



ເນື່ອງ​ໃນ​ໂອກາດ ວັນ​ແມ່ຍິງ​ສາກົນ ຄົບຮອບ 115 ປີ, ໃນ​ວັນ​ທີ 4 ມີນາ 2025, ສະຫະພັນ​ແມ່ຍິງ​ກອງ​ພົນ​ທີ 4 ໄດ້​ເຂົ້າ​ຢ້ຽມ​ຊົມ​ຫໍ​ພິ​ພິ​ທະ​ພັນ​ມູນເຊື້ອ​ໄຊຊະນະ​ຮ່ວມ​ສຳພັນ​ສູ້​ຮົບ ລາວ-ຫວຽດນາມ ລາມ​ເຊິນ 719 ຢູ່​ທີ່​ບ້ານ ​ດົງ, ເມືອງ​ເຊ​ໂປນ, ແຂວງ​ສະ ຫວັນ​ນະ​ເຂດ, ໂດຍ​ການ​ນຳພາ​ຂອງ ສະຫາຍ ພັນ​ໂທ ນາງ ລຳ​ເຮືອງ ບຸດ​ຕະ​ວົງ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 4, ມີ​ຫົວໜ້າ​ຂະແໜງ​ສະຫະພັນ​ແມ່ຍິງ​ກອງພັນ​ໃຫຍ່ 401, ກອງ ພັນ​ໃຫຍ່ 402, ຄະນະ​ໜ່ວຍ​ສະ ຫະພັນ​ແມ່ຍິງ​ແຕ່​ລະ​ຫົວໜ່ວຍ​ກົມ​ກອງ ທີ່​ຂຶ້ນ​ກັບ​ກອງ​ພົນ​ທີ 4 ເຂົ້າ​ຮ່ວມ. ຄະນະ​ພັກ-ຄະນະ​ບັນຊາ, ຜູ້​ຮັບຜິດຊອບ ແລະ ຜູ້​ບັນ​ລະ​ຢາຍ​ນຳ​ທ່ຽວ​ຊົມ ໄດ້​ນຳພາຄະນະ​ສະມາຊິກ​ສະ​ພັນ​ແມ່ຍິງ ກອງ​ພົນ​ທີ 4 ເຂົ້າ​ທ່ຽວ​ຊົມ​ຫໍ​ພິ​ພິ​ທະ​ພັນ​ມູນເຊື້ອ​ໄຊຊະນະ​ຮ່ວມ​ສຳພັນ​ສູ້​ຮົບ ລາວ-ຫວຽດນາມ ລາມ​ເຊີນ 719 ທີ່​ບ້ານ​ດົງ ເມືອງ​ເຊ​ໂປນ ແຂວງ​ສະຫວັນ​ນະ​ເຂດ, ເຊິ່ງ​ເປັນ​ອະ ນຸສອນ​ສະຖານ​ຂອງ​ວີລະ​ບູ​ລຸດ​ຜູ້​ຮັກ​ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່​ຕໍ່ສູ້​ຢ່າງ​ອົງອາດ​ກ້າຫານ​ຕ້ານ​ກັບ​ສັດຕູ​ພວກ​ລ່າ​ເມືອງ​ຂຶ້ນ​ທັງ​ແບບ​ເກົ່າ ແລະ ແບບ​ໃໝ່, ທີ່​ເປັນ​ບັ້ນ​ຮົບ​ທີ່​ດຸເດືອດ ແລະ ຂ້ຽວ​ຂາດ​ທີ່​ສຸດ​ຢູ່​ເຂດ​ພາກ​ກາງ ຂອງ​ແຂວງ​ສະ ຫວັນ​ນະ​ເຂດ. ທັງ​ນີ້, ເພື່ອ​ເຮັດ​ໃຫ້ ສະມາຊິກ​ສະຫະພັນ​ແມ່ຍິງ ກອງ​ພົນ​ທີ 4 ໄດ້​ຮັບ​ຮູ້ ແລະ ເຂົ້າໃຈ ການເຄື່ອນໄຫວ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ​ຈົນ​ສາມາດ​ປົດ​ປ່ອຍປະ​ເທດ​ຊາດ​ຢ່າງ​ສົມບູນ ໃນ​ປີ 1975 ຢ່າງ​ສະຫງ່າ​ງາມ ແລະ ເກັບ​ກຳ​ບັນດາ​ບົດຮຽນ ແລະ ມູນເຊື້ອ​ດັ່ງກ່າວ​ໄປ​ໝູນ​ໃຊ້​ເຂົ້າ​ໃນ​ການ​ດຳລົງ​ຊີວິດ​ຕົວ​ຈິງ​ຢູ່​ກົມ​ກອງ​ໃຫ້​ເກີດ​ດອກ​ອອກ​ຜົນ. ໂດຍ: ໂພ​ຄຳ ພອນ​ປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ