ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ມອບ-ຮັບ ໂຄງການ​ກໍ່ສ້າງ​ລະບົບ​ນ້ຳ​ປະປາ ກອງ​ພົນ​ທີ 3
ເວລາອອກຂ່າວ: 2025-03-17 09:34:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 4170 | ຄວາມນິຍົມ:



ພິທີ ມອບ-ຮັບ ໂຄງການ​ກໍ່ ສ້າງ​ລະບົບ​ນ້ຳ​ປະປາ ຂອງ​ກອງ​ພົນ​ທີ 3 ລະຫວ່າງ ກອງ​ພົນ​ທີ 3 ກັບ ບໍລິສັດ ພີ​ດີ​ແອວ ອອກ​ແບບ ແລະ ກໍ່ສ້າງ​ເຄຫາ​ສະຖານ ຈຳ ກັດ ຜູ້​ດຽວ ໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 6 ມີນາ 2025 ນີ້, ຢູ່​ທີ່​ຫ້ອງ​ປະ ຊຸມ​ກອງ​ພົນ​ທີ 3, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສໍ​ຍັນ ລໍ​ອິນ​ສອນ ຫົວໜ້າ​ການ ເມືອງ ກອງ​ພົນ​ທີ 3, ສະຫາຍ ພັນ​ເອກ ສາຍທອງ ປີ​ຊາ​ຈັນ ຫົວໜ້າ​ການ​ທະຫານ ກອງ​ພົນ​ທີ 3, ມີ​ສະຫາຍ ອຸດົມ​ສິນ ເພັດ​ໄຊ​ສີ ຜູ້ຕາງໜ້າ​ບໍລິສັດ ພີ​ດີ​ແອວ ອອກ​ແບບ ແລະ ກໍ່ສ້າງ​ເຄຫາ​ສະຖານ ຈຳກັດ​ຜູ້​ດຽວ, ສະຫາຍ ພັນ​ໂທ ຄອນ​ສະໄໝ ພົມມະຈັນ ຫົວໜ້າ​ພະ​ແນກ​ຄຸ້ມ​ຄອງ​ຊັບ​ສິນ ກົມ​ກໍ່ ສ້າງ ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ຜູ້ຕາງໜ້າ​ຈາກ​ກົມ​ກວດ ກາ, ກົມ​ການ​ເງິນ, ຄະນະ​ຫ້ອງ 5 ຫ້ອງ, ພະແນກການ​ກ່ຽວຂ້ອງ ແລະ ວິຊາ​ການ​ນ້ຳ​ປະປາ ແຂວງ​ອຸດົມ​ໄຊ ເຂົ້າ​ຮ່ວມ. ສະຫາຍ ອຸດົມ​ສິນ ເພັດ​ໄຊ​ສີ ໄດ້​ລາຍ​ງານ​ຜົນສຳເລັດ​ໃນ​ການ​ກໍ່ສ້າງ​ຂອງ​ບໍລິສັດ​ຜູ້​ຮັບ​ເໝົາ ກໍ່ສ້າງ, ໂຄງການ​ກໍ່ສ້າງ​ລະບົບ​ນ້ຳ​ປະປາ ຂອງ​ກອງ​ພົນ​ທີ 3 ໄດ້​ເລີ່ມ​ລົງມື​ກໍ່ສ້າງ​ມາ​ແຕ່​ວັນ​ທີ 23 ກັນຍາ 2020 ເປັນຕົ້ນ​ມາ, ໂດຍ​ແມ່ນ​ທຶນ​ຂອງ​ລັດຖະບານ​ຕອບ​ສະໜອງ​ດ້ານ​ງົບປະມານ​ໃນ​ມູນ​ຄ່າ 14.862.840.000 ກີບ. ໜ້າ​ວຽກ​ໃນ​ການ​ກໍ່ສ້າງ​ລວມ​ມີ​ລະ ບົບ​ດູດ​ນ້ຳ, ອ່າງ​ຜະລິດ​ນ້ຳ, ອ່າງ ເກັບນ້ຳ​ສະອາດ, ລະບົບ​ຕາ​ຄ່າຍ​ນ້ຳ, ລະບົບ​ຕາ​ຄ່າຍ​ໄຟຟ້າ, ຫ້ອງ ການ​ບໍລິຫານ, ວາງ​ທໍ່​ແມ່​ແຕ່ 1 ກິໂລແມັດ; ມາ​ຮອດ​ປັດຈຸບັນ​ໂຄງການ​ກໍ່ສ້າງ​ແມ່ນ​ສຳເລັດ 100%, ໂຄງການ​ດັ່ງກ່າວ​ນີ້ ສາມາດ​ຜະ ລິດ​ນ້ຳ​ປະປາ​ໄດ້ 60 ແມັດ​ກ້ອນ​ຕໍ່​ຊົ່ວໂມງ. ການ​ລົງ​ນາມ​ເຊັນ​ບົດ​ບັນທຶກ​ມອບ-ຮັບ​ໂຄງການ​ກໍ່ສ້າງ​ລະບົບ​ນໍ້າປະປາ ຂອງ​ກອງ​ພົນ​ທີ 3 ໂດຍ​ ຕາງໜ້າ​ກອງ​ພົນ​ທີ 3 ຂອງ​ສະຫາຍ ພັນ​ເອກ ສໍ​ຍັນ ລໍ​ອິນ​ສອນ ແລະ ຕາງໜ້າ ບໍລິສັດ​ຮັບ​ເໝົາ​ຂອງ ສະຫາຍ ອຸດົມ​ສິນ ເພັດ​ໄຊ​ສີ ເພື່ອ​ມອບ​ໃຫ້​ກອງ​ພົນ​ທີ 3 ສືບຕໍ່​ປົກ​ປັກ​ຮັກສາ​ຄຸ້ມ​ຄອງ ແລະ ນຳ​ໃຊ້​ເຂົ້າ​ໃນ​ຜົນ​ປະໂຫຍດ​ລວມ​ຂອງ​ກົມ​ກອງ​ຢ່າງ​ຖືກຕ້ອງ​ຕາມ​ຫຼັກການ​ເຕັກນິກ, ຮັບປະກັນ​ທາງ​ດ້ານ​ຄຸນ​ນະ​ພາບ ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ກົມ​ກອງ ແລະ ນຳ​ໃຊ້​ໄດ້​ຢ່າງ​ຍາວ​ນານ. ໂດຍ: ທອງ​ເລື່ອນ ເກີນ​ວົງ​ຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ