ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກໍາລັງປ້ອງກັນຊາດນັບມື້ເຕີບໃຫຍ່ເຂັ້ມແຂງພາຍໃຕ້ການນໍາພາຂອງພັກ
ເວລາອອກຂ່າວ: 2025-03-17 14:36:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4632 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ສະຫາຍ ພົນຈັດຕະວາ ສຸດໃຈ ສີວິໄຊ ຫົວໜ້າກົມອຸດສາຫະກຳປ້ອງກັນຊາດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ທົ່ວກົມອຸດສາຫະກຳປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ ສະແດງຄວາມຄິດເຫັນກ່ຽວກັບຄວາມໝາຍຄວາມສໍາຄັນ ຂອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ບັນດາຜົນງານທີ່ພົ້ນເດັ່ນ ຂອງກົມອຸດສາຫະກໍາປ້ອງກັນຊາດ ສ້າງໄດ້ໃນໄລຍະຜ່ານມາວ່າ: ພັກປະຊາຊົນປະຕິວັດລາວ ແມ່ນກອງນໍາໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກຳມະກອນ ແລະ ຂອງລະບອບປະຊາທິປະໄຕ ປະຊາຊົນລາວ, ເປັນຕົວແທນທີ່ຈົງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ເຊິ່ງພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍການສືບທອດພາລະກິດຂອງພັກຄອມມູນິດອິນດູຈີນ ເຊິ່ງແມ່ນປະທານ ໄກສອນ ພົມວິຫານ ເປັນຫຼັກແຫຼ່ງນໍາພາກໍ່ຕັ້ງ. ຕະຫຼອດ 70 ປີ ແຫ່ງການນໍາພາ ພັກປະຊາຊົນປະຕິວັດລາວ ໄດ້ແບກຫາບພາລະກໍາປະຫວັດສາດອັນຍິ່ງໃຫຍ່ໃນແຕ່ລະໄລຍະ ພັກໄດ້ນໍາພາຕໍ່ພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານມີຫຼັກການ, ເພື່ອນໍາພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍກຳນົດໄວ້ ໂດຍຢຶດໝັ້ນໃນແນວຄິດ-ທິດສະດີມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ ກໍຄືຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ. ຕະຫຼອດໄລຍະການສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນໍາພາການປະຕິວັດໃນ 70 ປີຜ່ານມາ ພັກໄດ້ຢຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍຕໍ່ອຸດົມການສັງຄົມນິຍົມ ດ້ວຍການສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ ໂດຍປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມີຜົນສໍາເລັດເປັນກ້າວໆ. ເວົ້າລວມ, ເວົ້າສະເພາະ ໜ່ວຍພັກ ກົມອຸດສາຫະກໍາປ້ອງກັນຊາດ ໄດ້ເອົາໃຈໃສ່ໃນການເຮັດໜ້າທີ່ຄຸ້ມຄອງມະຫາພາກ ແລະ ເອົາໃຈໃສ່ຊີ້ນໍາບັນດາຫົວໜ່ວຍທີ່ຂຶ້ນກັບ, ທັງຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດຕາມແຜນການ ແລະ ມີຄຸນນະພາບ ພ້ອມກັນນັ້ນ, ກໍໄດ້ຕິດຕາມການປະຕິບັດຕົວເລກຜົນງານເປັນປົກກະຕິ ເພື່ອສົມທຽບໃສ່ແຜນການ ປີວຽກງານວິຊາສະເພາະຂອງແຕ່ລະພາກສ່ວນ ໃນແຕ່ລະໄລຍະເປັນຢ່າງດີເຊັ່ນ: ການຜະລິດ ແລະ ສ້ອມແປງຂອງບັນດາໂຮງງານ, ເອົາໃຈໃສ່ຊີ້ນໍາເຖິງບາດກ້າວ, ຂັ້ນຕອນການຜະລິດ, ແກ້ໄຂບັນຫາໃນການຜະລິດຢູ່ບັນດາຫົວໜ່ວຍຕ່າງໆ ໃຫ້ສາມາດຜະລິດໄດ້ເປັນປົກະຕິ, ໄດ້ນໍາໃຊ້ເງິນຮ່ວງພັດທະນາອຸດສາຫະກຳປະກອບເຄື່ອງມືສ້ອມແປງ, ເຄື່ອງຈັກ ແລະ ເຕັກໂນໂລຊີໃໝ່ທີ່ເຫັນວ່າມີຄວາມຈຳເປັນໃຫ້ແກ່ບັນດາໂຮງງານຕ່າງໆ ເພື່ອຮັບປະກັນການຜະລິດ ແລະ ສ້ອມແປງໃຫ້ມີຄຸນນະພາບ ນອກນັ້ນ, ກໍໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາກ່ຽວກັບວຽກງານຄຸ້ມຄອງນໍາໃຊ້ທາດລະເບີດ ສ້າງບັນດາຂໍ້ກຳນົດການຄຸ້ມຄອງວັດຖຸທາດລະເບີດອຸດສາຫະກຳໃຫ້ຮັດກຸມ ແລະ ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ເຄື່ອນໄຫວກວດກາການຄຸ້ມຄອງ ຢູ່ບັນດາໂຄງການຕ່າງໆ ໃນທົ່ວປະເທດ. ພ້ອມກັນນັ້ນ, ກໍໄດ້ຊີ້ນຳ, ຊຸກຍູ້ ແລະ ກວດກາບັນດາຫົວໜ່ວຍທີ່ເຮັດໜ້າທີ່ຜະລິດທຸລະກິດ, ບໍລິການເຄື່ອນໄຫວເປັນປົກກະຕິ, ຂຸດຄົ້ນທ່າແຮງບົ່ມຊ້ອນທີ່ມີຂອງແຕ່ລະຫົວໜ່ວຍ ແລະ ສົ່ງເສີມການພັດທະນາເຕັກໂນໂລຊີໃນການຜະລິດ. ໃນໂອກາດຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດທີ່ຈະມາເຖິງໃນມໍ່ໆ ນີ້, ຄະນະພັກ-ຄະນະບັນຊາ ກົມອຸດສາຫະກຳປ້ອງກັນຊາດ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳບັນດາກົມກອງຮາກຖານທີ່ຂຶ້ນກັບ, ສ້າງຂະບວນການຕ່າງໆ ເປັນຕົ້ນແມ່ນບວນການແຂ່ງຂັນກິລາ, ຂະບວນການອອກແຮງງານລວມໝູ່, ອະນາໄມສະຖານທີ່ຄ້າຍຄູຕາມຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ປະດັບປະດາ, ຕິດທຸງຊາດ, ທຸງພັກ, ທຸງທິວໃຫ້ມີສີສັນສວຍງາມ, ຈັດຕັ້ງເຜີຍແຜ່ໂຄສະນາ-ປາຖະກະຖາວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ຂອງກອງທັບ ໃນແຕ່ລະໄລຍະ ເພື່ອໃຫ້ນາຍ ແລະ ພົນທະຫານໄດ້ຮັບຮູ້, ເຊື່ອມຊຶມ, ເຂົ້າໃຈຢ່າງເລິກເຊິ່ງຕໍ່ວັນສໍາຄັນດັ່ງກ່າວ. ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ທີ່ໝູນວຽນມາຄົບຮອບ 70 ປີ ຂ້າພະເຈົ້າຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ກົມອຸດສາຫະກຳປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ ຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ເຮັດສໍາເລັດໜ້າທີ່ວຽກງານອັນມີກຽດສະຫງ່າອັນສູງສົ່ງຂອງບັນດາທ່ານ ແລະ ສືບຕໍ່ນໍາພາ-ຊີ້ນໍາທຸກໆ ເຫຼົ່າຮົບໃນກຳລັງປະກອບອາວຸດ ກອງທັບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ ແລະ ກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ. ຂໍອວຍພອນໄຊອັນປະເສີດມາຍັງນາຍ ແລະ ພົນທະຫານ ໃນທົ່ວທຸກເຫຼົ່າຮົບເຕັກນິກກອງທັບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ພ້ອມກັນເຮັດສຳເລັດໜ້າທີ່ວຽກງານການເມືອງອັນສູງສົ່ງ ທີ່ການຈັດຕັ້ງພັກ-ລັດ, ກອງທັບ ກໍຄືປະຊາຊົນມອບໝາຍໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ