ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກອງປະຊຸມສ່ອງແສງວຽກງານຮອບດ້ານ ການຮ່ວມມືກວດກູ້ລະເບີດບໍ່ທັນແຕກລາວ-ຣັດເຊຍ
ເວລາອອກຂ່າວ: 2025-03-17 15:00:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4283 | ຄວາມນິຍົມ:



ໃນວັນທີ 15 ມີນາ 2025 ນີ້, ຢູ່ທີ່ ຫ້ອງວ່າການປົກຄອງເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳເດືອນທີ 4 ໃນການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ) ລາວ-ຣັດເຊຍ ໂດຍມີ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ຄະນະຊີ້ນໍາຮ່ວມມືກວດກູ້ລະເບີດບໍ່ທັນແຕກ ລາວ-ຣັດເຊຍ, ມີ ສະຫາຍ ພັນໂທ ມັກຊີມ ເຕີຄາເຊັບ ຫົວໜ້າໜ່ວຍງານເກັບກູ້ລະເບີດ ສູນກວດກູ້ມິນສາກົນ ກຳລັງປະກອບອາວຸດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະທັງ 2 ຝ່າຍເຂົ້າຮ່ວມ. ສະຫາຍ ພັນໂທ ມັກຊີມ ເຕີຄາເຊັບ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ກວດກູ້ໃນ 1 ເດືອນຜ່ານມາວ່າ: ນັບຕັ້ງແຕ່ວັນທີ 14 ກຸມພາ-14 ມີນາ 2025, ກຳລັງກວດກູ້ມິນສາກົນ ແຫ່ງ ສ ຣັດເຊຍ ກວດກູ້ລະເບີດບໍ່ທັນແຕກ ຢູ່ 3 ສະໜາມໄດ້ສຳເລັດ ເຊິ່ງເປັນພື້ນທີ່ກໍ່ສ້າງ ແລະ ເຂດກະສິກຳ ເມືອງວຽງໄຊ ແຂວງຫົວພັນ, ເນື້ອທີ່ກວດກູ້ໄດ້ທັງໝົດ: 2,39 ເຮັກຕາ, ກວດພົບລະເບີດທັງໝົດ 47 ໜ່ວຍ, ຊິ້ນສ່ວນໂລຫະທັງໝົດ 6.644 ຊິ້ນສ່ວນ, ເສດສະເກັດ 3.458 ຊິ້ນສ່ວນ. ຈາກນັ້ນ, ຄະນະທັງ 2 ຝ່າຍ ໄດ້ປຶກສາຫາລືປະກອບຄໍາຄິດເຫັນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ເດືອນຜ່ານມາ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຄະນະຊີ້ນຳ, ຄະນະຮັບຜິດຊອບພາກສະໜາມ ແລະ ພະນັກງານ-ນັກຮົບກວດກູ້ລະເບີດ ລາວ-ຣັດເຊຍ ທຸກສະຫາຍທີ່ໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່, ສຸມສະຕິປັນຍາ, ທຸ່ມເທເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ຢ່າງບໍ່ຮູ້ອິດຮູ້ເມື່ອຍ, ມີຄວາມອົດທົນ, ບຸກບືນຜ່ານຜ່າທຸກຄວາມຫຍຸ້ງຍາກນານາປະການ, ມີຄວາມຕັດສິນໃຈ ແລະ ມີຄວາມຮັບຜິດຊອບສູງ. ໃນວັນດຽວກັນ, ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ພ້ອມຄະນະ ຍັງໄດ້ເຄື່ອນໄຫວກວດກາສະໜາມທີ່ຈະກະກຽມການທຳລາຍລະເບີດບໍ່ທັນແຕກ ຢູ່ ບ້ານ ບັກ ເມືອງວຽງໄຊ ອີກດ້ວຍ. ໂດຍ: ອາໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ