
ກອງບັນຊາການທະຫານແຂວງເຊກອງ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2025-03-17 15:22:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3540 | ຄວາມນິຍົມ:
ວັນທີ 14 ມີນາ 2025 ນີ້, ກອງບັນຊາການທະຫານແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ, ມີບັນດາຄະນະພັກ-ຄະນະບັນຊາ, ພະແນກການ ຕະຫຼອດຮອດສະມາຊິກພັກທົ່ວກອງບັນຊາການທະຫານແຂວງເຊກອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ໄດ້ກ່າວວ່າ: ຂະບວນວິວັດແຫ່ງການກຳເນີດ, ການນຳພາ-ຊີ້ນຳ ແລະ ເສີມຂະຫຍາຍມູນເຊື້ອ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະເວລາ 70 ປີ ນັບແຕ່ມື້ສ້າງຕັ້ງພັກໃນວັນທີ 22 ມີນາ 1955 ເປັນຕົ້ນມາ ພັກໄດ້ມີການນໍາພາ-ຊີ້ນຳເດັດດ່ຽວ, ມີວິທະຍາສາດ ແລະ ມີຄວາມສະຫຼາດສ່ອງໃສ ໄດ້ນໍາພາປວງຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ກັບອິດທິກຳລັງປໍລະປັກທີ່ໂຫດຮ້າຍປ່າເຖື່ອນ, ມີກຳລັງບໍ່ວ່າຈະເປັນຈຳນວນພົນ, ອາວຸດ ແລະ ເຕັກນິກທີ່ທັນສະໄໝເໜືອກວ່າເປັນຫຼາຍເທົ່າ ແຕ່ດ້ວຍຄວາມສະຫຼາດສ່ອງໃສ ແລະ ຄວາມມີໄຫວພິບປະຕິພານຂອງພັກ ບວກກັບນໍ້າໃຈຮັກຊາດອັນດູດດື່ມບໍ່ຍອມຈໍານົນຕໍ່ສັດຕູຜູ້ຮຸກຮານຂອງຄົນລາວ ແລະ ການຊ່ວຍເຫຼືອຂອງເພື່ອນມິດສາກົນທີ່ກ້າວໜ້າ, ພັກປະຊາຊົນລາວ ໃນເມື່ອກ່ອນ ກໍຄືພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ຈຶ່ງສາມາດນໍາພາປວງຊົນລາວ ປົດປ່ອຍຊາດ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975, ພາຍຫຼັງປົດປ່ອຍຊາດ ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປວງຊົນລາວ ດໍາເນີນການປົວແປງຮຳບາດແຜສົງຄາມ ແລະ ປະຕິບັດໜ້າທີ່ສອງຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ໝັ້ນຄົງ ແລະ ສີວິໄລ. ຕະຫຼອດ 70 ປີ ແຫ່ງການສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ 50 ປີ ແຫ່ງການສະຖາປະນາ ສປປ ລາວ ພັກໄດ້ມີຜົນງານອັນຍິ່ງໃຫຍ່ ແລະ ມະຫາສານ ເປັນຕົ້ນແມ່ນດ້ານການເມືອງ ສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ; ພັກໄດ້ນໍາພາການພັດທະນາເສດຖະກິດ ແລະ ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ດ້ານວັດທະນະທໍາ ໄດ້ມີການປົກປັກຮັກສາ ແລະ ເສີມຂະຫຍາຍ, ສປປ ລາວ ໄດ້ມີບົດບາດ ແລະ ໃບໜ້າໃໝ່ ໃນເວທີສາກົນ ປະກອບສ່ວນໃຫ້ແກ່ການພັດທະນາ ຢູ່ພາກພື້ນ ແລະ ໃນໂລກ.
ການປາຖະກະຖາໃນຄັ້ງນີ້, ເພື່ອທົບທວນຄືນມູນເຊື້ອ ແລະ ໄຊະນະອັນຍິ່ງໃຫຍ່ ຂອງການປະຕິວັດ ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ທົ່ວກອງບັນຊາການທະຫານແຂວງເຊກອງ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບປະຫວັດສາດ ແລະ ມູນເຊື້ອການນຳພາຂອງພັກປະຊາຊົນປະຕິວັດລາວ.
ໂດຍ: ມິຕິ ທ່ອນມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ