
ປິດເຝິກອົບຮົມສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຢູ່ເຂດຈຸດສຸມພັດທະນາທີ 2 ເມືອງທ່າແຕງ
ເວລາອອກຂ່າວ: 2025-03-17 15:24:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5278 | ຄວາມນິຍົມ:
ພິທີ ປິດເຝິກອົບຮົມສ້າງບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລຽນ ຢູ່ເຂດຈຸດສຸມພັດທະນາທີ 2 ໄດ້ຈັດຂຶ້ນໃນວັນທີ 12 ມີນາ 2025 ນີ້, ຢູ່ທີ່ຫ້ອງການບ້ານ ກົກພຸງໃຕ້ ເມືອງທ່າແຕງ ແຂວງເຊກອງ ໂດຍມີ ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ, ມີສະຫາຍ ພົນຈັດຕະວາ ຄໍາບານ ພົມມະນີວົງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ບັນດາການນໍາ 4 ເມືອງຄື: ເມືອງທ່າແຕງ, ເມືອງລະມາມ, ເມືອງກະລຶມ ແລະ ເມືອງດັກຈຶງ ພ້ອມດ້ວຍອົງການປົກຄອງບ້ານ, ສອງກໍາລັງປະກອບອາວຸດຂັ້ນເມືອງ ແລະ ບ້ານ ເຂົ້າຮ່ວມ.
ສະຫາຍ ພັນເອກ ຫຼອດ ນັນທະວົງ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງເຊກອງ ໄດ້ສະຫຼຸບການອົບຮົມ-ຫັດແອບໃຫ້ກອງຮ້ອຍກອງຫຼອນ ຕາມທິດທາງແຜນການປັບປຸງກຳລັງປະກອບອາວຸດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຮອບດ້ານ, ມີລະບຽບແບບແຜນທັນສະໄໝ ກຽມພ້ອມເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ອີງຕາມ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ ເວົ້າສະເພາະ ກໍຄືປັບປຸງຄຸນນະພາບກ້ອນກຳລັງກອງຮ້ອຍກອງຫຼອນໃຫ້ມີຄຸນນະພາບສູງ. ເຊິ່ງການອົບຮົມຄັ້ງນີ້ ລວມມີ 3 ພາກຄື: ພາກການເມືອງ, ພາກການທະຫານ, ພາກປະຕິບັດຕົວຈິງວຽກງານປ້ອງກັນຄວາມສະຫງົບ ໄດ້ນຳເອົາຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າດ້ວຍການເຄື່ອນໄຫວ ຂອງກຳລັງກອງຫຼອນ ເພື່ອເຮັດໃຫ້ສຳມະນາກອນມີຄວາມຮັບຮູ້, ເຊື່ອມຊຶມ, ກຳແໜ້ນເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງປ້ອງກັນຊາດຢູ່ຮາກຖານບ້ານຂອງຕົນ, ຮູ້ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ ຄວາມຮັບຜິດຊອບ, ມີສະຕິເປັນເຈົ້າຂອງປະເທດຊາດໃນການປົກປັກຮັກສາສ້າງຄວາມເປັນເອກະລາດ, ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເຮັດໃຫ້ສັງຄົມມີຄວາມສະຫງົບສຸກ ແລະ ປະກອບສ່ວນສ້າງສາພັດທະນາປະເທດຊາດ. ຜ່ານການຈັດຕັ້ງອົບຮົມ ສາມາດຕີລາຄາຄວາມຮັບຮູ້ເຂົ້າໃຈຂອງສຳມະນາກອນໄດ້ 75%. ຈໍານວນພົນເຂົ້າຮ່ວມທັງໝົດ 92 ສະຫາຍ ໃນນີ້, ຂັ້ນເກັ່ງມີ 18 ສະຫາຍ, ຂັ້ນກາງມີ 39 ສະຫາຍ ແລະ ໄດ້ຄາດໝາຍ 35 ສະຫາຍ. ທັງນີ້, ເພື່ອເຮັດໃຫ້ສຳມະນາກອນກຳແໜ້ນດ້ານທິດສະດີຫຼັກການສິລະປະຍຸດ-ຍຸດທະວິທີ, ຮູ້ໝູນໃຊ້ບັນຊາສູ້ຮົບຂັ້ນຂອງຕົນໃຫ້ຖືກຫຼັກການ, ມີພິກໄຫວຄ່ອງແຄ່ວ.
ໂດຍ: ມິຕິ ທ່ອນມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ