ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກອງບັນຊາການທະຫານແຂວງຈໍາປາສັກ ແຕ່ງຕັ້ງຄະນະຊີ້ນຳ, ອະນຸກຳມະການຮັບຜິດຊອບກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ
ເວລາອອກຂ່າວ: 2025-03-17 15:32:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3917 | ຄວາມນິຍົມ:



ວັນທີ 17 ມີນາ 2025 ນີ້, ຢູ່ຫ້ອງປະຊຸມ ຂອງກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຈັດພິທີປະກາດການແຕ່ງຕັ້ງຄະນະຊີ້ນຳ, ອະນຸກຳມະການຮັບຜິດຊອບກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ, ມີ ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະແນກການ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ໄຊມຸງຄຸນ ນາຄໍາ ກໍາມະການຄະນະພັກກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກກອງບັນຊາການທະຫານແຂວງຈໍາປາສັກ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ, ອະນຸກຳມະການຮັບຜິດຊອບກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ. ໂດຍອີງຕາມ ຄໍາສັ່ງແນະນຳຂອງກະຊວງປ້ອງກັນປະເທດ, ອີງຕາມ ມະຕິກອງປະຊຸມຄະນະປະຈຳພັກແຂວງສະໄໝສາມັນ ແລະ ອີງຕາມ ການຕົກລົງເຫັນດີ ຂອງຄະນະປະຈຳພັກ ກອງບັນຊາການທະຫານແຂວງຈໍາປາສັກ. ຈຸດປະສົງການ ກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ ຄັ້ງນີ້ ເພື່ອເປັນການລະນຶກຫວນຄືນມູນເຊື້ອອັນສະຫງ່າງາມແຫ່ງການສ້າງຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນປະຕິວັດລາວ ໃນຕະຫຼອດໄລຍະ 70 ປີຜ່ານມາ ທີ່ເຕັມໄປດ້ວຍສິ່ງທ້າທາຍ ທົດສອບອັນລະອິດລະອ້ຽວຂ້ຽວຂາດທີ່ສຸດ ແຕ່ພັກກໍຍັງໄດ້ຮັບການປັບປຸງ ແລະ ຫຼໍ່ຫຼອມໃຫ້ເປັນພັກກໍາອໍານາດທີ່ມີທາດແທ້ຂອງຊົນຊັ້ນກຳມະກອນ, ມີມູນເຊື້ອອັນສະຫງ່າລາສີ ແລະ ເປັນການທົບທວນຫວນຄືນມູນເຊື້ອ ໄລຍະ 50 ປີ ແຫ່ງ ການສະຖາປານາ ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ ພ້ອມທັງເປັນການລະນຶກເຖິງຜົນງານ, ຄຸນງາມຄວາມດີ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າໃຫ້ຢູ່ຄູ່ກັບສັງຄົມລາວຕະຫຼອດໄປ. ໂດຍ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ