ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ລັດຖະມົນຕີກະຊວງປ້ອງກັນປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກອງບັນຊາການທະຫານແຂວງວຽງຈັນ
ເວລາອອກຂ່າວ: 2025-03-17 15:44:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4083 | ຄວາມນິຍົມ:



ວັນທີ 13 ມີນາ 2025 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງບັນຊາການທະຫານແຂວງວຽງຈັນ ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງບັນຊາການ, ພະນັກງານຫຼັກແຫຼ່ງ ກົມກອງອ້ອມຂ້າງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ລາຍງານໂດຍຫຍໍ້ສະພາບການເຄື່ອນໄຫວວຽກງານຮອບດ້ານຂອງກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ໃນໄລຍະຜ່ານມາ ສາມາດສ້າງໄດ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນແມ່ນຂົງເຂດວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຢ່າງຕໍ່ເນື່ອງ ໄປຄຽງຄູ່ກັບການຕິດຕາມ, ເກັບກຳສະພາບການຮອບດ້ານ, ຕ້ານສະກັດກັ້ນ ແລະ ແກ້ໄຂບັນດາໜໍ່ແໜງ ທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບຢ່າງວ່ອງໄວທັນເວລາ ເຮັດໃຫ້ຂອບເຂດແຂວງວຽງຈັນ ມີຄວາມສະຫງົບໂດຍພື້ນຖານ, ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງປະກອບອາວຸດທ້ອງຖິ່ນມີຄວາມເຂັ້ມແຂງ ໜັກແໜ້ນ ສາມາດປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ກົມກອງມີຄວາມເປັນລະບຽບຮຽບຮ້ອຍດີ, ພະນັກງານ-ນັກຮົບ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ໄດ້ເອົາໃຈໃສ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຕັ້ງໜ້າ, ຈັດຕັ້ງກຳລັງປະຈໍາການກຽມພ້ອມສູ້ຮົບເປັນປົກກະຕິ. ພ້ອມກັນນັ້ນ, ກໍໄດ້ປຸກລະດົມຊຸກຍູ້ພະນັກງານ-ນັກຮົບບັນດາກົມກອງ ເຮັດການຜະລິດປູກຝັງ-ລ້ຽງສັດ ຕາມທ່າແຮງຕົວຈິງ ເພື່ອສົ່ງເສີມການສ້າງເສດຖະກິດໃຫ້ເຂັ້ມແຂງ ສາມາດແກ້ໄຂຊີວິດການເປັນຢູ່ນັບມື້ດີຂຶ້ນ. ນອກຈາກນີ້, ຂົງເຂດວຽກງານອື່ນໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມກອງ ກໍໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີຜົນສຳເລັດຕົວຈິງ. ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບຢ່າງຕໍ່ເນື່ອງ, ສຸມໃສ່ເຮັດໃຫ້ສະພາບພາຍໃນທົ່ວແຂວງວຽງຈັນ ມີຄວາມສະຫງົບປອດໄພ, ເດັດຂາດບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ, ຕິດຕາມກຳແໜ້ນສະພາບການຮອບດ້ານ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕາມຈຸດຕ່າງໆ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງ ໜັກແໜ້ນ, ປັບປຸງກໍ່ສ້າງກົມກອງໃຫ້ມີລະບຽບວິໄນເຂັ້ມງວດ, ເອົາໃຈໃສ່ອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະໃຫ້ມີຄວາມຊໍານານຄ່ອງແຄ່ວ ພ້ອມທັງປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານໃຫ້ຮັບປະກັນຄຸນນະພາບສູງ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃຫ້ມີວິທະຍາສາດ, ທັນສະໄໝ ໂດຍຢຶດໝັ້ນໃນຫຼັກການນໍາພາຂອງພັກ, ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງກົມກອງ ໃຫ້ມີການຮັບປະກັນດີ, ຊຸກຍູ້ຢ່າງແຂງແຮງຂະບວນການປູກຝັງ-ລ້ຽງສັດ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ພ້ອມນັ້ນ, ກໍຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງແຕ່ລະສະຫາຍໃຫ້ສູງຂຶ້ນກວ່າເກົ່າ, ກ້າເຮັດ, ກ້າຮັບຜິດຊອບ ແລະ ສ້າງການຫັນປ່ຽນໃໝ່ໃນໜ້າທີ່ວຽກງານ ຂອງແຕ່ລະສະຫາຍ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂດຍ: ສາຍຄຳ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ