ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງກິລາກອງທັບ ຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ)
ເວລາອອກຂ່າວ: 2019-07-12 09:16:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 60 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2019 ນີ້, ກອງກີລາ ກອງທັບໄດ້ຮັບຟັງການເຜີຍແຜ່ ກົດໝາຍວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ (ສະບັບ ປັງປຸງ)ໃຫ້ແກ່ນາຍທະຫານຂຶ້ນ, ໂດຍການເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ສອນທອງ ແກ້ວລໍຄຳ ກຳມະການຄະນະພັກ ອົງການກົມໃຫຍ່ເສນາທິການ ກອງທັບ, ຫົວໜ້າກົມສູ້ຮົບ ພ້ອມ ດ້ວຍນັກວິຊາການ, ຄະນະຮັບ ຜິດຊອບ, ມີຄະນະພັກ-ຄະນະ ບັນຊາ ພ້ອມດ້ວຍນາຍທະຫານ ກອງກີລາກອງທັບ ແລະ ສູນ 14 ເຂົ້າຮ່ວມ. ສະຫາຍ ພັນໂທ ພິມ ວິຈິດວົງ ສາ ຫົວໜ້າພະແນກປ້ອງກັນພາຍ ໃນຫ້ອງການເມືອງກົມໃຫຍ່ເສ ນາທິການກອງທັບ ໄດ້ຂຶ້ນເຜີຍ ແຜ່ກົດໝາຍວ່າດ້ວຍນາຍທະ ຫານກອງທັບປະຊາຊົນລາວ (ສະ ບັບປັບປຸງໃໝ່) ເຊິ່ງປະກອບມີ: 5 ພາກ, 4 ໝວດ ແລະ 50 ມາດ ຕາ. ຈຸດປະສົງເພື່ອແນໃສ່ເຮັດໃຫ້ ນາຍທະຫານມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ກົດໝາຍນາຍທະ ຫານ ແລະ ນະໂຍບາຍຕ່າງໆໃນ ກອງທັບປະຊາຊົນລາວ, ເພື່ອຍົກ ສູງຄວາມຮູ້-ຄວາມສາມາດທາງ ດ້ານການເມືອງ-ແນວຄິດ, ມີລະ ບຽບແບບແຜນທີ່ທັນສະໄໝ, ເປັນກຳລັງຫຼັກແຫຼ່ງຂອງກອງ ທັບໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນຕອນທ້າຍ ສະຫາຍ ພົນ ຈັດຕະວາ ສອນທອງ ແກ້ວລໍຄຳ ໄດ້ໃຫ້ການໂອ້ລົມ ເຊິ່ງສະຫາຍ ໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ ຕະຫຼອດເຖິງນາຍ ທະຫານທົ່ວກອງກີລາກອງທັບ ແລະ ສູນ 14 ຈົ່ງຍົກສູງສະຕິຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຂໍ້ກຳນົດ-ກົດໝາຍ ວ່າດ້ວຍນາຍທະຫານກອງທັບ ປະ ຊາຊົນລາວຢ່າງເຂັ້ມງວດເພື່ອ ຮັບປະກັນເຮັດໃຫ້ການເຄື່ອນ ໄຫວປະຕິບັດໜ້າທີ່ວຽກງານຂອງຕົນມີຜົນສຳເລັດສູງ ແລະ ຫັນເຂົ້າສູ່ລະບຽບແບບແຜນ ແລະ ທັນສະໄໝຂຶ້ນເລື້ອຍໆ. ໂດຍ: ລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ