ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ຫົວໜ້າການທະຫານ ກອງວິທະຍຸກະຈາຍສຽງກອງທັບ ສຳເລັດການເຄື່ອນໄຫວຊຸກຍູ້ວຽກງານໂຄສະນາຂ່າວສານ ຢູ່ກອງບັນຊາການທະຫານແຂວງຜົ້ງສາລີ
ເວລາອອກຂ່າວ: 2025-03-24 09:53:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1231 | ຄວາມນິຍົມ:



ສະຫາຍ ພັນເອກ ໝູມາດ ອຸ່ນໃຈດີ ຫົວໜ້າການທະຫານ ກອງວິທະຍຸກະຈາຍສຽງກອງທັບ ພ້ອມດ້ວຍພະນັກງານວິຊາການວິທະຍຸ ແລະ ໜັງສືພິມກອງທັບ ໄດ້ສຳເລັດການເຄື່ອນໄຫວເກັບກໍາຂ່າວ-ບົດ ແລະ ຊຸກຍູ້ວຽກງານໂຄສະນາຂ່າວສານ ຢູ່ກອງບັນຊາການທະຫານແຂວງຜົ້ງສາລີ ໃນລະຫວ່າງວັນທີ 19-23 ມີນາ 2025. ຈຸດປະສົງ ເພື່ອຊຸກຍູ້ຂະບວນການສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງພັກ, ຂອງຊາດ ໃນປີ 2025 ເວົ້າສະເພາະແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ມີຂະບວນການຟົດຟື້ນ ກວ້າງຂວາງ ແລະ ເນື້ອໃນຄວາມໝາຍສໍາຄັນເລິກເຊິ່ງ ໂດຍຕິດພັນກັບການຈັດຕັັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອນຳເອົາຜົນງານ, ຂະບວນການອັນພົ້ນເດັ່ນດ້ານຕ່າງໆ ຂອງບັນດາອົງການກອງບັນຊາການທະຫານແຂວງຜົ້ງສາລີ, ກອງບັນຊາການທະຫານເມືອງຜົ້ງສາລີ, ເມືອງຍອດອູ, ເມືອງໃໝ່, ກອງພັນ19, ກອງຮ້ອຍທະຫານຊາຍແດນ 113, ກຸ່ມບ້ານລ້ອງນາຍເກົ່າ ເມືອງບຸນໃຕ້, ພ້ອມທັງສ້ອມແປງ ແລະ ກວດກາສູນສົ່ງສະຖານີວິທະຍຸກະຈາຍສຽງກອງທັບ FM 99,70 MHZ ຢູ່ເມືອງຍອດອູ ໃຫ້ນຳໃຊ້ໄດ້ປົກກະຕິ, ເພື່ອນຳເອົາບັນດາຜົນງານຂອງບັນດາກົມກອງດັ່ງກ່າວ ໂຄສະນາອອກຂ່າວ, ບົດ ທາງສະຖານີ, ສື່ອອນລາຍ ວິທະຍຸ ແລະ ໜັງສືພິມກອງທັບ ໃຫ້ມີບັນຍາດຟົດຟື່ນຕໍ່ເນື່ອງ, ເປັນຜົນງານເອກອ້າງ ປະດັບເອ້ແກ່ 3 ວັນປະຫວັດສາດ ຂອງພັກ, ຂອງຊາດ ໃຫ້ມີເນື້ອໃນເລິກເຊິ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ