ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄວາມຮຸ້ສຶກຂອງຊັ້ນຄົນຕ່າງໆຕໍ່ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2018-11-20 09:35:42 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 379584209 | ຄວາມນິຍົມ:



ທ່ານ ຕຽງຄຳ ແສງສຸລິຈັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງວຽງຄຳ ປັດຈຸບັນຢູ່ ບ້ານດອນກວດ, ເມືອງວຽງຄຳ, ແຂວງວຽງຈັນໄດ້ສະແດງທັດ ສະນະ ແລະ ຄວາມຮູ້ສຶກຂອງ ຕົນໃນໂອກາດລະນຶກວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີ ວ່າ: ກອງທັບປະຊາ ຊົນ ລາວ ໄດ້ ກຳເນີດ ແລະ ເຕີບໃຫຍ່ຂຶ້ນພາຍ ໃຕ້ການຊີ້ນຳ-ນຳພາ ແລະ ສຶກສາອົບຮົມຈາກພັກປະຊາຊົນປະຕິວັດລາວ, ເປັນກຳລັງ ປະກອບອາວຸດປະຕິວັດທີ່ສືບທອດມູນເຊື້ອການຕໍ່ສູ້ອັນພິລາດອາດ ຫານມາຈາກບັນພະບຸລຸດໃນພາລະກິດຕໍ່ສູ້ກູ້ຊາດຜ່ານມາໄດ້ສ້າງ ວິລະກຳທີ່ຍິ່ງໃຫຍ່ ຍິ່ງຕີຍິ່ງໄດ້ຮັບໄຊຊະນະ ຍິ່ງສູ້ຮົບຍິ່ງເຕີບໃຫຍ່ ເຂັ້ມແຂງ,ກາຍເປັນກຳລັງຫຼັກ ແຫລ່ງໃຫ້ແກ່ຂະບວນການຕໍ່ສູ້ ກູ້ຊາດ ແລະ ນຳເອົາເອກະລາດມາສູ່ປະເທດຊາດ ແລະ ຄວາມສົມ ບູນພູນສຸກມາສູ່ປະຊາຊົນ. ເມື່ອຮອດວັນທີ 20 ມັງກອນ ທີ່ຈະມາເຖິງນີ້ກອງທັບປະຊາຊົນ ລາວ ກໍຈະມີອາຍຸຄົບຮອບ 70 ປີ ພໍດີ, ໃນໄລຍະທີ່ຜ່ານມາກອງທັບ ປະຊາຊົນລາວ ໄດ້ຮັບການປັບ ປຸງກໍ່ສ້າງນັບມື້ເຂັ້ມແຂງໃນທຸກ ດ້ານ, ບໍ່ວ່າຈະເປັນທາງດ້ານ ການເມືອງ-ແນວຄິດ ການຈັດ ຕັ້ງກໍຄືດ້ານການປະກອບພາຫະ ນະອາວຸດ, ຍຸດໂທປະກອນຕ່າງໆ ຍາມໃດກໍຮັກສາໄດ້ທາດແທ້ມູນ ເຊື້ອຂອງກອງທັບປະຕິວັດ, ປະ ກອບສ່ວນຢ່າງສົມກຽດເຂົ້າໃນ ການປະຕິບັດສອງຫນ້າທີ່ຍຸດທະ ສາດຂອງພັກ ເປັນກຳລັງຫລັກ ແຫລ່ງໃນການເຄື່ອນໄຫວຊ່ວຍ ເຫລືອປະຊາຊົນໃຫ້ມີຊີວິດຄວາມ ເປັນຢູ່ທີ່ດີຂຶ້ນປົກປັກຮັກສາ ຄວາມໝັ້ນຄົງຂອງຊາດ ສາມາດ ຕີຖອຍບັນດາປາກົດການຫຍໍ້ທໍ້ ຕີຕ້ານກົນອຸບາຍລ່ຽມລາຍມ້າງ ເພທຳລາຍຂອງອິດທິກຳລັງປໍລະ ປັກ, ໂດຍໄດ້ຕັ້ງຫນ້າຫັນລົງກໍ່ ສ້າງຮາກຖານການເມືອງ, ຊ່ວຍ ພໍ່ແມ່ປະຊາຊົນ, ອຳນາດການປົກ ຄອງທ້ອງຖິ່ນເຂດພູດອຍ, ຫ່າງ ໄກສອກຫລີກໃຫ້ມີຊີວິດການ ເປັນຢູ່ດີຂຶ້ນ. ໃນນາມສ່ວນຕົວຂອງຂ້າພະ ເຈົ້າຮູ້ສຶກປຶ້ມປິຕິ ແລະ ພາກພູມ ໃຈທີ່ສຸດ ທີ່ເຫັນວ່າກອງທັບມີ ຄວາມເຂັ້ມແຂງຮອບດ້ານ, ມີ ແບບແຜນທັນສະໄໝ, ການເປັນ ກຳແພງເພັດໃນພາລະກິດປ້ອງ ກັນຊາດທີ່ແຂງແກ່ນ, ປະຊາຊົນ ລາວບັນດາເຜົ່າໃຫ້ຄວາມເຊື່ອ ໝັ້ນ. ໃນໂອກາດອັນສຳຄັນນີ້, ຂ້າ ພະເຈົ້າຂໍສະແດງຄວາມຍ້ອງຍໍ ຊົມເຊີຍຢ່າງສຸດອົກສຸດໃຈຕໍ່ກອງ ທັບປະຊາຊົນລາວ ແລະ ຂໍອວຍ ພອນແດ່ຄະນະນຳກະຊວງປ້ອງ ກັນປະເທດ, ນາຍ ແລະ ພົນທະ ຫານທຸກຖ້ວນຫນ້າ ໂດຍສະເພາະ ແມ່ນນາຍ ແລະ ພົນທະຫານຜູ້ທີ່ ກຳລັງປະຕິບັດຫນ້າທີ່ຢູ່ເຂດຫ່າງ ໄກສອກຫລີກທຸລະກັນດານ, ຈຸດສຸມ, ຫຍຸ້ງຍາກ, ຈົ່ງມີພະລາ ນາໄມສົມບູນ, ມີຜົນສຳເລັດໃນ ຫນ້າທີ່ອັນມີກຽດທີ່ຊາດ ແລະ ປະ ຊາຊົນມອບໝາຍໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ