ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ໜ່ວຍ​ຊາວ​ໜຸ່ມ ​ກອງ​ບັນຊາ​ກາ​ນທະຫານເມືອງ​ໂພນ​ທອງ ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2024
ເວລາອອກຂ່າວ: 2025-04-21 09:30:17 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 645 | ຄວາມນິຍົມ:



ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2024 ຂອງ​ໜ່ວຍ​ຊາວ​ໜຸ່ມ​ກອງ​ບັນຊາ​ການ​ທະຫານ​ເມືອງ​ໂພນ​ທອງ ແຂວງ​ຫຼວງ​ພະ​ບາງ ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 4 ເມສາ 2025 ນີ້. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ຕີ ໄຊ​ພອນ ຊີມ​ອົມ​ຕັງ​ລາ ຮອງ​ຫົວໜ້າ​ພະແນກການ​ເມືອງ, ເລຂາ​ໜ່ວຍ​ຊາວ​ໜຸ່ມ​ກອງ​ບັນຊາ​ການ​ທະຫານ​ເມືອງ​ໂພນ​ທອງ. ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພັນ​ໂທ ທອງ​ສຸກ ມະນີ​ວັນ ປະທານ​ກວດກາ​ຄະນະ​ພັກ​ຮາກ​ຖານ, ຮອງ​ຫົວໜ້າ​ການເມືອງ ກອງ​ບັນ ຊາ​ການ​ທະຫານ​ເມືອງ​ໂພນ​ທອງ, ຜູ້​ຊີ້​ນຳ​ວຽກ​ງານ​ອົງ​ການຈັດຕັ້ງ​ມະຫາຊົນ, ມີ​ເລຂາ-ຮອງ​ເລຂາ​ໜ່ວຍ ຕະຫຼອດ​ຮອດ​ສະມາຊິກ​ຊາວ​ໜຸ່ມ​ພາຍ​ໃນ​ໜ່ວຍ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ໄຊ​ພອນ ຊີມ​ອົມ​ຕັງ​ລາ ເລຂາ​ໜ່ວຍ​ຊາວ​ໜຸ່ມ ກອງ​ບັນຊາ​ການ​ທະຫານ​ເມືອງ​ໂພນ​ທອງ ໄດ້​ຜ່ານ​ບົດ​ສະ ຫຼຸບ​ວຽກ​ງານ​ຮອບດ້ານ ປະຈຳ​ປີ 2024 ແລະ ທິດ​ທາງ​ແຜ່ນ​ການ ປະຈຳ​ປີ 2025 ໄດ້​ໃຫ້​ຮູ້​ວ່າ: ຕະຫຼອດ​ໄລຍະ​ຜ່ານ​ມາຄະ​ນະ​ໜ່ວຍ​ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ບັນຫາ​ສຳຄັນ​ເພື່ອ​ແນໃສ່​ເຮັດ​ໃຫ້​ສະມາຊິກ​ຊາວ​ໜຸ່ມ​ພາຍ​ໃນ​ໜ່ວຍ​ມີ​ຄຸນ​ທາດ​ການເມືອງ​ທີ່​ໜັກ​ແໜ້ນ, ມີ​ລະບຽບ​ວິໄນ​ທີ່​ເຂັ້ມ​ງວດ ແລະ ມີ​ຄວາມ​ຫ້າວຫັນ​ຕໍ່ໜ້າ​ທີ່​ວຽກ​ງານ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ. ນອກຈາກ​ນີ້, ຍັງ​ໄດ້​ເຄື່ອນ​ໄຫວ​ຕ້ານ​ປະກົດ​ການ​ຫຍໍ້ທໍ້​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຕາມ​ການ​ຊີ້​ນຳ​ຂອງ​ຂັ້ນ​ເທິງ. ໃນ​ນີ້, ແມ່ນ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ເຝົ້າ​ລະວັງ​ການ​ລັກລອບ​ປູກ​ຝິ່ນ​ຢູ່​ຂອບ​ເຂດ​ຄວາມ​ຮັກ​ຜິດ​ຊອບ, ປ້ອງ​ກັນ​ຄ້າຍ ​ຄູ, ປ້ອງ​ກັນ​ໂຄງການ, ບໍລິສັດ ແລະ ເສັ້ນທາງ​ຍຸດ​ທະ​ສາດ ໂດຍ​ລວມ​ແລ້ວ​ຂອບ​ເຂດ​ຮັບຜິດຊອບ​ແມ່ນ​ມີ​ຄວາມ​ສະຫງົບ​ປອດ​ໄພ 100%. ໄປ​ພ້ອມ​ກັນ​ນີ້, ຍັງ​ໄດ້​ ເຂົ້າ​ຮ່ວມ​ຂະ​ບວນ​ການ​ອອກແຮງ​ງານ​ລວມ ຂອງ​ກົມ​ກອງ ແລະ ຂອງ​ເມືອງ ຈຳນວນ 3 ຄັ້ງ 71 ແຮງ​ງານ, ເຂົ້າ​ຮ່ວມ​ການ​ແຂ່ງ ຂັນ​ກິລາ 1 ຄັ້ງ​ມີ 24 ສະຫາຍ. ໂອກາດ​ດຽວ​ກັນ​ນີ້, ກອງ​ປະຊຸມ​ຍັງ​ໄດ້​ຜ່ານ​ຂໍ້​ຕົກ​ຂອງ​ຫ້ອງການ​ຊາວ​ໜຸ່ມ​ເມືອງ ວ່າ​ດ້ວຍ​ການ​ລາ​ອອກ​ຈາກ​ການ​ເປັນ​ສະມາຊິກ​ຊາວ​ໜຸ່ມ ແລະ ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ປະຕິບັດ​ຍ້ອງຍໍ​ຜົນງານ 5 ປີ ໃຫ້​ແກ່​ສະມາຊິກ​ຊາວ​ໜຸ່ມ​ຜູ້​ທີ່​ມີ​ຜົນງານ​ດີເດັ່ນ​ຕື່ມ​ອີກ. ສະຫາຍ ພັນ​ໂທ ທອງ​ສຸກ ມະນີ​ວັນ ໄດ້​ສະແດງ​ຄວາມ​ຍ້ອງ ຍໍ​ຊົມເຊີຍ​ຕໍ່​ຜົນງານ​ທີ່​ຍາດ​ມາ​ໄດ້​ຕະຫຼອດ​ໄລຍະ 1 ປີຜ່ານມາ, ພ້ອມ​ທັງ​ໄດ້​ຮຽກຮ້ອງ​ໃຫ້​ສະມາ ຊິກ​ຊາວ​ໜຸ່ມ​ທຸກ​ສະຫາຍ ຍົກ​ສູງ​ສະຕິ​ລະວັງ​ຕົວ​ຕໍ່​ກົນອຸບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ກຸ່ມ​ຄົນ​ບໍ່​ຫວັງ​ດີ, ເອົາໃຈໃສ່​ກຳ​ແໜ້ນ​ຕໍ່​ແນວທາງ​ຂອງ​ພັກ, ເຄົາລົບ​ກົດ ໝາຍ​ຂອງ​ລັດ ແລະ​ລະບຽບ​ວິໄນ​ຂອງ​ກອງທັບ​ໃຫ້​ເຂັ້ມ​ງວດ, ຕັ້ງໜ້າ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ຢ່າງຮອບດ້ານ ເພື່ອ​ກຽມພ້ອມ​ເຮັດ​ສຳເລັດ​ໜ້າທີ່​ອັນ​ມີ​ກຽດ​ສະຫງ່າ​ທີ່​ຊາດ ແລະ​ປະ​ຊົນ​ຊົນ​ມອບ​ໝາຍ​ໃຫ້. ໂດຍ: ຈັນ​ດີ ຈົ່ງ​ຊໍ່​ທໍ່



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ