ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ຄະນະ​ພັກ​ທະຫານ​ແຂວງ​ເຊ​ກອງ ເຄື່ອນ​ໄຫວ​ຢ້ຽມ​ຢາມ ແລະ ມອບ​ເຄື່ອງ​ໃຫ້​ປະຊາຊົນ​ບ້ານ​ຕະ​ລຸຍ
ເວລາອອກຂ່າວ: 2025-04-21 09:31:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 670 | ຄວາມນິຍົມ:



ວັນ​ທີ 9 ເມສາ 2025 ນີ້, ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ເຊ​ກອງ ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ມອບ​ເຄື່ອງ​ອຸປະໂພກ ແລະ ເຄື່ອງ​ບໍລິໂພກ​ໃຫ້​ປະຊາຊົນ​ບ້ານ​ຕະ​ລຸຍ ເມືອງ​ກະລຶມ, ໂດຍ​ມີ ສະຫາຍ ພັນ​ໂທ ວົງ​ໄຊ ພະ​ອຸທອນ ຄະນະ​ພັກ​ກອງ​ບັນຊາ​ການ, ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ທະຫານ​ແຂວງ​ເຊ​ກອງ ແລະ ສະຫາຍ ​ພັນ​ໂທ ລາດ​ສະ​ວົງ ແກ້ວ​ດາ​ສິນ ຄະນະ​ພັກ​ກອງ​ບັນຊາ​ການ, ຮອງ​ຫົວໜ້າ​ຫ້ອງ​ການເມືອງ ທະຫານ​ແຂວງ​ເຊ​ກອງ​ເປັນ​ຄະນະ ແລະ ມີ​ບັນດາ​ສະຫາຍ​ພະນັກງານ-ນັກຮົບ​ຈາກ​ພາກສ່ວນ​ກອງຮ້ອຍ​ຕີ​ພິເສດ 101, ກອງຮ້ອຍ 105 ແລະ ກອງຮ້ອຍ 102 ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວົງ​ໄຊ ພະ​ອຸທອນ ກໍ​ໄດ້​ກ່າວ​ສະແດງ​ຄວາມ​ເສຍ​ໃຈ​ນຳ​ຄອບຄົວ ບ້ານ​ຕະ​ລຸຍ ເມືອງ​ລະ​ມາມ ແຂວງ​ເຊ​ກອງ ທີ່​ໄດ້​ປະສົບ​ອັກຄີ​ໄພ ບໍ່​ຄາດ​ຄິດ​ເກີດ​ຂຶ້ນ​ໃນ​ຄັ້ງ​ນີ້​ຢ່າງ​ສຸດ​ຊຶ້ງ, ພ້ອມ​ທັງ​ຕາງໜ້າ ບໍລິສັດ ພາວ​ເວີ​ໄຊ​ນາ ຈຳກັດ​ຜູ້​ດຽວ ມອບ​ເຄື່ອງ​ອຸປະໂພກ ແລະ ເຄື່ອງ​ບໍລິໂພກ​ຈຳນວນ​ໜຶ່ງ. ໃນ​ນັ້ນ, ມີ​ເຂົ້າສານ​ໜຽວ 36 ສອບ, ໝີ່ 36 ແກັດ, ນ້ຳ​ດື່ມ 36 ແພັກ, ເຕັ້ນ​ນອນ 14 ຊຸດ, ມຸ້ງ 36 ດາງ, ສາດ​ປູ​ນອນ 36 ຜືນ, ຜ້າຫົ່ມ 36 ຜືນ ລວມ​ມູນ​ຄ່າ 50.130.000 ກີບ ແລະ ອຳນວຍ​ການ​ໂຮງຮຽນ​ສາມັນ​ກິນນອນ​ຊົນເຜົ່າ​ແຂວງ​ເຊ​ກອງ ກໍ​ໄດ້​ມອບ​ເຄື່ອງ​ຊ່ວຍເຫຼືອ​ປະເພດ​ເຄື່ອງນຸ່ງ​ຫົ່ມ​ຈຳນວນ​ສາມ​ສອບ ແລ້ວ​ພາຍຫຼັງ​ກຳລັງ​ທະຫານ​ກໍ​ໄດ້​ເຂົ້າ​ຊ່ວຍ​ເຮັດ​ເຮືອນ​ພັກ​ເຊົາ​ຊົ່ວຄາວ ແລະ ແພດ​ໝໍ​ປະຈຳ​ພາກ​ສະໜາມ ກໍ​ໄດ້​ຕິດຕາມ ແລະ ກວດກາ​ພະຍາດ ພ້ອມ​ວາງ ຢາ​ຕາມ​ອາການ​ໃຫ້​ກັບ​ຜູ້​ປ່ວຍ​ສຳເລັດ. ໂອກາດ​ດັ່ງກ່າວ, ທ່ານ ສາມ​ໄຊ ສາຍ​ຈື່​ດຳ ເລຂາ​ພັກ​ບ້ານ, ນາຍບ້ານ ບ້ານ​ຕະ​ລຸຍ ພ້ອມ​ດ້ວຍ​ປະຊາຊົນ​ບ້ານ ກໍ​ໄດ້​ສະແດງ​ຄວາມ​ຂອບໃຈ​ຢ່າງ​ລົ້ນ​ເຫຼືອ​ທີ່​ທາງ​ພັກ-ລັດ​ໃຫ້​ຄວາມ​ໃກ້ຊິດຕິດແທດ​ເບິ່ງແຍງ​ໄປ​ຮອດ​ຈອດ​ເຖິງ​ຂັ້ນ​ເທິງ​ບໍ່​ຖິ້ມ​ບໍ່​ປະ ແລະ ໃຫ້ການ​ຊ່ວຍເຫຼືອ​ທຸກ​ຢ່າງ. ໂດຍ: ມິ​ຕິ ທ່ອນ​ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ