ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ທາບ​ທາມ​ບຸກ​ຄະລາ​ກອນ ຮອບ​ທີ 1
ເວລາອອກຂ່າວ: 2025-04-21 09:34:54 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 682 | ຄວາມນິຍົມ:



ໃນ​ວັນ​ທີ 11 ເມສາ 2025 ນີ້, ຢູ່​ສະໂມສອນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຈັດ​ກອງ​ປະຊຸມ​ທາບ​ທາມ​ເອົາ​ບຸກ​ຄະລາ​ກອນ​ເຂົ້າ​ໃນ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ຄັ້ງ​ທີ VI ຮອບ​ທີ 1. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ດວງ​ຕາ ໄຊ​ວຸດ ຮອງ​ເລຂາ​ພັກ​ແຂວງ, ຜູ້​ຊີ້​ນຳ​ວຽກ​ງານ​ພັກ ແລະ ອົງ​ການຈັດຕັ້ງ​ມະຫາຊົນ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ສະຫາຍ ພັນ​ເອກ ​ປອ ບຸນ​ຍອງ ດວງ​ດີ ຮອງ​ເລຂາ​ຄະນະ​ພັກ, ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ຄະນະ​ຊີ້​ນຳ​ກອງ​ປະຊຸມ​ຈາກ​ແຂວງ, ມີ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ, ຄະນະ​ພັກ​ມາ​ຈາກ​ກອງພັນ, ກອງຮ້ອຍ​ທະຫານ​ຊາຍ​ແດນ, ກອງຮ້ອຍ​ເອກະລາດ, ໂຮງຮຽນ, ໂຮງໝໍ​ໃນ​ທົ່ວ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ​ປອ ບຸນ​ຍອງ ດວງ​ດີ ໄດ້​ຜ່ານ​ຄຳ​ສັ່ງ​ແນະນຳ​ຂອງ​ຄະນະ​ພັກ​ແຂວງ ກ່ຽວ​ກັບ​ການ​ກະກຽມ ແລະ ດຳເນີນ​ກອງ​ປະຊຸມ​ໃຫຍ່​ຂອງ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ເພື່ອ​ເຮັດ​ໃຫ້ການ​ກະກຽມ ແລະ ດຳເນີນ​ກອງ​ປະຊຸມ​ໃຫຍ່ ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໃຫ້​ບັນລຸ​ໄດ້​ຕາມ​ເນື້ອ​ໃນ​ຄຳ​ສັ່ງ​ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຄຳ​ສັ່ງ​ແນະນຳ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ຄຳ​ສັ່ງ​ແນະນຳ​ຂອງ​ຄະນະ​ປະຈຳ​ພັກ​ແຂວງ, ນຳໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ເຂົ້າໃຈ​ຖືກຕ້ອງ​ເລິກເຊິ່ງ ແລະ ມີ​ປະ ສິດທິພາບ​ສູງ​ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ມາດ ຖານ​ເງື່ອນໄຂ ແລະ ລະບຽບ​ການ​ຕ່າງໆ​ຈາກ​ຄະນະ​ຈັດ​ຕັ້ງ​ແຂວງ.ຈາກ​ນັ້ນ, ຕາງໜ້າ​ສະມາຊິກ​ພັກ​ໃນ​ທົ່ວ​ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໃຊ້​ສິດ​ປະຊາ ທິປະໄຕ​ຂອງ​ຕົນ ເລືອກ​ເອົາ​ບຸກ​ຄະລາ​ກອນ​ເຂົ້າ​ໃນ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ ຮອບ​ທີ 1 ສຳເລັດ​ຕາມ​ແຜນການ. ໂດຍ: ນາງ ບົວ​ລິ​ວັນ ໂສພາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ