ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ເປີດ​ກອງ​ປະຊຸມ ​ທາບ​ທາມ​ບຸກ​ຄະລາ​ກອນ ແລະ ດຳ​ເນີນ​ຊີວິດ​ການເມືອງ​ທ້າຍ​ສະໄໝ ຄັ້ງ​ທີ I
ເວລາອອກຂ່າວ: 2025-04-21 09:37:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 639 | ຄວາມນິຍົມ:



ວັນ​ທີ 2 ເມສາ 2025 ຜ່ານ​ມາ​ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ໄດ້​ເປີດ ​ກອງ​ປະຊຸມ​ທາບ​ທາມ​ບຸກ​ຄະລາ​ກອນ ແລະ ດຳເນີນ​ຊີວິດ​ການເມືອງ​ທ້າຍ​ສະໄໝ ຄັ້ງ​ທີ I ຂອງ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ. ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພູ​ວັງ ເກດ​ແກ້ວ​ພົມ​ພອນ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ, ຜູ້​ຊີ້​ນຳ​ວຽກ​ງານ​ການ ເມືອງ-ແນວ​ຄິດ​ຂົງເຂດ​ພັກ-ພະນັກງານ, ມີ​ສະຫາຍ ພັນ​ເອກ ພັນ​ວິໄລ ລາດ​ສະ​ຍົນ ເລຂາ​ຄະນະ​ພັກ​ກອງ​ບັນຊາ​ການ ຫົວໜ້າ​ການເມືອງ ກອງ​ບັນຊາ​ການທະຫານ ​ແຂວງ​ສະຫວັນ​ນະ​ເຂດ, ມີ​ຄະນະ​ໂຄສະນາ​ອົບຮົມ​ແຂວງ, ຄະນະ​ຈັດ​ຕັ້ງ​ແຂວງ, ພະ​ແນກ​ກວດ ກາ​ແຂວງ. ມີ​ບັນດາ​ສະຫາຍ​ໃນ​ຄະນະ​ພັກກອງ​ບັນຊາການ, ຄະນະ​ພັກ​ຮາກ​ຖານ​ຈາກ​ກົມ​ກອງ​ທະຫານ​ເມືອງ 14 ຕົວ​ເມືອງ, 1 ນະຄອນ, ກອງພັນ, ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ໂຮງໝໍ​ທະຫານ​ແຂວງ, ຄະນະ​ໜ່ວຍ ​ພັກ​ກອງຮ້ອຍ​ເອກ​ກະ​ລາດ​ອ້ອມ​ຂ້າງ​ກອງ​ບັນຊາ​ການ​ທະຫານ​ແຂວງ ​ເຂົ້າ​ຮ່ວມ. ສະຫາຍ ສົມ​ໃຈ ສີ​ສົມ​ພອນ ຄະນະ​ໂຄສະນາ​ອົບຮົມ​ແຂວງ ໄດ້​ເຜີຍແຜ່​ເອກະສານ 4 ບົດ ຄື: ຄວາມ​ເຂົ້າໃຈ​ກ່ຽວ​ກັບ​ການ​ດຳເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ, ຍົກ​ສູງ​ຄວາມ​ສາມາດ​ນຳພາ ແລະ ເປັນ​ແບບຢ່າງ​ໃນ​ການ​ນຳ​ໜ້າ​ຂອງ​ພັກ, ຕັ້ງໜ້າ​ເຝ​ິກຝົນ​ຫຼໍ່​ຫຼອມ​ຄຸນ​ທາດ​ການເມືອງ ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ, ເດັດດ່ຽວ​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໃນ​ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ ແລະ ເອກ​ກະ​ສານ​ຂໍ້​ຫ້າມ​ສຳລັບ​ສະມາຊິກ​ພັກ, ກົດໝາຍ​ການ​ສໍ້​ລາດ​ບັງ​ຫຼວງ, ຂໍ້​ຫ້າມ​ຂອງ​ຜູ້​ແທນ​ສົມບູນ, ການ​ແນະນຳ​ຂຽນ​ບົດ​ສຳ​ຫຼວດ​ບຸກຄົນ​ໃນ​ຄະນະ​ກອງ​ບັນຊາ​ການ. ຈາກ​ນັ້ນ ສະຫາຍ ອ່ອນ​ລຳ​ພັນ ບົວ​ສີ​ແກ້ວ ຄະນະ​ຈັດ​ຕັ້ງ​ແຂວງ​ຂຶ້ນ​ຜ່ານ​ມາດຖານ-ເງື່ອນໄຂ​ຂອງ​ພະນັກງານ​ນຳພາ​ຄຸ້ມ​ຄອງ. ກ່ອນ​ຈະ​ຈັດ​ພິທີ​ປ່ອນ​ບັດ​ທາບ​ທາມ​ເອົາ​ບຸກ​ຄະລາ​ກອນ​ເຂົ້າ​ສະໝັກ​ເລືອກ​ຕັ້ງ ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຮອບ​ທີ 1 ໃນ​ຄັ້ງ​ນີ້, ສະຫາຍ ພູ​ວັງ ເກດ​ແກ້ວ​ພົມ​ພອນ ໄດ້​ແນະນຳ​ບາງ​ບັນຫາ​ຕໍ່​ກອງ​ປະຊຸມ, ພ້ອມ​ເນັ້ນ​ໜັກ​ໃຫ້​ພະນັກງານ​ສະມາຊິກ​ພັກ​ທຸກ​ສະຫາຍ, ຈົ່ງ​ເອົາໃຈໃສ່​ເຊື່ອມ​ຊຶມ, ກຳ​ແໜ້ນ, ບັນດາ​ເອກະສານ​ຕ່າງໆ​ທີ່​ໄດ້​ເຜີຍແຜ່​ໃນ​ຄັ້ງ​ນີ້​ຢ່າງ​ເລິກເຊິ່ງ, ພ້ອມ​ກັນ​ຕີ​ລາຄາ ແລະ​ ປຽບທຽບ​ໃຫ້​ສອດຄ່ອງ​ໃນ​ການ​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ບຸກ​ຄະລາ​ກອນ​ຂອງ​ຕົນ​ໃຫ້​ຖືກຕ້ອງ​ຕາມ​ຫຼັກການ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ວາງ​ອອກ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ. ຈາກ​ນັ້ນ, ກໍ​ໄດ້​ດຳເນີນ​ການ​ປ່ອນ​ບັດ​ທາບ​ທາມ​ເອົາ​ບຸກ​ຄະລາ​ກອນ​ໃນ​ຮອບ​ທີ 1 ໄດ້​ຕາມ​ລະດັບ​ຄາດໝາຍ. ໂດຍ: ຄຳ​ໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ