
ປະກາດບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ I, II, III ທີ່ຂຶ້ນກັບຄະນະພັກຮາກຖານ ກອງພັນ 221
ເວລາອອກຂ່າວ: 2025-04-21 09:38:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 567 | ຄວາມນິຍົມ:
ໃນບໍ່ດົນມານີ້, ກອງພັນ 221 ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກ I, II ,III ທີ່ຂຶ້ນກັບຄະນະພັກຮາກຖານກອງພັນ 221 ໂດຍເປັນປະທານ ຂອງ ສະຫາຍ ພັນໂທ ບຸນເລີດ ຄຳໂພໄຊ ຄະນະພັກກອງພົນ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາ, ມີບັນດາພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ຂັນວິເລດ ມະນີລາດ ຮອງຫົວໜ້າພະແນກຈັດຕັ້ງພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງ ຕັ້ງຄະນະໜ່ວຍພັກ ທີ່ຂຶ້ນກັບຄະ ນະພັກຮາກຖານ ກອງພັນນ້ອຍ 221, ອີງຕາມກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ II, ມາດຕາ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ, ຍົກຍ້າຍ ແລະ ສິ້ນສຸດການເປັນກຳມະການພັກ ຄະນະພັກກອງພົນທີ 1 ຕົກລົງ ອະນຸມັດບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານກອງພັນນ້ອຍ 221 ເຊິ່ງມີລາຍຊື່ດັ່ງນີ້: ສະຫາຍ ພັນຕີ ຄຳແດງ ສຸດາວອນ ເປັນເລຂາໜ່ວຍພັກ I ປ່ຽນແທນ ສະຫາຍ ສົມຈິດ ເລີງໄຊຍະລາດ ທີ່ປ່ຽນມາເປັນເລຂາໜ່ວຍພັກ III, ສະຫາຍ ຮ້ອຍເອກ ພູວິໃສ ວົງສຸດທິຈັກ ເປັນຮອງເລຂາໜ່ວຍພັກ I ປ່ຽນແທນ ສະຫາຍ ຄຳແດງ ສຸດາວອນ ທີ່ຂຶ້ນເປັນເລຂາໜ່ວຍພັກ I, ສະຫາຍ ຮ້ອຍໂທ ໄມທອງ ລິນທິບພະວົງ ເປັນກຳມະການ-ການຄັງໜ່ວຍພັກ I ປ່ຽນແທນ ສະຫາຍ ພັນຕີ ສຸກເຮືອງຄຳ ມົນວົງແສງ ຂຶ້ນເປັນເລຂາໜ່ວຍພັກ II, ສະຫາຍ ພັນຕີ ສຸກເຮືອງຄຳ ມົນວົງແສງ ເປັນຮອງເລຂາໜ່ວຍພັກ II ປ່ຽນແທນສະຫາຍ ຮ້ອຍເອກ ຄຳພອນ ປາລະມີ ທີ່ມາປ່ຽນມາເປັນຮອງເລຂາໜ່ວຍພັກ III, ສະຫາຍ ພັນຕີ ຄຳເມິງ ແກ້ວມະນີສອນ ເປັນກຳມະການ-ການຄັງໜ່ວຍພັກ II ປ່ຽນແທນ ສະຫາຍ ຮ້ອຍເອກ ພູວິໃສ ວົງສຸດທິຈັກ ທີ່ຂຶ້ນມາ ເປັນຮອງເລຂາໜ່ວຍພັກ I, ສະຫາຍ ພັນຕີ ສົມຈິດ ເລີງໄຊຍະລາດ ເປັນເລຂາໜ່ວຍພັກ III ປ່ຽນແທນ ສະຫາຍ ພັນຕີ ສຸລິພົນ ຫານມົນຕີ ທີ່ພັກຜ່ອນປິ່ນປົວຍາວນານ, ສະຫາຍ ຮ້ອຍເອກ ຄຳພອນ ປາລະມີ ເປັນຮອງເລຂາໜ່ວຍພັກ III ປ່ຽນແທນ ສະຫາຍ ພັນໂທ ມີສຸກ ຄຳແພງ ທີ່ຂຶ້ນເປັນກຳມະການ-ກວດກາ ຄະນະພັກ ຮາກຖານ ແລະ ສະຫາຍ ພັນຕີ ບຸນມີໄຊ ໝັ້ນມະນີ ເປັນກຳມະການ-ການຄັງໜ່ວຍພັກ III ປ່ຽນແທນ ສະຫາຍ ພັນຕີ ແສງຈັນ ວົງຄຳອຸ້ຍ ທີ່ພັກຜ່ອນປິ່ນປົວຍາວນານ.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ