ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ປາຖະກະຖາ​ວັນ​ສ້າງຕັ້ງ​ຊາວ​ໜຸ່ມ​ ປະຊາຊົນ ປະຕິວັດ​ລາວ ຄົບຮອບ 70 ປີ
ເວລາອອກຂ່າວ: 2025-04-21 09:40:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 659 | ຄວາມນິຍົມ:



ວັນ​ທີ 9 ເມສາ 2025 ນີ້, ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ໄດ້​ຈັດ​ຕັ້ງ​ປາຖະກະຖາ​ມູນເຊື້ອ​ວັນ​ສ້າງຕັ້ງ​ຊາວ​ໜຸ່ມ ປະຊາຊົນ ປະຕິວັດ​ລາວ ຄົບຮອບ 70 ປີ (14 ເມສາ 1955-14 ເມສາ 2025), ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນ​ເອກ ພິມ ວິຈິດ​ວົງສາ ຮອງ​ຫົວໜ້າ​ຫ້ອງ​ການເມືອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ຕາງໜ້າ​ຫ້ອງການ, ຄະນະ​ພັກ-ຄະນະ​ບັນຊາ, ເລຂາ​ໜ່ວຍ​ຊາວ​ໜຸ່ມ​ກົມ​ກອງ ສະມາຊິກ​ຊາວ​ໜຸ່ມ​ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ພິມ ວິຈິດ​ວົງສາ ໄດ້​ຂຶ້ນ​ປາຖະກະຖາ​ວັນ​ດັ່ງກ່າວ ເຊິ່ງ​ໄດ້​ທົບ​ທວນ​ຫວນ​ຄືນ ແລະ ຍົກ​ໃຫ້​ເຫັນ​ປະຫວັດ​ການ​ກຳເນີດ, ການ​ປັບປຸງ​ກໍ່ສ້າງ​ເຕີບ​ໃຫຍ່​ເຂັ້ມແຂງ ແລະ ບົດບາດ​ວີລະ​ກຳ​ຂອງ​ຊາວ​ໜຸ່ມ​ປະຊາຊົນ ປະຕິວັດ​ລາວ​ໃນ​ພາລະກິດ​ຕໍ່ສູ້​ກູ້​ຊາດ, ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ​ຕະຫຼອດ​ໄລຍະ 70 ປີຜ່ານມາ, ເຊິ່ງ​ຊາວ​ໜຸ່ມ​ລາວ​ແຕ່​ລະ​ຮຸ່ນ​ໄດ້​ປະກອບສ່ວນ​ສຳຄັນເຂົ້າ​ໃນ​ພາ ລະກິດ​ການ​ປະຕິວັດ​ຂອງ​ພັກ​ ໃນ​ການ​ເຕົ້າໂຮມ​ຄວາມ​ສາມັກຄີ, ສຶກ​ສາ​ອົບຮົມ​ຖັນ​ແຖວ​ຊາວ​ໜຸ່ມ-ໄວໜຸ່ມ ປະຕິບັດ​ບົດບາດ​ເປັນ​ກຳລັງ​ນຳ​ໜ້າ​ປະຈັນບານ​ໃນ​ທຸກ​ສະໜາມຮົບ ແລະ ທຸກ​ຂົງເຂດ​ວຽກ​ງານ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ກູ້​ຊາດ​ ເພື່ອ​ຄວາມ​ເປັນ​ເອກະລາດ, ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ປະຊາຊົນ​ລາວ​ບັນດາເຜົ່າ ຫຼັງ​ຈາກ​ປະເທດ​ຊາດ​ໄດ້​ຮັບ​ການປົດ​ ປ່ອຍ​ຢ່າງ​ສົມບູນ​ໃນ​ວັນ​ທີ 2 ທັນວາ 1975 ຖັນ​ແຖວ​ຊາວ​ໜຸ່ມ​ໄດ້​ ເປັນ​ເຈົ້າ​ການ​ປະກອບສ່ວນສອງ ​ໜ້າທີ່​ຍຸດ​ທະ​ສາດ​ຂອງ​ພັກ​ຄື: ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ຍາມ​ໃດ​ຊາວ​ໜຸ່ມ​ກໍ​ເປັນ​ກຳລັງ​ແຮງ​ອັນ​ສຳຄັນ​ຕໍ່​ການ​ພັດທະນາ ແລະ ເປັນ​ກະດູກ​ສັນຫຼັງ​ຂອງ​ປະເທດ​ຊາດ, ເປັນ​ແຂນ​ຂວາ​ຂອງ​ພັກ ທັງ​ເປັນ​ຜູ້ສືບທອດ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ພັກຕໍ່​ປະເທດ​ຊາດ ແລະ ປະຊາຊົນ​ລາວ​ບັນດາເຜົ່າ​ຕະຫຼອດ​ມາ. ທັງ​ນີ້, ກໍ​ເພື່ອ​ເຮັດ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ, ເລຂາ​ໜ່ວຍ​ຊາວ​ໜຸ່ມ, ສະມາຊິກ​ຊາວ​ໜຸ່ມໄດ້ເຊື່ອມຊຶມ, ກຳ​ແໜ້ນ​ຕໍ່​ມູນເຊື້ອ​ຄວາມ​ອົງອາດກ້າແກ່ນ​ຂອງ​ຊາວໜຸ່ມ​ຮຸ່ນ​ກ່ອນ, ເພື່ອ​ນຳ​ມາ​ເປັນແນວທາງ, ເປັນ​ບົດຮຽນ​ເຂົ້າ​ໃນ​ການເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມຈົງຮັກ​ພັກດີ​ຕໍ່​ປະເທດ​ຊາດ ແລະ ກາຍເປັນ​ສະມາຊິກ​ຊາວ​ໜຸ່ມ​ຜູ້ສືບ​ທອດ​ທີ່​ດີ. ໂດຍ: ເຂັມ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ