
ພິທີບາສີສູ່ຂວັນ ແລະ ເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບ ປີໃໝ່ລາວ ຂອງກອງພັນໃຫຍ່ປືນໃຫຍ່ໜ້າດິນ 619
ເວລາອອກຂ່າວ: 2025-04-21 09:44:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 765 | ຄວາມນິຍົມ:
ໃນວັນທີ 9 ເມສາ 2025 ນີ້, ກອງພັນໃຫຍ່ປືນໃຫຍ່ໜ້າດິນ 619 ຈັດພິທີບາສີສູ່ຂວັນອວຍ ພອນຄະນະພັກ-ຄະນະບັນຊາກອງພັນໃຫຍ່ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແສງຟອງ ທິບທິລາດ ຫົວໜ້າການເມືອງກອງພັນໃຫຍ່, ມີ ຄະນະພັກ-ຄະນະບັນຊາກອງພັນໃຫຍ່, ພະແນກການ-ຂະແໜງການ, ກອງພັນນ້ອຍ, ກອງຮ້ອຍເອກະລາດ ແລະ ອຳນາດການປົກຄອງທ້ອງຖິ່ນເຂົ້າຮ່ວມ.
ການບາສີສູ່ຂວັນເນື່ອງໃນໂອກາດປີໃໝ່ລາວນີ້ ແມ່ນຮີດສິບສອງ-ຄອງສິບສີ່, ຮີດຍີ່-ຄອງຈຽງ, ເປັນຮີດຄອງປະເພນີອັນດີງາມຂອງລາວ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ແລະ ເພື່ອເປັນການສືບທອດມູນເຊື້ອທາງດ້ານວັດທະນະທຳ ຮີດຄອງປະເພນີອັນເກົ່າແກ່ຂອງລາວ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ການຈັດຕັ້ງຂັ້ນເທິງຂອງຕົນ ແລະ ອວຍພອນບັນດາຄະນະພັກ-ຄະນະບັນຊາກອງພັນໃຫຍ່ 619 ໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມອຸດົມຮັ່ງມີ, ມີຄວາມສຸກກາຍສະບາຍໃຈ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ; ອີກຢ່າງໜຶ່ງການບາສີສູ່ ຂວັນຍັງເປັນການກະຕຸກຊຸກຍູ້ ໃຫ້ກຳລັງໃຈໃຫ້ນາຍ ແລະ ພົນ ທະຫານ, ເປັນການຮັດແໜ້ນຄວາມສາມັກຄີຮັກແພງ, ໄມຕີຈິດມິດຕະພາບໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ຍັງເປັນການຮັກສາຮີດຄອງປະເພນີອັນດີງາມຂອງລາວ ໃຫ້ຄົງຢູ່ຄຽງຄູ່ກັບຊາດລາວ, ສັງຄົມລາວ ແລະ ຄົນລາວຕະຫຼອດໄປ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໄລຍະດຽວກັນນີ້, ກອງພັນໃຫຍ່ 302 ກອງພົນທີ 3 ຍັງໄດ້ຈັດພິທີບາສີສູຂັວນປີໃໝ່ລາວເຂົ້າຮ່ວມມີ ສະຫາຍ ພັນໂທ ຄຳອ້ວນ ວຽງສະຫວັນ ຫົວໜ້າການເມືອງ, ສະຫາຍ ພັນເອກ ຄຳສອນ ໄຊສົງຄາມ ຫົວໜ້າການທະຫານ, ມີຄະນະພັກ-ຄະນະບັນຊາ, ພະແນກການ, ກົມກອງ, ພ້ອມດ້ວຍພະນັກງານ-ນັກຮົບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ