ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ການ​ນຳພາ​ຂອງ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ ທະຫານ​ແຂວງ​ຫຼວງ​ພະ​ບາງ ໃນ​ໄລຍະ 5 ປີຜ່ານມາ
ເວລາອອກຂ່າວ: 2025-04-21 09:47:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 789 | ຄວາມນິຍົມ:



ສະຫາຍ ພົນ​ຈັດຕະວາ ສີ​ວິ​ໄຊ ເພັງ​ສັນຕິ​ສຸກ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຫຼວງ​ພະ​ບາງ ໃຫ້​ຮູ້​ວ່າ: ການ​ນຳພາ ແລະ ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ​ຂອງ​ຄະນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ​ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ໄດ້​ສຸມ​ໃສ່​ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ ເປັນຕົ້ນ​ແມ່ນ​ການຈັດຕັ້ງ​ຜັນ​ຂະຫຍາຍ 4 ໜ້າ ທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ ກໍ​ຄື​ ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VII ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານແຂວງ​ຫຼວງ​ພະ​ບາງ ໄລຍະ 5 ປີຜ່ານມາ, ອັນ​ພົ້ນ​ເດັ່ນ​ແມ່ນ​ໄດ້​ຈັດ​ຕັ້ງ​ຫັນ​ເອົາ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ຕາມ 4 ເນື້ອ​ໃນ 4 ຄາດໝາຍ ຕິດ​ພັນ​ກັບ​ການ​ພັດ ທະນາ​ຊົນນະບົດ​ຮອບດ້ານ ຕາມ​ເຂດ​ຈຸດ​ສຸມ​ຍຸດ​ທະ​ສາດ​ຂອງ​ແຂວງ ແລະ ເຂດ​ຊາຍ​ແດນ​ລາວ-ຫວຽດນາມ ສາມາດສ້າງ​ ບ້ານ ແລະ ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ໄດ້ 55 ກຸ່ມບ້ານ, ມີ 313 ບ້ານ 33.149 ຄອບ ຄົວ. ໄດ້​ສົມທົບ​ກຳລັງ​ ປກສ ແລະ ອົງການ​ປົກຄອງ​ທ້ອງຖິ່ນ ຊ່ວຍເຫຼືອ​ປ້ອງ​ກັນ​ຕ້ານ​ພະຍາດ​ໂຄ​ວິດ-19, ຊ່ວຍ​ປະຊາຊົນ​ທີ່​ຖືກ​ຜົນ​ກະທົບ​ຈາກ​ໄພ​ນໍ້າ​ຖ້ວມ​ໄດ້ 25 ບ້ານ, ຈັດ​ຕັ້ງ​ປ້ອງ​ກັນ​ເວນຍາມ​ບັນດາ​ໂຄງການ, ເສັ້ນທາງ​ລົດໄຟ​ ລາວ-ຈີນ, ສະໜາມ​ບິນ​ສາກົນ ແລະ ເສັ້ນທາງ​ຍຸດ​ທະ​ສາດ, ປ້ອງ​ກັນ​ກອງ​ປະຊຸມ​ຂັ້ນ​ຕ່າງໆ​ທີ່​ຈັດ​ຢູ່​ແຂວງ​ຫຼວງ​ພະ​ບາງ ມີ​ຄວາມ​ສະຫງົບ​ປອດ​ໄພ 100%. ວຽກ​ງານ​ການ​ປັບປຸງ​ກໍ່ສ້າງ​ກຳລັງ ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ດ້ວຍ​ການ​ນຳ​ເອົາ​ມະຕິ, ຄຳ​ສັ່ງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ລະ ບຽບ​ວິໄນ​ຂອງ​ກອງທັບ ລວມ​ທັງ​ປະຫວັດ​ມູນເຊື້ອ​ສຳຄັນ​ຕ່າງໆ ມາ​ເປັນ​ເນື້ອ​ໃນ​ຈັດ​ຕັ້ງ​ເຜີຍ​ແຜ່​ອັນ​ເປັນຕົ້ນ​ຕໍ​ ເຮັດ​ໃຫ້​ພະນັກງານ ​ສະມາຊິກ​ພັກ-ນັກຮົບ ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ການຈັດຕັ້ງ​ພັກ-ລັດ ແລະ ປະຊາຊົນ, ມີ​ຄວາມ​ຫ້າວຫັນ​ເຮັດ​ສຳເລັດ​ໜ້າ ທີ່​ການເມືອງ​ຂອງ​ຕົນ. ໄປ​ພ້ອມ​ກັນ​ນີ້, ຍັງ​ໄດ້​ຈັດ​ຕັ້ງ​ນຳພາ-ຊີ້​ນຳ​ສ້າງ​ຂະ​ບວນ​ການ​ດ້ານ​ຕ່າງໆ ຕິດ​ພັນ​ກັບ​ຂະ​ບວນ​ການ​ຮັກ​ຊາດ-ພັດທະນາ, ໂຄສະນາຂ່າວສານ​ຢ່າງ​ເລິກເຊິ່ງ​ກວ້າງຂວາງ, ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ, ສະແດງ​ສິລະ​ປະ-ວັນ​​ະ​ຄະດີ ຮັບ​ໃຊ້​ຢູ່​ບັນ ດາ​ກົມ​ກອງ ແລະ ປະຊາຊົນ​ບັນດາເຜົ່າ​ດ້ວຍ​ບັນຍາກາດ​ຟົດຟື້ນ​ມ່ວນຊື່ນ. ປັດຈຸບັນ​ອົງຄະ​ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ​ມີ 9 ຄະນະ​ພັກ​ຮາກ​ຖານ ມີ 54 ໜ່ວຍ​ພັກ ທຽບໃສ່ ປີ 2020 ໜ່ວຍ​ພັກ​ເພີ່ມ​ຂຶ້ນ 2 ໜ່ວຍ​ເທົ່າ​ກັບ 2,7%; ມີ​ສະມາຊິກ​ພັກ​ທັງ​ໝົດ 1.404 ສະຫາຍ ຍິງ 201 ສະຫາຍ, ຂະຫຍາຍ​ສະມາຊິກ​ພັກ​ໃໝ່​ໄດ້ 122 ສະຫາຍ, ທຽບໃສ່​ປີ 2020 ເພີ່ມ​ຂຶ້ນ 8,6%. ມີ​ໜ່ວຍ​ພັກ​ແຂງ 48 ໜ່ວຍ, ກວມ 88,8%, ກາງ 6 ໜ່ວຍ, ມີ​ສະ ມາຊິກ​ພັກ​ແຂງ 1.364 ສະຫາຍ ຍິງ 198 ສະຫາຍ, ກວມ​ເອົາ 97,5%, ແຕ່ງຕັ້ງ​ບົ່ງ​ຕົວ​ເລຂາ, ຮອງ​ເລຂາ​ຄະນະ​ພັກ​ຈຳນວນ 140 ສະຫາຍ. ວຽກ​ງານ​ກໍ່ສ້າງ​ພະນັກງານ​ໄດ້​ເອົາໃຈໃສ່​ວຽກ​ງານ​ຄຸ້ມ​ຄອງ ແລະ ຂຶ້ນ​ແຜນ​ກຳນົດ ກໍ່ສ້າງ​ພະນັກງານ​ສືບ​ທອດ​ທີ່​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ຄຸນສົມບັດ​ສິນ​ທຳ​ປະ ຕິວັດ, ມີ​ຄວາມ​ຮູ້​ຄວາມ​ສາມາດ ຮັບປະກັນ​ລັກສະນະ​ສືບ​ທອດ​ປ່ຽນ​ແທນຢ່າງ​ຕໍ່​ເນື່ອງ​ ສ້າງ​ໄດ້​ພະນັກງານ 3 ຮຸ່ນ; ວຽກ​ງານ​ປ້ອງ​ກັນ​ພາຍ​ໃນ ໄດ້​ເອົາໃຈໃສ່​ຊີ້​ນຳ​ການ​ສ້າງ​ກອງ​ປອດ​ໃສ ປອດ​ໄພ ປອດ​ຄະດີ ໃນ​ນັ້ນ​ໄດ້​ຮັບຮອງ​ຈາກ​ຄະນະ​ພັກ​ຂັ້ນ​ເທິງ​ເປັນ​ກອງ​ປອດ​ໃສ ປອດ​ໄພ ປອດ​ຄະດີ ປະເພດ I ມີ 33 ກົມ​ກອງ ປະເພດ II ມີ 4 ກົມ​ກອງ, ຕີ​ລາຄາ​ແບ່ງ​ປະເພດ​ຄຸນ​ນະ​ພາບ ການເມືອງ​ພາຍ​ໃນ ປະເພດ I ກວມ​ເອົາ 91,66%, ປະເພດ II ກວມ​ເອົາ 11,11%. ພ້ອມ​ກັນ​ນີ້, ຍັງ​ໄດ້​ຄົ້ນຄວ້າ​ປະຕິບັດ​ນະໂຍບາຍ​ໃຫ້​ພະນັກງານ​ສ້າງ​ຄອບຄົວ​ໃໝ່, ເຈັບເປັນ, ເສຍ​ອົງຄະ, ເສຍ​ຊີ ວິດຖືກຕ້ອງ​ສອດຄ່ອງ​ຕາມ​ແນວ ທາງ​ນະໂຍບາຍ​ຂອງ​ພັກ-ລັດ ແລະ ກອງທັບ, ເຊິ່ງ​ຜ່ານ​ມາ​ພະນັກງານ-ນັກຮົບ ໄດ້​ຮັບ​ການ​ຍ້ອງຍໍ​ປະເພດ​ຫຼຽນ​ໄຊ​ປະເພດ​ຕ່າງໆ 802 ໜ່ວຍ, ຫຼຽນ​ກາ 709 ໜ່ວຍ, ໃບ​ຍ້ອງຍໍ​ປະເພດ​ຕ່າງໆ 2.064 ໃບ. ວຽກ​ງານ​ຮັບປະກັນ​ພະລາທິການ-ເຕັກນິກ ສາມາດ​ຮັບປະກັນ​ດ້ານ​ເຂົ້າ​ກິນ, ເຄື່ອງນຸ່ງ​ຫົ່ມ ຮັບປະກັນ​ການ​ຄຸ້ມ​ຄອງ​ລ້ຽງ​ດູ​ກຳລັງ, ຄຸ້ມ​ຄອງ​ງົບປະມານ​ລາຍ​ຮັບ-ລາຍ​ຈ່າຍ ນອກຈາກ​ນີ້​ຍັງ​ໄດ້​ນຳພາ-ຊີ້​ນຳ​ປັບປຸງ​ສະຖານທີ່​ຄ້າຍ​ຄູ ທີ່ຢູ່​ອາ​ໄສ​ເຂົ້າ​ສູ່​ລະບົບ​ທີ່​ແໜ້ນໜາ​ຖາວອນ​ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ ສົມທົບ​ທຶນ​ຈາກ​ຂັ້ນ​ເທິງ, ການ​ຊ່ວຍເຫຼືອ​ຈາກ​ພາກສ່ວນ​ທຸລະ​ກິດ​ຜູ້​ປະກອບ​ການ ແລະ ອົງການ​ປົກຄອງ​ທ້ອງຖິ່ນສາ ມາດ​ກໍ່ສ້າງ​ລະບົບ​ຄ້າຍ​ຄູ, ຫ້ອງການ ສາງ​ຄັງ​ຕ່າງໆ ໄດ້​ທັງ​ໝົດ 13 ໂຄງການ ລວມ​ມູນຄ່າ​ ການ​ກໍ່ສ້າງ​ເປັນ​ເງິນ​ທັງ​ໝົດ 32.537.479.000 ກີບ, ພ້ອມ​ນີ້​ຍັງ​ໄດ້​ຊີ້​ນຳ​ຊຸກຍູ້​ກົມ​ກອງ​ຈັດ​ຕັ້ງ​ປະຕິບັດ​ຕາມ​ທິດ​ນຳ 4 ປູກ, 4 ລ້ຽງ ທີ່​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ສາມາດ​ຕອບ​ສະໜອງ​ພືດ​ຜັກ​ເຂົ້າ​ເຮືອນຄົວ​ລວມ 85%, ສະໜອງ​ຊີ້ນ-ປາ​ໄດ້ 50% ແລະ ສາມາດ​ສ້າງ​ແຫຼ່ງ​ລາຍຮັບຈາກ​ການ​ປູກຝັງ-ລ້ຽງສັດ ແລະ ​ບໍລິການ​ຕ່າງໆ​ລວມ​ທັງ​ໝົດ 39.907.726.000 ກີບ, ໂດຍ​ທຶນ​ດັ່ງກ່າວ​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ບໍລິຫານ, ຊື້​ພາຫະນະ ແລະ ປັບປຸງ​ກໍ່ສ້າງ​ກົມ​ກອງ. ວຽກ​ງານ​ຮັບປະກັນ​ພາຫະນະ-ເຕັກນິກ​ກຽມພ້ອມ​ສູ້​ຮົບ, ອົບຮົມ-ຫັດ​ແອບ, ບໍລິຫານ ແລະ ກອບ​ກູ້​ໄພພິບັດໄດ້​ມີ​ການ​ຄຸ້ມ​ຄອງ​ຕາມ​ລະບອບ​ເຕັກນິກທີ່​ກົມ​ໃຫຍ່​ເຕັກນິກ​ກອງທັບ​ວາງ​ອອກ ຢ່າງ​ຮັດກຸມ ບໍ່​ວ່າ​ຈະ​ເປັນ​ອາວຸດ​ກະ​ສູນ. ພາຫະນະ​ເຕັກນິກ​ຕ່າງໆ​ມີ​ການຈັດຕັ້ງ​ບົວລະບັດ, ຜັດ​ເຊັດປົກ​ປັກ​ຮັກສາ​ບໍ່​ໃຫ້​ເປ​ເພ​ເສຍ​ຫາຍ​ໂດຍ​ບໍ່​ມີ​ເຫດຜົນ, ຮັບປະກັນ​ໃນ​ການ​ເບີກ​ຈ່າຍ​ຖືກຕ້ອງ​ຕາມ​ຫຼັກການ ແລະ ມີ​ສຳຮອງ​ວັດຖຸ, ພາຫະນະ​ເຄື່ອນ​ທີ່​ໄວ, ສາມາດ​ຮັບປະກັນ​ໃຫ້​ແກ່​ການເຄື່ອນໄຫວ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ​ໄດ້​ເປັນ​ຢ່າງ​ດີ ແລະ ວຽກ​ງານ​ພົວພັນ​ຮ່ວມ​ມື​ການ​ຕ່າງປະເທດ ໄດ້​ຈັດ​ຕັ້ງ​ປະຕິບັດ​ແນວທາງ​ການ​ຕ່າງປະເທດ​ຂອງ​ ພັກ ໂດຍ​ສະເພາະ​ແມ່ນ​ກອງທັບ ​ປະເທດ​ເພື່ອນ​ມິດ​ຍຸດ​ທະສາດ ​ສສ ຫວຽດນາມ ແລະ ​ສປ ຈີນ ໄດ້​ຈັດ​ກອງ​ປະຊຸມ​ພົບ​ປະ​ແລກປ່ຽນ​ສະພາບ​ປະຈຳ​ປີ, ເຄື່ອນ​ໄຫວ​ລາດຕະເວນ​ຮ່ວມ​ສອງ​ຝ່າຍ ແລະ ສາມາດ​ສະກັດ​ກັ້ນ​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ລຽບ​ຕາມ​ຊາຍ​ແດນ, ພ້ອມ​ນັ້ນ​ຍັງ​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ກອງທັບ​ປະຊາຊົນ​ຫວຽດນາມ, ຈີນ, ໄທ, ກຳປູເຈຍ ແລະ ສ ລັດເຊຍ ທີ່​ມາ ​ເຄື່ອນ​ໄຫວ​ພົບ​ປະຢ້ຽມຢາມ ແລະ ທ່ອງ​ທ່ຽວ ຢູ່​ແຂວງ​ຫຼວງ​ພະ​ບາງ ຕື່ມ​ອີກ. ໂດຍ: ສົມ​ພອນ ສຸວັນ​ທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ