
ກອງບັນຊາການທະຫານແຂວງຫຼວງພະບາງ ຈັດພິທີບາສີສູ່ຂວັນ ສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພສ 2568
ເວລາອອກຂ່າວ: 2025-04-21 09:59:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1024 | ຄວາມນິຍົມ:
ວັນທີ 18 ເມສາ 2025 ນີ້, ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດພິທີບາສີສູ່ຂວັນສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝ່ລາວ ພສ 2568 ໂດຍມີ ສະຫາຍ ພົນຈັດຕະວາ ວິລ່ຽມ ວົງທິສານ ຫົວໜ້າການທະຫານ, ສະຫາຍ ພົນຈັດຕະວາ ສິວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ, ມີຄະນະພັກ-ຄະນະບັນຊາ ອົງການ 6 ຫ້ອງ, ພັນລະຍາຄະນະນໍາກອງບັນຊາການ, ພະນັກງານປະຕິວັດອາວຸໂສບໍານານ, ແຂກຖືກເຊີນ ຈາກອົງການ, ກົມກອງ, ພະແນກການອ້ອມຂ້າງແຂວງ ແລະ ນັກທຸລະກິດ ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ.
ພາຍຫຼັງສໍາເລັດການບາສີສູ່ຂວັນ ອວຍພອນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ, ສະຫາຍ ພົນຈັດຕະວາ ສີວິໄຊ ເພັງສັນຕິສຸກ ໄດ້ມີຄໍາເຫັນວ່າ: ການຈັດພິທີບາສີສູ່ຂວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວຄັ້ງນີ້ ແມ່ນປະຕິບັດຕາມຮີດ 12 ຄອງ 14 ປະເພນີລາວ ທີ່ເຄີຍສືບທອດປະຕິບັດກັນມາແຕ່ບູຮານນະການ, ເປັນການພົບປະ ຮັດແໜ້ນຄວາມສາມັກຄີ ໄມຕິຈິດມິດຕະພາບ ລະຫວ່າງ ຄະນະພັກແຕ່ລະຂັ້ນ ແລະ ພະນັກງານ-ນັກຮົບໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໂອກາດນີ້, ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງພະນັກງານ-ນັກຮົບທຸກສະຫາຍ ທີ່ໄດ້ອວຍພອນໄຊອັນປະເສີດໃຫ້ຄະນະພັກ-ຄະນະບັນຊາ ແລະ ຂໍຢ້ອນສົ່ງພອນເຫຼົ່ານັ້ນກັບຄືນໃຫ້ທຸກສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກກາຍສະບາຍໃຈ, ມີຜົນສໍາເລັດໃນໜ້າທີ່ການງານ ແລະ ພ້ອມກັນສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການພັດທະນາກົມກອງໃຫ້ມີຄວາມເຂັ້ມແຂງໜັກແໜ້ນຮອບດ້ານ, ປີ ພສ 2568 ນີ້ ຂໍໃຫ້ມີຜົນງານອັນໃໝ່ຍິ່ງໃຫຍ່ກວ່າເກົ່າ ແລະ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງ ພັກ-ລັດ ມອບໝາຍໃຫ້.
ຈາກນັ້ນ, ຫຼາຍພາກສ່ວນໄດ້ຜັດປ່ຽນກັນມອບກະຕ່າຂອງຂວັນອວຍພອນຄະນະພັກ-ຄະນະບັນຊາພ້ອມທັງ ຫົດສົງນໍ້າ ອວຍພອນເຊິ່ງກັນ ແລະ ກັນ ດ້ວຍບັນຍາກາດເບີກບານມ່ວນຊື່ນ.
ໂດຍ: ສົມພອນ ສຸວັນທອນ
ພາບໂດຍ: ທອງລິດ ແກ້ວທຸມມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ