
ເຊັນສັນຍາ ຈັດຊື້-ຈັດຈ້າງ ເຄື່ອງອຸປະໂພກ-ບໍລິໂພກ ປະຈໍາປີ 2025
ເວລາອອກຂ່າວ: 2025-04-21 11:21:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1037 | ຄວາມນິຍົມ:
ວັນທີ 11 ເມສາ 2025 ນີ້, ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີເຊັນສັນຍາ ຈັດຊື້-ຈັດຈ້າງ ເຄື່ອງອຸປະໂພກ-ບໍລິໂພກ ຂອງກອງທັບ ປະຈໍາປີ 2025 ກັບ ບັນດາບໍລິສັດ ແລະ ໂຮງງານ ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພົນຈັດຕະວາ ສອນໄຊ ວົງພະຈັນ ຫົວໜ້າກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ, ມີຄະນະກົມ, ຄະນະຈັດຊື້, ຈັດຈ້າງ ຂອງກົມໃຫຍ່ພະລາທິການກອງທັບ, ບັນດາບໍລິສັດ, ໂຮງງານ ແລະ ພະນັກງານ, ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ອີງຕາມ ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍແຜນອະນຸມັດບັນດາລາຍຈ່າຍງົບປະມານລວມ ປະຈໍາປີ 2025 ເພື່ອຈັດຕັ້ງຜັນຂະຫຍາຍງົບປະມານດັ່ງກ່າວໃຫ້ແທດເໝາະ, ທັນກັບເວລາ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານຂອງກອງທັບ ແລະ ເພື່ອເຮັດໃຫ້ສັນຍາ ຈັດຊື້-ຈັດຈ້າງ ມອບເໝົາຜະລິດເຄື່ອງນຸ່ງຫົ່ມ ແລະ ເຄື່ອງຮັບໃຊ້ເຮືອນຄົວ ໃຫ້ກະຊວງປ້ອງກັນປະເທດ ປະຈຳປີ 2025 ລະຫວ່າງ ກົມອຸປະໂພກ-ບໍລິໂພກກົມໃຫຍ່ພະລາທິການກອງທັບ (ຝ່າຍຊື້) ກັບ ບໍລິສັດ ແລະ ໂຮງງານ (ຝ່າຍຂາຍ) ຕາມເນື້ອໃນສັນຍາທີ່ ເຊິ່ງທັງສອງຝ່າຍໄດ້ຕົກລົງເປັນເອກະພາບກັນໂດຍມີເງື່ອນໄຂ ແລະ ຂໍ້ກໍານົດ ວ່າດ້ວຍການຜະລິດຕະພັນ, ຈໍານວນຕັດຫຍິບ ແລະ ມູນຄ່າ, ກໍານົດຂັ້ນຕອນການຜະລິດ, ການຫຸ້ມຫໍ່, ການຂົນສົ່ງ, ການມອບ-ຮັບ, ການສໍາເງິນຊື້ວັດຖຸສໍາຮອງ ແລະ ເງື່ອນໄຂອື່ນໆ ທີ່ຖືກຕ້ອງຕາມລະບຽບຫຼັກການທີ່ລະບຸໄວ້ໃນສັນຍາ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ສອນໄຊ ວົງພະຈັນ ໄດ້ລົງນາມ ສັນຍາຮ່ວມ ກັບ ບໍລິສັດ ແລະ ໂຮງງານ ຢ່າງເປັນທາງການ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ເນັ້ນໜັກໃຫ້ທັງສອງຝ່າຍ ຈົ່ງເອົາໃຈໃສ່ເປັນເຈົ້າການຍົກສູງຄວາມຮັບຜິດຊອບເຂົ້າໃນໜ້າທີ່ວຽກງານວິຊາສະເພາະຢ່າງເຂັ້ມງວດ ໂດຍສະເພາະດ້ານວິຊາການ ຈົ່ງເອົາໃຈໃສ່ຕິດຕາມ, ກວດກາ, ການຮັບເຄື່ອງເຂົ້າສາງ ແລະ ເບີກຈ່າຍທຸກຄັ້ງ ຕ້ອງໄດ້ປະສານສົບກັບຂັ້ນເທິງຢ່າງເປັນປົກກະຕິ, ເຮັດໃຫ້ສັນຍາຈັດຊື້-ຈັດຈ້າງມອບເໝົາຜະລິດເຄື່ອງນຸ່ງຫົ່ມ ແລະ ເຄື່ອງຮັບໃຊ້ເຮືອນຄົວຂອງກອງທັບ ຖືກຕ້ອງຕາມລະບຽບກົດໝາຍ ແລະ ຕາມສັນຍາທີ່ລະບຸໄວ້ແຕ່ລະມາດຕາຢ່າງເຂັ້ມງວດ, ທັນເວລາ, ຄົບຖ້ວນດ້ານຈໍານວນ ແລະ ມີຄຸນນະພາບທີ່ດີ.
ໂດຍ: ຄໍາປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ