
ຄົ້ນຄວ້າ, ຄັດເລືອກເອົານາຍ ແລະ ພົນທະຫານ ໄປເຝິກອົບຮົມວິຊາຄູ ເພື່ອໄປຊ່ວຍສອນຢູ່ເຂດຫາງໄກສອກຫຼີກ ແລະ ເກັບກຳຂໍ້ມູນໂຮງຮຽນທີ່ຂາດແຄນຄູສອນ
ເວລາອອກຂ່າວ: 2025-04-24 09:42:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 687 | ຄວາມນິຍົມ:
ໃນວັນທີ 22 ເມສາ 2025 ນີ້, ຄະນະຮັບຜິດຊອບເກັບກຳຂໍ້ມູນໂຮງຮຽນທີ່ຂາດແຄນຄູສອນ, ຄົ້ນຄວ້າ, ຄັດເລືອກເອົານາຍ ແລະ ພົນທະຫານ ໄປເຝິກອົບຮົມວິຊາຄູ ເພື່ອໄປຊ່ວຍສອນ ຊັ້ນປະຖົມສຶກສາ ແລະ ເຂດຫາງໄກສອກຫຼີກ ແລະ ເກັບກຳສະຖິຕິ ຄູສອນອາສາສະໝັກ ເຂົ້າເປັນທະຫານ ນຳໂດຍ ສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວເຮັດວຽກ ແລະ ເກັບກຳຂໍ້ມູນຢູ່ແຂວງຜົ້ງສາລີ, ມີຄະນະຮັບຜິດຊອບ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ,
ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຜົົ້ງສາລີ, ກອງບັນຊາການທະຫານເມືອງ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ກອງປະຕິບັດງານກໍ່ສ້າງຮາກຖານ, ເຂດຈຸດສຸມ, ກອງຮ້ອຍທະຫານຊາຍແດນ ເຂົ້າຮ່ວມໃນການສະໜອງຂໍ້ມູນ.
ໃນກອງປະຊຸມ ສະຫາຍ ພັນເອກ ວັນໄຊ ຄຳພາວົງ ໄດ້ສະເໜີຈຸດປະສົງ ຂອງການເຄື່ອນໄຫວເກັບກຳຂໍ້ມູນໃນຄັ້ງນີ້ ແລະ ໄດ້ຮັບຟັງການລາຍງານສະພາບການຂາດແຄນຄູສອນ ແລະ ຄວາມຕ້ອງການຄູສອນ, ຂໍ້ສະດວກ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງຮີບຮ້ອນແກ້ໄຂຈາກພາກສ່ວນຕ່າງໆ ໂດຍສະເພາະແມ່ນ
ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ບັນດາກອງຮ້ອຍທະຫານຊາຍແດນ. ຈາກນັ້ນ, ໄດ້ພ້ອມກັນຄົ້ນຄວ້າກ່ຽວກັບມາດຖານເງື່ອນໄຂທີ່ຈະຄັດເລືອກເອົານາຍ ແລະ ພົນທະຫານ ໄປເຝິກອົບຮົມວິຊາຄູ ເພື່ອໄປຊ່ວຍສອນ ຊັ້ນປະຖົມສຶກສາ ແລະ ເຂດຫາງໄກສອກຫຼີກ ຊຸດທີ II, ຄົ້ນຄວ້າປຶກສາຫາລືກ່ຽວກັບການຈັດຕັ້ງ, ການເຝິກອົບຮົມວິຊາຄູ ແລະ ວຽກງານປີ່ນອອ້ມອື່ນໆ ອີກຈຳນວນໜຶ່ງ.
ກ່ອນໜ້ານີ້, ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ສຳເລັດການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ພະນັກງານ-ນັກຮົບ ໄປຊ່ວຍສອນຢູ່ເຂດຫາງໄກສອກຫຼີກຊຸດທີ I ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ. ສຳລັບນາຍ ແລະ ພົນທະຫານຜູ້ທີ່ຖືກຄັດເລືອກ ແລະ ສັບຊ້ອນໄປຊ່ວຍສອນ ແມ່ນຈະໄດ້ຮັບເງິນເພີ່ມ 70% ຂອງເງິນເດືອນພຶ້ນຖານ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ