
ທະຫານແຂວງຄຳມ່ວນ ເປີດຊຸດອົບຮົມ-ຫັດແອບທະຫານໃໝ່ ຊຸດທີ XIV ປະຈຳປີ 2024
ເວລາອອກຂ່າວ: 2025-04-25 09:00:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 781 | ຄວາມນິຍົມ:
ວັນທີ 22 ເມສາ 2025 ນີ້, ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດອົບຮົມ-ຫັດແອບ ໃຫ້ທະຫານໃໝ່ຊຸດທີ XIV ປະຈຳປີ 2024 ທີ່ສະໂມສອນຂອງໂຮງຮຽນການທະຫານທ້ອງຖິ່ນ ແຂວງຄຳມ່ວນ, ໂດຍການເປັນປະທານຂອງ ສະ ຫາຍ ພັນເອກ ສົມພານ ເມືອງຈັນ ຄະນະພັກກອງບັນຊາການ ຫົວ ໜ້າຫ້ອງເສນາທິການກອງບັນ ຊາການທະຫານແຂວງຄຳມ່ວນ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ພະ ແນກການທີ່ກ່ຽວຂ້ອງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາໂຮງຮຽນ, ຕະຫຼອດຮອດພະນັກ ງານ, ຄູ-ອາຈານ ແລະ ທະຫານໃໝ່ ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມພັນ ບຸນໂຈມເຮືອງສີ ຮອງພະແນກກຳລັງພົນ ກອງບັນຊາການທະຫານແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຄຳມ່ວນ ວ່າດ້ວຍການເອົາທະ ຫານໃໝ່ ປະຈຳປີ 2024 ເຂົ້າສູນເຝິກອົບຮົມ ໃນໄລຍະ 3 ເດືອນ ຢູ່ໂຮງຮຽນການທະຫານທ້ອງຖິ່ນແຂວງຄຳມ່ວນ ເຊິ່ງເລີ່ມແຕ່ວັນທີ 1 ມີນາ 2025 ຫາວັນທີ 1 ມິຖຸນາ 2025 ມີຈຳນວນພົນທັງໝົດ 56 ສະຫາຍ, ຍິງ 17 ສະຫາຍ, ຈາກນັ້ນ ສະຫາຍ ພັນໂທ ວັນທະວີ ຈະເລີນສຸກ ຫົວໜ້າພະແນກອົບຮົມ ກອງບັນຊາການທະຫານແຂວງ ກໍໄດ້ຜ່ານແຜ່ນການອົບຮົມ-ຫັດແອບ ທະຫານໃໝ່ໃນຄັ້ງນີ້ ເຊິ່ງປະກອບມີ 3 ພາກ ຄື:
ພາກການເມືອງ, ພາກການທະ ຫານ ແລະ ພາກພະລາທິການ ເຕັກນິກ ຈຸດປະສົງເພື່ອແນໃສ່ ເຮັດໃຫ້ພົນທະຫານໃໝ່ ໄດ້ສຶກສາຄົ້ນຄວ້າ, ຮ່ຳຮຽນຍົກລະດັບຄວາມຮູ້ຄວາມສາມາດ ດ້ານສີລະປະຍຸດ, ຍຸດທະວິທີ, ຂໍ້ກຳນົດ, ກົດລະບຽບ 7 ລະບອບ 18 ວຽກ ຂອງກອງທັບ ແລະ ກຳແໜ້ນລະບຽບແບບແຜນ ການນຳໃຊ້ອາວຸດ-ຍຸດໂທປະກອນການທະຫານຢ່າງມີໄຫວພິກ ແລະ ມີຄວາມຄ່ອງແຄ້ວຊຳນິຊຳນານ ທັງເປັນ ການເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີແນວຄິດຫຼັກໝັ້ນ, ຄຸນ ທາດການເມືອງໜັກແໜ້ນ, ມີຄຸນ ສົມບັດສິນທຳປະຕິວັດ ຕັ້ງໜ້າປະຕິບັດລະບຽບແບບແຜນຂອງກອງທັບໃຫ້ເຂັ້ມງວດ, ໄລຍະການອົບຮົມຈະໄດ້ດຳເນີນໄປເປັນເວລາ 90 ວັນຈິ່ງຈະສຳເລັດ.
ໃນຕອນທ້າຍພິທີ ສະຫາຍ ພັນເອກ ສົມພານ ເມືອງຈັນ ກໍໄດ້ມີຄຳເຫັນໂອ້ລົມ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ທຸກພາກສ່ວນຈົ່ງເອົາໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນການອົບຮົມ-ຫັດແອບ ທະ ຫານໃໝ່ໃນຄັ້ງນີ້ດ້ວຍຄວາມຮັບຜິດຊອບສູງ, ຄູ-ອາຈານຮັບປະກັນທາງດ້ານເນື້ອໃນບົດຮຽນຕ່າງໆ, ສຳລັບທະຫານໃໝ່ແຕ່ລະສະຫາຍຕ້ອງໄດ້ອົດທົນຜ່ານຜ່າຄວາມຫຍຸ້ງຍາກທຸກປະການ ພ້ອມກັນຍົກສູງ ຄວາມສາມັກຄີພາຍໃນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດລະບຽບຕ່າງໆ ໂດຍສະເພາະແມ່ນ 7 ລະບອບ 18 ວຽກຂອງກອງທັບວາງອອກໃຫ້ເຂັ້ມງວດ ເພື່ອຮັບປະກັນໃຫ້ແກ່ການອົບ ຮົມ-ຫັດແອບໃນຄັ້ງນີ້ສຳເລັດຕາມແຜນການທີ່ວາງໄວ້ຢ່າງມີປະສິດທິຜົນສູງ.
ໂດຍ: ເກດມະນີ ສຸວັນນະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ