ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ພຶດສະພາ 2025

  

ກະຊວງ​ປ້ອງ​ກັນ​ປະເທດ ແລະ ກະຊວງ​ສຶກ​ສາ ແລະ ກິລາ ​ສືບຕໍ່ແກ້​ໄຂ, ເກັບ​ກຳ​ຂໍ້ມູນ, ສະຖິຕິ ໂຮງຮຽນ​ທີ່ຂາດແຄນ​ຄູ​ສອນ
ເວລາອອກຂ່າວ: 2025-04-25 09:05:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 750 | ຄວາມນິຍົມ:



ໃນ​ວັນ​ທີ 24 ເມສາ 2025 ນີ້, ຄະນະ​ຮັບຜິດຊອບ​ເກັບ​ຂໍ້​ມູນ​ໂຮງຮຽນ​ທີ່​ຂາດແຄນ​ຄູ​ສອນ, ຄົ້ນຄວ້າ ຄັດ​ເລືອກ​ເອົາ​ນາຍ ແລະ ພົນທະຫານ ໄປ​ເຝິກອົບຮົມ​ວິຊາ​ຄູ ເພື່ອ​ໄປ​ຊ່ວຍ​ສອນ ຊັ້ນ​ປະຖົມ​ສຶກ​ສາ ແລະ ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ເກັບ​ກຳ​ສະຖິຕິ ຄູ​ສອນ​ອາສາ​ສະໝັກ ເຂົ້າ​ເປັນ​ທະຫານ ນຳ​ໂດຍ ສະຫາຍ ພັນ​ເອກ ວັນ​ໄຊ ຄຳ​ພາ​ວົງ ຫົວໜ້າ​ຫ້ອງການ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ເຄື່ອນ​ໄຫວ​ເຮັດ​ວຽກ ແລະ ເກັບ​ກຳ​ຂໍ້​ມູນ​ຢູ່​ແຂວງ​ຫຼວງ​ນ້ຳ​ທາ ແລະ ແຂວງ​ອຸດົມ​ໄຊ, ມີ​ຄະນະ​ຮັບຜິດຊອບ ຈາກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ, ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ, ແຂວງ​ອຸດົມ​ໄຊ, ຄະນະ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ​ແຂວງ, ຄະນະ​ອຳນວຍ​ການ​ວິທະຍາໄລ​ຄູ​ຫຼວງ​ນ້ຳ​ທາ, ຄະນະ​ຫ້ອງການ​ສຶກ​ສາ​ທິ​ການ ແລະ ກິລາ​ເມືອງ, ກອງຮ້ອຍ​ທະຫານ​ຊາຍ​ແດນ ເຂົ້າ​ຮ່ວມ​ໃນ​ການ​ສະໜອງ​ຂໍ້​ມູນ. ໃນ​ກອງ​ປະຊຸມ ສະຫາຍ ພັນ​ເອກ ວັນ​ໄຊ ຄຳ​ພາ​ວົງ ໄດ້​ສະເໜີ​ຈຸດ ປະສົງ ຂອງ​ການເຄື່ອນໄຫວ​ເກັບ​ກຳ​ຂໍ້​ມູນ​ໃນ​ຄັ້ງ​ນີ້ ໂດຍ​ປະຕິບັດ​ຕາມ​ມະຕິ​ຕົກລົງ ເລກ​ທີ 09 ຂອງ​ລັດຖະບານ ວ່າ​ດ້ວຍ​ການ​ນະໂຍບາຍ ແລະ ມາດ​ຕະການ​ແກ້​ໄຂ​ການ​ຂາດແຄນ​ຄູ​ສອນ, ການ​ປະລະ​ການ​ຮຽນ ແລະ ການ​ສົ່ງເສີມ​ເຂົ້າ​ຮຽນ​ວິຊາ​ຊີບ ແລະ ທິດ​ຊີ້​ນຳ ຂອງ​ສອງ​ກະຊວງ​ຄື: ກະຊວງ​ປ້ອງ​ກັນ​ປະເທດ ​ແລະ ກະຊວງສຶກ​ສາ​ທິ​ການ ແລະ ກິລາ ໃນ​ການ​ຮ່ວມ​ມື​ພັດທະນາ​ວຽກ​ງານ​ການ​ສຶກ​ສາ​ໃນ​ທົ່ວ​ປະເທດ ກໍ​ຄື​ການ​ແກ້​ໄຂ​ບັນຫາ​ຄູ​ອາສາ​ສະໝັກ, ບັນຫາ​ຄູ​ສອນ​ບໍ່​ພຽງພໍ​ໃນ​ເຂດ​ຊົນນະບົດ, ຫ່າງ​ໄກ​ສອກຫຼີກ. ຈາກ​ນັ້ນ, ໄດ້​ຮັບ​ຟັງ​ການ​ລາຍ​ງານ ສະພາບ​ການ​ຂາດແຄນ​ຄູ​ສອນ ແລະ ຄວາມ​ຕ້ອງການ​ຄູ​ສອນ​ຊັ້ນ​ປະຖົມ​ຢູ່​ບາງ​ເມືອງ​ທີ່​ຫາງ​ໄກ​ສອກຫຼີກ​ຂອງ​ແຂວງ​ຫຼວງ​ນ້ຳ​ທາ ແລະ ແຂວງ​ອຸດົມ​ໄຊ, ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ຂໍ້​ສະດວກ ແລະ ຂໍ້ຄົງຄ້າງ ທີ່​ຈະ​ຕ້ອງ​ຮີບ​ຮ້ອນ​ແກ້​ໄຂ ຈາກ​ພາກສ່ວນ​ຕ່າງໆ ໂດຍ​ສະເພາະ​ແມ່ນ ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິລາ​ແຂວງ​ຫຼວງ​ນ້ຳ​ທາ, ແຂວງ​ອຸດົມ​ໄຊ, ຫ້ອງການ​ສຶກ​ສາ​ທິ​ການ ແລະ ກິລາ​ເມືອງ, ບັນດາ​ກອງຮ້ອຍ​ທະຫານ​ຊາຍ​ແດນ. ຫຼັງ​ຈາກ​ນັ້ນ, ໄດ້​ພ້ອມ​ກັນ​ປະກອບ​ຄຳ​ເຫັນ​ແບບ​ກົງ​ໄປ​ກົງ​ມາ, ພ້ອມ​ທັງ​ຄົ້ນຄວ້າ​ກ່ຽວ​ກັບ​ມາດຖານ​ເງື່ອນໄຂ​ທີ່​ຈະ​ຄັດ​ເລືອກ​ເອົາ​ນາຍ ແລະ ພົນທະຫານ ໄປ​ເຝິກອົບຮົມ​ວິຊາ​ຄູ ເພື່ອ​ໄປ​ຊ່ວຍ​ສອນ ຊັ້ນ​ປະຖົມ​ສຶກ​ສາ ເຂດ​ຫ່າງ​ໄກ​ສອກຫຼີກ, ເກັບ​ກຳ​ສະຖິຕິ​ຄູ​ສອນ​ອາສາ​ສະໝັກ ເຂົ້າ​ເປັນ​ທະຫານ ແລະ ພ້ອມ​ກັນ​ເອກະ​ພາບ​ວຽກ​ງານ​ປິ່ນ​ອ້ອມ​ຈຳນວນ​ໜຶ່ງ ໂດຍ​ສະເພາະ​ແມ່ນ​ວຽກ​ງານ​ກະກຽມ​ການຈັດຕັ້ງ​ເຝິກອົບຮົມ​ວິຊາ​ຄູ​ຊັ້ນ​ປະຖົມ​ສຶກ​ສາ ຊຸດ​ທີ II. ສຳລັບ​ນະໂຍບາຍ​ຕໍ່​ນາຍ ແລະ ພົນທະຫານ​ທີ່​ຖືກ​ສັບ​ຊ້ອນ​ໄປ​ຊ່ວຍ​ສອນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ຄູ​ອາສາ​ສະໝັກ​ຜູ້​ທີ່​ຖືກ​ຄັດ​ເລືອກ​ເຂົ້າ​ສັງກັດ​ຢູ່​ໃນ​ກຳລັງ​ຈະ​ໄດ້​ຮັບ​ນະໂຍບາຍ​ຕ່າງໆ​ຈາກ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ຕາມ​ລະບຽບ​ການ ພາຍຫລັງ​ສຳເລັດ​ການ​ປຶກສາ​ຫາລື, ຄະນະ​ຮັບຜິດຊອບ​ໄດ້​ລົງ​ກວດກາ​ເບິ່ງ​ສະຖານ​ທີ​ພັກ​ເຊົ່າ​ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ